ຂີ້ເຫຍື້ອໜຶ່ງນະໂຍບາຍຫຼຸດຜ່ອນຄ່າໃຊ້ຈ່າຍຊ່ວງໂຄວິດເລີ່ມມີຜົນ

267

ຊົມເຊີຍ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການນະໂຍບາຍ ຫລຸດຄ່າບໍລິການຂົນສົ່ງ ແລະ ຄ່າບໍາບັດຂີ້ເຫຍື້ອ ຢູ່ສະຫນາມ ຫລັກ 32 ລົງ 50% ຂອງມູນຄ່າສັນຍາ ສໍາລັບ 3 ເດືອນ (ເດືອນເມສາ-ມີຖຸນາ 2020).

ພາບປະກອບຂ່າວ

ອີງຕາມ ແຈ້ງການ ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ນະຄອນຫຼວງວຽງຈັນ ເລກທີ 0701/ຄບຕ.ນວ ເຖິງກອງບໍລິການຂົນສົ່ງຂີ້ເຫຍື້ອ ແລະ ບັນດາບໍລິສັດຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ. ພໍ່ແມ່ປະຊາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ໃຊ້ບໍລິການຂົນສົ່ງຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ. ກ່ຽວກັບນະໂຍບາຍ ຫລຸດຄ່າບໍລິການຂົນສົ່ງ ແລະ ຄ່າບໍາບັດຂີ້ເຫຍື້ອ ຢູ່ສະຫນາມ ຫລັກ 32 ລົງ 50% ຂອງມູນຄ່າສັນຍາ ສໍາລັບ 3 ເດືອນ (ເດືອນເມສາ-ມີຖຸນາ 2020).

ພາບປະກອບຂ່າວ

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ(ຄບຕ) ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ໃຊ້ບໍລິການຂົນສົ່ງຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ ຊາບດັ່ງນີ້:

ພາບປະກອບຂ່າວ

1 ຫລຸດຄ່າບໍລິການຂົນສົ່ງຂີ້ເຫຍື້ອ ລົງ 50% ໃຫ້ພໍ່ແມ່ປະຊາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ໃຊ້ບໍລິການຂົນສົ່ງຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ.

2 ຫລຸດຄ່າບໍລິການບໍາບັດຂີ້ເຫຍື້ອທຸກປະເພດ ຢູ່ສະຫນາມຫລັກ 32 ລົງ 50% ໃຫ້ແກ່ບັນດາບໍລິສັດຜູ້ ປະກອບການຂົນສົ່ງຂີ້ເຫຍື້ອ.

3 ກໍານົດເວລາໃນການນະໂຍບາຍ ແມ່ນ 3 ເດືອນ, ເລີ່ມແຕ່ວັນທີ 1 ເມສາ 2020 ຫາ 30 ມີຖຸນາ 2020.

ພາບປະກອບຂ່າວ

4 ໃຫ້ກອງບໍລິການຂົນສົ່ງຂີ້ເຫຍື້ອ ແລະ ບັນດາບໍລິສັດຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ສືບຕໍ່ໄປເອົາຂີ້ເຫຍື້ອ ຕາມສັນຍາ ແລະ ກໍານົດເວລາ ເປັນປົກກະຕິ ຕາມທີ່ເຄີຍໄດ້ປະຕິບັດຜ່ານມາ.

5 ໃນກໍລະນີ ກອງບໍລິການຂົນສົ່ງຂີ້ເຫຍື້ອ ຫລື ບັນດາບໍລິສັດຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ບໍ່ປະຕິບັດ ນະໂຍບາຍ ຫລຸດຄ່າບໍລິການຂົນສົ່ງຂີ້ເຫຍື້ອ ກະລຸນາໂທແຈ້ງຕໍ່ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຕາມເບີໂທ 021 244346-7, 020 5550 7153, 020 5662 1164, 020 5622 9422.

ພາບປະກອບຂ່າວ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງສະບັບນີ້ດ້ວຍ.

ພາບຈາກ: ກອງບໍລິການຂີ້ເຫຍື້ອ