ໂຄງການກໍ່ສ້າງຊົນລະກະເສດ ທົ່ງຮາບ-ທ່າງ່ອນ ຈະສ້າງໃຫ້ສໍາເລັດພາຍໃນ 12 ເດືອນ

166

ໂຄງການກໍ່ສ້າງຊົນລະກະເສດ ທົ່ງຮາບ-ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຄງການຊົນລະປະທານທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນມູນຄ່າທັງໝົດ 4,5 ລ້ານໂດລາສະຫະລັດ. ໃນນີ້, ມີທືນສົມທົບຈາກລັດຖະບານ ຈໍານວນ 10%. ຫຼ້າສຸດ, ໄດ້ມີພິທີລົງນາມເຊັນສັນຍາກໍ່ສ້າງຢ່າງເປັນທາງການໃນວັນທີ 23 ເມສາ 2020 ຜ່ານມາ, ທີ່ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້.

ໂດຍການໃຫ້ກຽດລົງນາມຂອງ ທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ກັບທ່ານ ແຫຼວຄຳ ວົງສາວັນທອງ ຜູ້ອຳນວຍການໃຫຍ່ບໍລິສັດອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໂດຍມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໂຄງການດັ່ງກ່າວແມ່ນໄດ້ຮັບທືນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນມູນຄ່າທັງໝົດ 4,5 ລ້ານໂດລາສະຫາລັດ. ໃນນີ້, ມີທືນສົມທົບຈາກລັດຖະບານ ຈໍານວນ 10 ເປີເຊັນ ໂດຍໃຊ້ເວລາໃນການຈັດຕັ້ງປະຕິບັດຈະໃຫ້ສໍາເລັດການກໍ່ສ້າງພາຍໃນ 12 ເດືອນ.