ຂ່າວດີ 13ມື້ລຽນຕິດ! 25 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ພ້ອມປິ່ນປົວຫາຍດີເພີ່ມອອກໂຮງໝໍອີກ 3 ຄົນ

96

ຖືເປັນຂ່າວດີ 13 ວັນລຽນຕິດແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອລວມຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍອີກ 3 ຄົນ ລວມເປັນ 7 ຄົນແລ້ວ.

ໃນວັນທີ 25 ເມສາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍະນະ ແລະ ມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 24 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 50 ຄົນ ເຊິ່ງຜ່ານຜົນກວດທັງໝົດບໍ່ພົບເຊື້ອ ໝາຍຄວາມວ່າເປັນ 13 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ. ນັບແຕ່ເດືອນມັງກອນ ຮອດ ວັນທີ 24 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.661 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ, ຈໍານວນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 9 ມີນາ ຮອດ 24 ເມສາ 2020 ມີ 313 ຄົນ ເຊິ່ງເປັນຜູ້ສໍາຜັດໃກ້ຊິດ ກັບຜູ້ທີ່ຕິດເຊື້ອໂຄວິດ-19 ຈໍານວນ 19 ກໍລະນີ, ຜູ້ທີສໍາຜັດໃກ້ຊິດທັງໝົດ 313 ຄົນ ມາຮອດປະຈຸບັນແມ່ນໄດ້ຄົບກຳນົດການຕິດຕາມ 14 ວັນແລ້ວ.

ນອກຈາກນີ້, ຍັງໄດ້ມີກໍລະນີປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງໝໍເພີ່ມ 3 ຄົນ ໃນວັນທີ 25 ເມສານີ້ຄື: ກໍລະນີທີ 1 ເພດຊາຍ ອາຍຸ 28 ປີ ບ້ານຈັນສະຫວ່າງ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 24 ມິນາ 2020; ກໍລະນີທີ 11 ເພດຊາຍ ອາຍຸ 55 ປີ ສັນຊາດປາປົວນິວກີເນຍ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 5 ເມສາ 2020 ແລະ ກໍລະນີທີ 15 ເພດຍິງ ອາຍຸ 20 ປີ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 7 ເມສາ 2020.

ແຕ່ຢ່າງໃດກໍຕາມ, ຜູ້ອອກໂຮງໝໍໃນຈຳນວນ 3 ຄົນນີ້ ຍັງຈະໄດ້ຕິດຕາມອາການຢູ່ເຮືອນເປັນເວລາ 14 ວັນ ເຊິ່ງມາຮອດປັດຈຸບັນນີ້ ມີຜູ້ຕິດເຊື້ອໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກໂຮງໝໍລວມ 7 ຄົນ ແລະ ຍັງຕິດຕາມຢູ່ໂຮງໝໍປິ່ນປົວຢູ່ໂຮງໝໍ 12 ຄົນຄື ຢູ່ຫຼວງພະບາງ 1 ຄົນ ແລະ ຢູ່ໂຮງໝໍມິດຕະພາບ 11 ຄົນ.