ຊົມເຊີຍ! ກຸ່ມບໍລິສັດດາວເຮືອງ ມອບອຸປະກອນການແພດ ມູນຄ່າ 200 ລ້ານກີບໃຫ້​ໂຮງໝໍແຂວງຈໍາປາສັກ

119

ກຸ່ມບໍລິສັດດາວເຮືອງ ໄດ້ນໍາເອົາອຸປະກອນການແພດມາມອບໃຫ້​ໂຮງໝໍແຂວງຈໍາປາສັກ ເຊັ່ນ: ເຄື່ອງຈັກຊ່ວຍຫາຍໃຈທຽມ, ຊຸດ PPE, MASK ສີຂາວ, Alcohol, ເຈວລ້າງມື 500 ml, ຖົງມື, ລວມມູນຄ່າ 200.000.000 ກີບ.

ພິທີມອບ-ຮັບເຄື່ອງ ຊ່ວຍເຫຼືອ, ອຸປະກອນການແພດ ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 25 ເມສາ 2020  ທີ່ໂຮງໝໍ ແຂວງ ຈຳປາສັກ ໃຫ້ກຽດມອບໂດຍທ່ານ ນາງ ບຸນເຮືອງ ລິດດັງ ຮອງປະທານກຸ່ມບໍລິສັດດາວເຮືອງ ແລະ ຕາງໜ້າຮັບໂດຍທ່ານ ດຣ ຄໍາສິງ ແກ້ວທອງກຸ ອໍານວຍການໂຮງໝໍແຂວງຈໍາປາສັກ, ມີທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈໍາປາສັກ, ທ່ານ ປອ. ວັນນະໄຊ ຊາຕະກຸນ ຫົວໜ້າພະແນກສາທາລະນະສຸກແຂວງ, ມີພະນັກງານແພດພາຍໃນໂຮງໝໍເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ: ສຸຂະສຶກສາແຂວງຈຳປາສັກ ຈຳປາສັກ