ຈີນ ຜ່ອນຄາຍມາດຕະການເຂັ້ມງວດສົ່ງອອກອຸປະກອນການແພດ

105

ລັດຖະບານຈີນ ຫຼຸດຜ່ອນຂໍ້ຈຳກັດການສົ່ງອອກຜະລິດຕະພັນທາງການແພດບາງລາຍການເຊັ່ນໜ້າກາກອະນາໄມເປັນຕົ້ນ ຖ້າສິນຄ້າໄດ້ມາດຕະຖານຕາມເກນຂອງປະເທດທີ່ສັ່ງຊື້ເຫຼົ່ານັ້ນ ເພື່ອຕອບສະໜອງດ້ານຄວາມໄວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອາທິດ ທີ 26 ເມສາ ວ່າ ກະຊວງການຄ້າຈີນ ອອກຖະແຫຼງການ ເມື່ອວັນເສົາ ຜ່ານມາ ວ່າ ໄດ້ຜ່ອນຜັນມາດຕະການຄວບຄຸມການສົ່ງອອກຜະລິດຕະພັນທີ່ກ່ຽວຂ້ອງກັບພາລະກິດຕໍ່ຕ້ານເຊື້ອໄວຣັສໂຄວິດ-19 ໂດຍສະເພາະ ເຊິ່ງບໍ່ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກໜ່ວຍງານກວດກາພາຍໃນອີກຕໍ່ໄປ ຖ້າສິນຄ້າເຫຼົ່ານັ້ນ ໄດ້ຮັບການອະນຸມັດຈາກປະເທດທີ່ສັ່ງຊື້ ຫຼື ປະເທດປາຍທາງ ເພື່ອຄວາມວ່ອງໄວໃນການຈັດສົ່ງສິນຄ້າ.

ທັງນີ້, ຜະລິດຕະພັນທີ່ຢູ່ໃນກຸ່ມຜ່ອນຜັນການເຂັ້ນງວດດັ່ງກ່າວໄດ້ແກ່: ອຸປະກອນກວດຫາເຊື້ອ, ໜ້າກາກອະນາໄມທາງການແພດ, ຊຸກປ້ອງກັນສ່ວນບຸກຄົນສຳລັບບຸກຄະລາກອນແພດ (PPE), ອຸປະກອນເທີໂມສະແກນ ແລະ ອຸປະກອນຊ່ວຍຫາຍໃຈ ເຊິ່ງເປັນສິ່ງຈຳເປັນທີ່ສຸດໃນຫຼາຍປະເທດ.

ຂະນະທີ່ ທ່ານຈາງ ຊູເຫວິນ ປະທານບໍລິສັດຫຼີ່ໝິງ ໄບໂອໂປຣດັກ ໄດ້ເຫັນດີກັບການຜ່ອນຜັນມາດຕະການຂອງລັດຖະບານ ເນື່ອງຈາກຄວາມຄິດເຫັນສ່ວນຕົວ ທ່ານເຫັນວ່າ ລັດຖະບານແຕ່ລະປະເທດມີນະໂຍບາຍ ແລະ ຂໍ້ກຳນົດມາດຕະຖານ ເລື່ອງອຸປະກອນການແພດທີ່ແຕກຕ່າງກັນ ຈຶ່ງເປັນປັດໃຈສຳຄັນ ວ່າ ຍ້ອນເຫດໃດບໍລິສັດຜະລິດອຸປະກອນການແພດຈຶ່ງໃຫ້ຄວາມສຳຄັນແກ່ການຜະລິດສິນຄ້າໃຫ້ໄດ້ມາດຕະຖານ ແລະ ສອດຄ່ອງກັບຄວາມຕ້ອງການຂອງປະເທດທີ່ສັ່ງຊື້ເປັນຫຼັກ.

ຢ່າງໃດກໍ່ຕາມ, ກະຊວງສາທາລະນະສຸກຂອງປະເທດການາດາ ລາຍງານ ເມື່ອທ້າຍອາທິດແລ້ວນີ້ ວ່າ ໜ້າກາກປ້ອງກັນແບບ “KN 95” ປະມານ 1 ລ້ານຜືນ ທີ່ນຳເຂົ້າຈາກປະເທດຈີນ ເມື່ອບໍ່ດົນມານີ້ “ບໍ່ໄດ້ມາດຕະຖານ” ຕາມກົດໝາຍຂອງການາດາ ອີກປະການໜຶ່ງ ໜ້າກາກ ເຄເອັນ 95 ເປັນຜະລິດຕະພັນທີ່ຈີນອອກແບບໃຫ້ໃກ້ຄຽງກັບໜ້າກາກ ເອັນ 95 ທີ່ຜະລິດໂດຍບໍລິສັດ 3 ເອັມ ຂອງອາເມຣິກາ.

ນອກຈາກໜ້າກາກ ເຄເອັນ 95 ແລ້ວ ປະເທດການາດາ ຍັງໄດ້ນຳເຂົ້າຊຸດພີພີອີຈາກຈີນ ໃນອັດຕາສ່ວນສູງເຖິງ 70% ຂອງຊຸດພີພີອີ ທີ່ກຳລັງນຳໃຊ້ຢູ່ ແຕ່ຍັງບໍ່ເປັນທີ່ຊັດເຈນວ່າ ມີການກວດພົບຊຸດພີພີອີ ທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່. ດ້ານສະຖານທູດຈີນປະຈຳນະຄອນຫຼວງອັອດຕາວາ ອອກຖະແຫຼງການວ່າ ກຳລັງປະສານງານຢ່າງໃກ້ຊິດກັບໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງຂອງລັດຖະບານການາດາ ເພື່ອກວດກາ ແລະ ແກ້ໄຂສະຖານະການແລ້ວ ໂດຍຢືນຢັນວ່າ ອຸປະກອນການແພດທຸກຊະນິດທີ່ສົ່ງອອກຈາກຈີນ “ມີຄຸນນະພາບ”.