ແຈ້ງ!  ຈະມີຝົນຕົກໝາກເຫັບລົງ ພ້ອມລົມພັດແຮງຢູ່ຫຼາຍທ້ອງຖິ່ນ

137

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພາຍຸລະດູຮ້ອນ ແຕ່ໄລຍະວັນທີ 24-26 ເມສາ 2020 (ສະບັບທີ 1)​ ເນື່ອງຈາກວ່າບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ມີກໍາລັງປານກາງ ຫາ ແຮງຈາກປະເທດຈີນແຜ່ລົງມາປົກຄຸມເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ພ້ອມດຽວກັນນີ້ທົ່ວທຸກພາກອາກາດຮ້ອນເອົ້າຍັງປົກຄຸມໄດ້ເກີດມີການກະທົບຂອງມວນອາກາດເຢັນ ແລະ ມວນອາກາດຮ້ອນ ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ໃນໄລຍະວັນທີ 24 ຫາ 26 ເມສາ 2020 ນີ້.

ດັ່ງນັ້ນ,​ ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງພາກເໜືອ ແລະ ພາກກາງເຊັ່ນ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ໍາທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ ແລະ ບໍລິຄໍາໄຊ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຜ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຫຼີກລ່ຽງການຢູ່ສະຖານທີ່ກາງແຈ້ງ, ກ້ອງຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າແຮງສູງ, ສະຖານທີ່ກໍ່ສ້າງ ແລະ ປ້າຍໂຄສະນາທີ່ບໍ່ແໜ້ນໜາ.