ເກີດເຫດສຸດເສົ້າ, ນ້ຳປ່າໄຫຼຊຸເອົາປະຊາຊົນ 7 ຄົນທີ່ກຳລັງໄປທຳການຜະລິດຢູ່ກີ່ວຕະລຸນ

188

ຕອນເຊົ້າວັນທີ່ 24 ເມສານີ້ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳຫ້ວຍຫຼາຍສາຍຢູູ່ເຂດເມືອງຊຽງເງີນ ເກີດມີນ້ຳໄຫຼຊຸຢ່າງແຮງ ໂດຍສະເພາະແມ່ນນ້ຳຫ້ວຍລົມ ເຂດບ້ານກີ່ວຕະລຸນ 1 ໂດຍໄດ້ໄຫຼຊຸເອົາປະຊາຊົນ ທີ່ໄປທຳການຜະລິດສູນຫາຍທັງໝົດ 7 ຄົນ. ທ່ານ ຈົ່ງກໍ່ເຮີ ນາຍບ້ານກີ່ວຕະລຸນ 1 ໃຫ້ສຳພາດກັບທີມງານຂ່າວວ່າ: ເຂດເກີດເຫດແມ່ນຫ່າງຈາກບ້ານ ໂດຍໃຊ້ເວລາຍ່າງປະມານ 1 ຊົ່ວໂມງ ມີປະຊາຊົນພາຍໃນບ້ານໄປທຳການຜະລິດ 2 ຄອບຄົວຄື: ຄອບຄົວທ້າວຢ່າຮືເຮີ ແລະທ້າວຈົວກົວເຮີ.


ເຊີ່ງໃນມື້ເກີດເຫດມີທັງໝົດ 11 ຄົນ ໃນນັ້ນ ສູນຫາຍ 7 ຄົນ, ເຊີ່ງເປັນຄົນໃນຄອບຄົວຂອງທ້າວຢ່າຮືເຮີ 5 ຄົນ ແລະຄົນໃນຄອບຄົວຂອງ ທ້າວ ຈົວກົວເຮີ 2 ຄົນ. ມາຮອດຕອນແລງຂອງວັນທີ່ 24 ເມສາ ໄດ້ຄົ້ນພົບແລ້ວ 3 ສົບ, ເຊີ່ງປະຈຸບັນອົງການປົກຄອງບ້ານ ໄດ້ສົມທົບກຳລັງປ້ອງກັນ-ກອງຫຼອນບ້ານ ສົມທົບກັບກຳລັງທະຫານ ຂອງກອງບັນຊາການທະຫານເມືອງ ຮີີບຮ້ອນໃນການຊອກຄົ້ນຫາຜູ້ສູນຫາຍໃຫ້ໄດ້ໂດຍໄວ, ຈາກນັ້ນ ຈະສືບຕໍ່ປຸກລະດົມໃຫ້ກຳລັງໃຈກັບຄອບຄົວທີ່ໄດ້ຮັບເຄາະຮ້າຍຕໍ່ໄປ.


ດ້ວຍຄວາມເປັນຮ່ວງປະຊາຊົນ ການນຳຂອງແຂວງ ນຳໂດຍ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະການນຳຂອງເມືອງ ໄດ້ໄປຢ້ຽມຢາມຖາມຂ່າວ ແລະມອບເຄື່ອງບັນເທົາໄພເບື້ອງຕົ້ນ ໃຫ້ກັບປະຊາຊົນທີ່ຖືກເຄາະຮ້າຍ, ພ້ອມນີ້ ທ່ານຮອງເຈຈົ້າແຂວງໄດ້ຊີ້ນຳໃຫ້ກຳລັງທະຫານ ແລະອົງການປົກຄອງບ້ານ ໃຫ້ສືບຕໍ່ຊອກຄົ້ນຫາຜູ້ສູນຫາຍໃຫ້ໄດ້ໂດຍໄວ ທັງຮັບປະກັນຄວາມປອດໄພໃຫ້ກັບຜູ້ຊອກຄົ້ນ, ພາຍຫຼັງຊອກຄົ້ນສຳເລັດ ໃຫ້ສືບຕໍ່ໃນການຢຽວຢາຈິດໃຈ ທັງຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານ ສືບຕໍ່ທຳການຜະລິດ ຊ່ວຍຄອບຄົວທີ່ໄດ້ຮັບເຄາະຮ້າຍ.

ນອກຈາກບ້ານກີ່ວຕະລຸນ 1 ຍັງມີຫຼາຍບ້ານພາຍໃນເມືອງຊຽງເງີນ ແລະຫຼາຍທ້ອງຖີ່ນພາຍໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກເຫດການຝົນຕົກໜັກ ໃນລະຫວ່າງວັນທີ່ 23 – 24 ເມສານີ້.

ຂ່າວ: ອາພຸດເດດ ບຸບຜາ