ຂ່າວດີມື້ທີ 12! ບໍ່ພົບຜູ້ຕິດເຊື້ອເພີ່ມ ພ້ອມລຸ້ນມີຜູ້ປ່ວຍຈະໄດ້ອອກໂຮງໝໍເພີ່ມ

96

ຖະແຫຼງຂ່າວດີ 12 ມື້ລຽນຕິດ, ວັທີ 24 ເມສາ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຫຼັງເກັບຕົວຢ່າງກວດຫາເຊື້ອໃນວັນທີ 23 ເມສາ 2020 ຈໍານວນ 83 ຄົນ, ຜົນກວດລ້ວນເປັນລົບ ບໍ່ພົບເຊື້ອ, ເຮັດໃຫ້ຍອດລວມຍັງຄົງທີ່ 19 ກໍລະນີ ປິ່ນປົວດີອອກໂຮງໝໍແລ້ວ 4ຄົນ.


ໃນວັນທີ 24 ເມສາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.


ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 23 ເມສາ 2020ໄດ້ເກັບຕົວຢ່າງກວດຫາເຊື້ອທັງໝົດ 83 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 9 ຄົນ, ຕ່າງແຂວງ 74 ຄົນ ເຊິ່ງກໍລະນີສົງໄສ 12 ຄົນ, ແຮງງານລາວທີ່ກັບມາຈາກຕ່າງປະເທດ 71 ຄົນ, ເຊິ່ງຜົນກວດຂອງທັງ 83ຄົນແມ່ນບໍ່ພົບເຊື້ອ ໂຄວິດ-19 ເຊິ່ງນັບເປັນມື້ທີ 12 ທີ່ລາວເຮົາບໍ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.


ທັງນີ້, ນັບແຕ່ເດືອນມັງກອນ ມາຮອດວັນທີ 23 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 1.611 ຄົນ ເຊິ່ງຜົນກວດພົບຜູ້ຕິດເຊື້ອພຽງ 19 ຄົນ. ສ່ວນການຕິດຕາມຫາຜູ້ໃກ້ຊິດກັບຜູ້ຕິດເຊື້ອ ນັບແຕ່ວັນທີ 9 ມີນາ ຫາ 23 ເມສາ 2020 ມີທັງໝົດ 313 ຄົນ ເຊິ່ງຄົບກໍານົດການຕິດຕາມຈໍາກັດບໍລິເວນແລ້ວ 311 ຄົນ, ຍັງສືບຕໍ່ຕິດຕາມຕໍ່ອີກ 2 ຄົນ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ ແລະ ຕິດຕາມຢູ່ໂຮງໝໍ 103, ຍັງອີກ 1 ມື້ ແມ່ນຈະຄົບກຳນົດຕິດຕາມ 14 ວັນ, ຖືວ່າຜູ້ສໍາພັດໃກ້ຊິດກັບຄົນເຈັບ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ.


ທ່ານກ່າວຕື່ມວ່າ: ປັດຈຸບັນຍັງເຫຼືອມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍທັງໝົດ 15 ຄົນ; ຢູ່ໂຮງໝໍແຂວງຫຼວງພະບາງ ມີ 01 ຄົນ ເປັນເພດຊາຍ, ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ. ຢູ່ໂຮງໝໍມິດຕະພາບ ມີ 14 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ. ໂຮງໝໍມິດຕະພາບ ມີ 14 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ, ຫວັງວ່າຈະໄດ້ຮັບຂ່າວດີມີຜູ້ປ່ວຍປິ່ນປົວຫາຍດີໄດ້ອອກໂຮງໝໍເພີ່ມອີກໃນໄວໆນີ້.