3 ພາກສ່ວນ ຮ່ວມມອບໜ້າກາກອະນາໄມ ແກ່ເຈົ້າໜ້າທີ່ປະຕິບັດວຽກງານຕ້ານໂຄວິດ-19

175

ຍ້ອນເຫັນໄດ້ເຖິງຄວາມສໍາຄັນ ແລະ ຄວາມສ່ຽງໃນການປະຕິບັດວຽກງານ ຮັບໃຊ້ສັງຄົມ ທັງເພື່ອເປັນການຕ້ານ, ສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ມີການລະດົມການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ເພື່ອສະໜອງດ້ານອຸປະກອນ ແລະ ເຄື່ອງມືຮັບໃຊ້ປ້ອງກັນເຊື້ອໂຄວິດ-19 ໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ຫຼ້າສຸດ, ໃນວັນທີ 24 ເມສາ 2020 ທີ່ສູນການຄ້າລາວ-ໄອເຕັກ, ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ສາຂາ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນມະຫາຊົນ ໄດ້ຈັດມີພິທີມອບ-ຮັບໜ້າກາກອະນາໄມຈໍານວນ 65.000ອັນ ລວມມູນຄ່າ 208 ລ້ານກີບ ໃຫ້ແກ່ ເຈົ້າໜ້າທີ່ 13 ພາກສ່ວນເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19, ໂດຍຕາງໜ້າມອບຂອງທ່ານ ພະອາຈານ ພົງສະຫວັນ ອານຸສິນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ທ່ານຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ແລະ ຄວາມຕ້ອງການທີ່ຈໍາເປັນຂອງພົນລະເມືອງລາວ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ ແລະ ການມີສ່ວນຮ່ວມເຂົ້າໃນວຽກງານນີ້ ບໍລິສັດ ທີເຄ ກຣຸບ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ສັ່ງອຸປະກອນປ້ອງກັນການຕິດເຊື້ອພະຍາດດັ່ງກ່າວຈາກຕ່າງປະເທດ ເປັນຕົ້ນແມ່ນ ໜ້າກາກອະນາໄມເພື່ອປະກອບສ່ວນໃຫ້ແກ່ຄວາມຕ້ອງການທີ່ຈໍາເປັນຂອງພົນລະເມືອງລາວ ເຊິ່ງຈໍານວນໜ້າກາກດັ່ງກ່າວ ໄດ້ມອບໃຫ້ສູນກາງແນວລາວສ້າງຊາດ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ບໍລິສັດລາວເວີນມະຫາຊົນ ຮ່ວມກັນມອບໃຫ້ແກ່ພາກສ່ວນກ່ຽວຂ້ອງໃນນະຄອນຫຼວງວຽງຈັນ 13 ພາກສ່ວນ.

ແນວໃດກໍ່ຕາມ ໃນໄລຍະຜ່ານມາມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ມີການລະດົມການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ເພື່ອສະໜອງດ້ານອຸປະກອນ ແລະ ເຄື່ອງມືຮັບໃຊ້ປ້ອງກັນເຊື້ອໂຄວິດ-19 ໂດຍເຄື່ອງທີ່ລະດົມໄດ້ທັງໝົດລວມມີ: ໜ້າກາກອະນາໄມ 1.300 ກັບ ເທົ່າກັບ 65 ພັນແຜ່ນ, ລວມມູນຄ່າ 208 ລ້ານກີບ ຈາກບໍລິສັດ ລາວເວີນ ມະຫາຊົນ ທີ່ນໍາເຂົ້າ ໂດຍບໍລິສັດ ທີເຄ ກຣຸບ ເພື່ອມອບໃຫ້ແກ່ບັນດາໂຮງໝໍ, ກອງບັນຊາການທະຫານ ແລະ ປກສ 9 ຕົວເມືອງໃນນະຄອນຫຼວງວຽງຈັນ, ບັນດາໜ່ວຍກູ້ໄພອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ໜ່ວຍງານທີ່ຈຳເປັນອື່ນໆ.

ສຳລັບໜ້າກາກອະນາໄມ 1.300 ກັບນີ້ແມ່ນມອບໃຫ້ ພາກສ່ວນຄື: ສູນກາງພຸດທະສາດສະໜາ ສຳພັນລາວ 50 ກັບ; ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 100 ກັບ; ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂານະຄອນຫຼວງວຽງຈັນ 80 ກັບ; ບັນດາກູ້ໄພ 9 ແຫ່ງ ແຫ່ງລະ 20 ກັບ; ໂຮງໝໍສູນກາງ 103 ຈຳນວນ 150 ກັບ; ໂຮງໝໍມິດຕະພາບ 150 ຕຽງ 150 ກັບ; ໂຮງໝໍມະໂຫສົດ 100 ກັບ; ໂຮງໝໍເສດຖາທິລາດ 100 ກັບ; ໂຮງໝໍແມ່ ແລະ ເດັກ (ໜອງພະຍາ) 30 ກັບ; ໂຮງໝໍແມ່ ແລະ ເດັກ 150 ຕຽງ 30 ກັບ; ສຳນັກຂ່າວ 10 ແຫ່ງ ແຫ່ງລະ 10 ກັບ ແລະ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈໍານວນ50 ກັບ.

ຈຸດປະສົງໃນການມອບໜ້າກາກອະນາໄມໃຫ້ຄັ້ງນີ້ ກໍ່ເພື່ອໃຫ້ບັນດາໜ່ວຍງານທີ່ກ່າວມາຂ້າງເທິງໄດ້ນຳໃຊ້ເພື່ອປ້ອງກັນຕົນເອງໃນເວລາປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ທັງເປັນການສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ-19 ອີກດ້ວຍ.