ລັດແຈ້ງ! ໃຫ້ທົ່ວປະເທດ ກະກຽມສູນກັກກັນຕົວຜູ້ທີ່ເດີນທາງມາຈາກຕ່າງປະເທດ

265

ເອີ້ນວ່າການຕໍ່ສູ້ກັບໂຄວິດ19 ຍັງບໍ່ຈົບເພາະສັງຄົມເຮົາມີການພົວພັນກັນໃນຫຼາຍລະດັບ ໃນຂະນະທີ່ຄົນລາວເຮົາເອງທີ່ໄປຕ່າງປະເທດແລ້ວກັບຄືນບ້ານເກີດເມືອງນອນກໍ່ຍັງທະຍອຍກັນມາຢູ່ ລັດຖະບານຈິ່ງເຫັນວ່າ ທຸກແຂວງຕ້ອງກຽມພ້ອມສູນກັກກັນສຳລັບຜູ້ທີ່ກັບມາແຕ່ຕ່າງປະເທດ ພ້ອມເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດຂອງພະຍາດໂຄວິດ-19 ຢ່າງເປັນລະບົບ.

ອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 507/ຫສນຍ ລົງວັນທີ 24 ເມສາ 2020 ໄດ້ອອກແຈ້ງການ ກ່ຽວກັບ ການກະກຽມສູນກັກກັນຕົວຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດ ຢູ່ໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ.

ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ຂໍແຈ້ງ ໃຫ້ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ກະກຽມສະຖານທີ່ກັກກັກຕົວ ຜູ້ທີ່ເດີນທາງມາຈາກຕ່າງປະເທດໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19, ກອງປະຊຸມລັດຖະບານໄດ້ຊີ້ນຳໃຫ້ຄະນະສະເພາະກິດ, ບັນດາກະຊວງທີ່ກ່ຽວຂ້ອງ  ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ຈັດຕັ້ງປະຕິບັດຢ່າງຮີບດ່ວນ ດັ່ງນີ້:

1 ໃຫ້ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ຮີບຮ້ອນກະກຽມສະຖານທີ່ກັກກັກຕົວ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ໂດຍສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານຂອງສະຖານທີ່ກັກກັນຕົວ ທີ່ຄະນະສະເພາະກິດໄດ້ວາງອອກ. ສຳລັບງົບປະມານໃຊ້ຈ່າຍໃນການກະກຽມສະຖານທີ່ ແລະ ຮອງຮັບຜູ້ຖືກກັກກັນ ລວມທັງກິນ, ຢູ່ພັກ-ເຊົາ ແມ່ນໃຫ້ນະຄອນຫລວງ ແລະ ບັນດາແຂວງຮັບຜິດຊອບ.

2 ສຳລັບລັບສະຖານທີ່ກັກກັນຕົວ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງຈຳປາສັກ ຖືກກຳນົດໃຫ້ເປັນບ່ອນທີ່ຮັບເອົາຜູ້ໄດ້ຮັບອະນຸຍາດເດີນທາງມາຈາກຕ່າງປະເທດ ເພື່ອກວດຫາເຊື້ອພະຍາດກ່ອນ ຖ້າຜົນກວດເປັນບວກ ໃຫ້ສົ່ງເຂົ້າໂຮງໝໍ ເພື່ອຮັບການປິ່ນປົວ, ຖ້າຜົນກວດເປັນລົບ ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການຈົນຄົບ 14 ວັນ.

ສຳລັບຜູ້ທີ່ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ສ່ວນຜູ້ທີ່ຢູ່ແຂວງອື່ນໆ ໃຫ້ຈັດສົ່ງໄປສືບຕໍ່ກັກກັນຕົວຈົນຄົບ 14 ວັນ ຢູ່ສະຖານທີ່ກັກກັນຕົວຢູ່ແຂວງທີ່ກ່ຽວຂ້ອງ ແລະ ຫ້າມເດັດຂາດ ບໍ່ໃຫ້ກັກກັນຕົວຢູ່ເຮືອນ.

3 ໃຫ້ຄະນະສະເພາະກິດ ຮີບຮ້ອນກຳນົດ ເງື່ອນໄຂ ແລະ ມາດຕະຖານທີ່ກັກຕົວ ແລະ ລົງໄປແນະນຳ ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ.

4 ໃຫ້ຄະນະສະເພາະກິດ ສົມທົບກັບທ້ອງຖິ່ນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດໂຮງແຮມ ທີ່ຈະເປັນບ່ອນກັກກັນຕົວ ແລະ ຕິດຕາມອາການສຳລັບຊ່ຽວຊານ ຫລື ຄົນຕ່າງປະເທດ ທີ່ຈະເຂົ້າມາ ສປປ ລາວ ໂດຍຄ່າໃຊ້ຈ່າຍໃນການກັກຕົວດັ່ງກ່າວ ແມ່ນໃຫ້ເຂົາເຈົ້າເປັນຜູ້ຮັບຜິດຊອບເອງ.