ອາເມຣິກາຊ່ວຍອຸດສາຫະກໍານໍ້າມັນກັງວົນແຮງງານຖືກເລີກຈ້າງ

133

ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາກ່າວວ່າ:ໄດ້ມີການສັ່ງການໃຫ້ກະຊວງພະລັງງານ ແະລ ກະຊວງການເງິນອາເມຣິກາກະກຽມແຜນການຊ່ວຍເຫຼືອທາງການເງິນແກ່ທຸລະກິດນໍ້າມັນເພື່ອຮັກສາການຈ້າງວຽກໃນອຸດສາຫະກໍາດັ່ງກ່າວ.

ອາເມຣິກາຈະບໍ່ມີການປ່ອຍໃຫ້ອຸດສາຫະກໍານໍ້າມັນ ແລະ ແກ໊ສທີ່ຍິ່ງໃຫຍ່ຂອງຕົນເອງລົ້ມລົງໂດຍພາກລັດໄດ້ມອບໝາຍໃຫ້ລັດຖະບານກະຊວງພະລັງງານ ແລະ ລັດຖະມົນຕີກະຊວງການເງິນກະກຽມແຜນເພີ່ມເງິນຊ່ວຍເຫຼືອໃຫ້ແກ່ກຸ່ມບໍລິສັດທີ່ມີຄວາມສໍາຄັນຫຼາຍນີ້ເພື່ອຮັກສາການສ້າງວຽກເຮັດງານທໍາຕໍ່ໄປໃນອະນາຄົດ.

ທັງນີ້ສັນຍານໍ້າມັນດິບເວເທັກຊັດຕົກຕໍ່າລົງສູ່ລະດັບຕິດລົບເປັນຄັ້ງທໍາອິດໃນປະຫວັດສາດຂອງປະເທດເມື່ອບໍ່ດົນມານີ້ເນື່ອງຈາກກັງວົນກ່ຽວກັບອຸປະສົງນໍ້າມັນທີ່ຫຼຸດລົງຈາກຜົນກະທົບຂອງໂຄວິດ-19ລະບາດທົ່ວໂລກ.

ນອກຈາກນີ້,ລາຄານໍ້າມັນຍັງຖືກກົດດັນຈາກການທີ່ຄັງແຮນໍ້າມັນຂອງອາເມຣິກາກໍາລັງມ້ຽນນໍ້າມັນເກືອບເຕັມຄວາມຈຸໃນສະພາວະທີ່ນໍ້າມັນລົ້ນຕະຫຼາດ.