ສອງປະເທດຍັກໃຫຍ່ເດີນໜ້ານໍາເຂົ້ານໍ້າມັນຫຼັງລາຄາຕົກໜັກ

199

ປະເທດ ອາເມຣິກາ ແລະ ຈີນຕ່າງເດີນໜ້ານໍາເຂົ້ານໍ້າມັນໄວ້ໃນຄັງແຮຕໍ່ເນື່ອງເພື່ອສ້າງຄວາມໄດ້ປຽບຫຼັງລາຄານໍ້າມັນຕົກໜັກທົ່ວໂລກ.

ຈີນນໍາເຂົ້ານໍ້າມັນເພີ່ມຂຶ້ນ4,5%ໃນເດືອນ ມີນາທີ່ຜ່ານມາເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ ແລະ ເມື່ອລວມທັງໄຕມາດທໍາອິດແລ້ວ,ຈີນນໍາເຂົ້າເພີ່ມຂຶ້ນ5%ໂດຍຈີນຊື້ນໍ້າມເພີ່ມຂຶ້ນເຖິງວ່າໄດ້ສັ່ງປິດເມືອງເພື່ອຄວບຄຸມການລະບາດຂອງໂຄວິດ-19,ຂະນະທີ່ຄວາມຕ້ອງການນໍ້າມັນໃນຈີນກໍປັບຕົວຫຼຸດລົງ.

ດ້ານຄະນະກໍາມະການຝ່າຍການເມືອງ ແລະ ກົດໝາຍປະຈໍາພັກກອມມູນິດຈີນລາຍງານວ່າ:ລາຄານໍ້າມັນທີ່ປັບຕົວຫຼຸດລົງນັ້ນເປັນຜົນດີຕໍ່ຈີນເຖິງວ່າກຸ່ມປະເທດສົ່ງອອກນໍ້າມັນຈະໄດ້ຮັບຜົນກະທົບ,ແຕ່ໃນອີກທາງໜຶ່ງຜູ້ຜະລິດສານເຄມີ,ໂຮງງານ ແລະ ຜູ້ຂັບຂີ່ຈີນກໍໄດ້ຮັບປະໂຫຍດຈາກສ່ວນນີ້.

ຢ່າງໃດກໍຕາມ,ຈີນບໍ່ໄດ້ເປັນປະເທດດຽວທີ່ຕຸນນໍ້າມັນໃນໄລຍະທີ່ລາຄານໍ້າມັນຕົກຕໍ່າໂດຍກ່ອນໜ້ານີ້ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາກ່າວວ່າອາເມຣິກາມີແຜນທີ່ຈະເພີ່ມປະລິມານນໍ້າມັນເຂົ້າຄັງແຮສໍາຮອງທາງຍຸດທະສາດຫຼາຍເຖິງ75ລ້ານບາເຣວຫຼັງຈາກທີ່ລາຄານໍ້າມັນດິບຕົກໜັກສູ່ລະດັບຕິດລົບເປັນຄັ້ງທໍາອິດໃນປະຫວັດສາດ.