ອິນໂດ ປະກາດໂຈະລະບົບຂົນສົ່ງທາງເຮືອ ແລະ ຍົນ ເຖິງວັນທີ 1 ມີຖຸນາ

135

ລັດຖະບານອິນໂດເນເຊຍ ສັ່ງເຂັ້ມງວດຫ້າມຂົນສົ່ງທາງເຮືອ ແລະ ຍົນ ທັງພາຍໃນ ແລະ ຕ່າງປະເທດ ຈົນເຖິງວັນທີ 1 ມິຖຸນາ ເພື່ອຢຸດຢັ້ງການແຜ່ລະບາດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 24 ເມສາ ວ່າ ກະຊວງຄົມມະນາຄົມອິນໂດເນເຊຍ ອອກຖະແຫຼງການກ່ຽວກັບການໂຈະລະບົບຂົນສົ່ງທາງເຮືອ ແລະ ທາງອາກາດ “ຢ່າງເດັດຂາດ” ທັງພາຍໃນ ແລະ ຕ່າງປະເທດ ຕັ້ງແຕ່ວັນທີ 24 ເມສາ ຈົນເຖິງວັນທີ 1 ມິຖຸນາ ເພື່ອຫຼຸດການຫຼັ່ງໄຫຼຂອງປະຊາຊົນຈຳນວນຫຼາຍ ໃນໄລຍະວັນຣາມາດານ ລະຫວ່າງການແຜ່ລະບາດຂອງໂຄວິດ-19.

ຢ່າງໃດກໍ່ຕາມ, ການເດີນທາງດ້ວຍເຫດຜົນທາງການທູດ, ການຂົນສົ່ງສິນຄ້າ, ພາລະກິດດ້ານມະນຸດສະທຳ ແລະ “ເຫດສຸກເສີນ” ແມ່ນຖືກຍົກເວັ້ນຈາກຄຳສັ່ງດັ່ງກ່າວ ເຊິ່ງສອດຄ່ອງກັບປະທານາທິບໍດີໂຈໂຄ ວິໂດໂດ ຜູ້ນຳອິນໂດເນເຊຍ ໄດ້ປະກາດເມື່ອຕົ້ນອາທິດນີ້ ໂດຍໃຊ້ຄຳສັ່ງຫ້າມການເຄື່ອນໄຫວປະຈໍາປີຂອງປະຊາຊົນຈໍານວນຫຼາຍພ້ອມກັນໃນໄລຍະວັນຣາມາດານ ຫຼື ວັນຖືສິນ ຂອງສາສະໜາອິສຣາມ ເພື່ອຫຼຸດຄວາມສ່ຽງການຕິດເຊື້ອໂຄວິດ-19.

ຂະນະທີ່ ທ່ານອານິສ ບາສເວດານ ເຈົ້າຄອງນະຄອນຫຼວງຈາກາຕ້າ ໄດ້ປະກາດ ເມື່ອວັນພຸດ ຂະຫຍາຍໄລຍະບັງຄັບໃຊ້ມາດຕະການທາງສັງຄົມໃນນະຄອນຫຼວງຂອງອິນໂດເນເຊຍ ຢ່າງໜ້ອຍ 4 ອາທິດ ຫຼັງຈາກບັງຄັບໃຊ້ມາດຕະການໄລຍະທຳອິດ ເຊິ່ງມີຜົນຕັ້ງແຕ່ວັນທີ 10 ເມສາ ຜ່ານມາ ແລະ ຄົບກຳນົດໃນວັນທີ 24 ເມສາ ນີ້.

ປັດຈຸບັນ ອິນໂດເນເຊຍ ມີຜູ້ປ່ວຍຈາກໂຄວິດ-19 ຢ່າງໜ້ອຍ 7.775 ຄົນ ປິ່ນປົວເຊົາແລ້ວ 960 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 647 ຄົນ.