ທ່ານຮອງນາຍົກລົງຊຸກຍູ້ວຽກສະກັດກັ້ນ-ຄວບຄຸມການລະບາດພະຍາດ ໂຄວິດ-19 ຢູ່ບ້ານຊ້າງຄູ້

99

ໃນຕອນເຊົ້າຂອງວັນທີ 26 ເມສາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄອບຄຸມການລະບາດຂອງພະຍາດ ໂຄວິດ-19 ທີ່ຫ້ອງແຖວພັກເຊົາຂອງປະຊາຊົນ ຢູ່ບ້ານຊ່າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ, ທ່ານຮອງລັດຖະມົນຕີ ກະຊວງ ຖວທ ທ່ານເຈົ້າເມືອງ ຫົວໜ້າພະແນກ ອໍານາດການປົກຄອງ ແລະ ປະຊາຊົນໃຫ້ການຕ້ອນຮັບ.

ໂອກາດນີ້ ຄະນະກໍໄດ້ຮັບຟັງການ ລາຍງານຂອງ ທ່ານ ວັນທອງ ພົງສະຫວັນ ນາຍບ້ານ ບ້ານຊ້າງຄູ້ ຕໍ່ສະພາບການລະບາດຂອງພະຍາດ ໂຄວິດ-19 ຂອງອໍານາດການປົກຄອງບ້ານເຊິ່ງເຫັນໄດ້ວ່າ: ພາຍຫຼັງມີຄໍາສັ່ງແນະນໍາເລກທີ 06/ນຍ ຂອງທ່ານນາຍົກ ທາງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ສົມທົບກັບໜ່ວຍງານສະເພາະກິດຂອງ ເມືອງ ແລະ ນວ ໄດ້ລົງເຜີຍແຜ່ແນະນໍາ ຜ່ານໂທລະໂຄ່ງ ຫົວໜ່ວຍ 10 ຫຼັງຄາເຮືອນ ແລະ ບັນດາຫ້ອງແຖວພັກເຊົ່າ ລົງກວດກາ ຕິດຕາມເຝົ່າລະວັງຢ່າງຕໍ່ເນື່ອງ ເຮັດໃຫ້ບ້ານຂອງພວກເຮົາມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຜູ້ຕິດເຊື້ອ.

ທ່ານຮອງນາຍົກ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຢ່າງຕັ້ງໜ້າຂອງອໍານາດການປົກຄອງ ພໍ່ແມ່ປະຊາຊົນ ທີ່ພ້ອມ ກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຄໍາສັ່ງ ເລກທີ 06 ຂອງທ່ານນາຍົກດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໄດ້ຍົກໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດຄໍາສັ່ງສະບັບດັ່ງກ່າວ ແລະ ເນັ້ນ ໃຫ້ເອົາໃຈໃສ່ມາດຕະການແກ້ໄຂ ການດໍາລົງຊີວິດ ການປັບປຸງພັດທະນາຊີວິດການເປັນຢູ່ໃນໄລຍະ ພະຍາດ ໂຄວິດ-19 ທີ່ພວມແຜ່ລະບາດ ໃຫ້ມີຄວາມຕື່ນຕົວ ເອົາໃຈໃສ່ເຂັ້ມງວດ ປ້ອງ ກັນຕົນເອງ ຢູ່ພາຍໃນບ້ານເຮືອນຈະເຮັດແນວໃດ ເວລາອອກຈາກເຮືອນຈະປະຕິບັດຕົນເອງແນວໃດ ໂດຍສະເພາະໜັ່ນລ້າງມື ໃຊ້ຜ້າປິດປາກ ປິດດັງທຸກຄັ້ງ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ນໍາສະເໜີບັນຫາ ຂໍ້ຫຍຸ້ງຍາກ ຄວາມຕ້ອງການຊ່ວຍເຫຼືອໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ຕໍ່ເຈົ້າຂອງຫ້ອງພັກເຊົາ ເພື່ອນໍາສະເໜີຕໍ່ອໍານາດການປົກຄອງ ເພື່ອຫາຊ່ອງທາງໃນການແກ້ໄຂ ແລະ ນັບຈາກມື້ນີ້ໄປ ຈະເຮັດແນວໃດ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ນັບມື້ດີຂຶ້ນ ເພື່ອພ້ອມ ກັນຜ່ານຜ່າວິກິດການໃນຄັ້ງນີ້.

ພ້ອມດຽວກັນນີ້ທາງຄະນະຍັງໄດ້ ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ເຊິ່ງປະກອບມີ ຜ້າປິດປາກ ປິດດັງ ເຫຼົ້າ 90 ແລະ ໄຂ່ ມາມອບໃຫ້ແກ່ ພໍ່ແມ່ປະຊາຊົນທີ່ພັກເຊົາຢູ່ຫ້ອງແຖວແຫ່ງດັ່ງກ່າວຈໍານວນ 15 ຫ້ອງ.

ຈາກ: ຂ່າວ-ພາບ: ບຸນມີ