ດູລະໄນ ນັກເຕະເຍົາວະຊົນລາວຄົນທີ 6 ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ

168

ກ່ອນໜ້ານີ້ໄດ້ແນະນໍາ ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ, ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ, ອານຸໄຊ ເພັງກິ່ງລາ ແລະ ສີນທະສອນ ສິງຫາຈັກ 5 ນັກເຕະເຍົາວະຊົນລາວ ໃນນາມຕົວແທນຂອງ ລ໋ອບ ສະເຕດ້ຽມ ທີ່ຜ່ານການຄັດເລືອກຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ ໃນເດືອນກຸມພາ ທີ່ຜ່ານມາ.

ຫຼ້າສຸດສະບັບນີ້ຈະມາແນະນໍາ ທ້າວ ດູລະໄນ ແກ້ວມິນີວົງ ນັກເຕະຄົນທີ 6 ຈາກທັງໝົດ 8 ຄົນທີ່ຄວ້າສິດໄປລາຍການດັ່ງກ່າວ ໂດຍ ດູລະໄນ ໃຫ້ສໍາພາດວ່າ: ຈຸດເລີ່ມຕົ້ນການເປັນນັກເຕະຂອງນ້ອງບໍ່ຄ່ອຍຄືຄົນອື່ນ ເນື່ອງຈາກເປັນຄົນບໍ່ມັກຫຼີ້ນກິລາ, ແຕ່ຫຼັງຈາກໄດ້ໄປເບິ່ງການແຂ່ງຂັນບານເຕະໃນ ຊີເກມ 2009 ທີ່ປະເທດລາວ ເປັນເຈົ້າພາບ ທີ່ສະໜາມ ຫຼັກ 16 ໄດ້ເຫັນນັກເຕະທີມຊາດລາວ ສ້າງຄວາມປະທັບໃຈ ແລະ ຮ່ອຍຍິ້ມໃຫ້ກັບຊາວລາວ ທີ່ມາເຊຍເຕັມສະໜາມ ຫຼັງສ້າງປະຫວັດສາດເຂົ້າຮອບ 4 ທີມສຸດທ້າຍໃນເວລານັ້ນ ເຮັດໃຫ້ຫຼານຮູ້ວ່າຫຼານຢາກຈະໄປຢູ່ຈຸດນັ້ນຄື ອ້າຍໆນັກເຕະທຸກຄົນ ແລະ ນັບແຕ່ນັ້ນມາຫຼານກາໄດ້ຊ້ອມບານ ຈົນເກີດຄວາມຜູກພັນ ແລະ ຮັກມັກຂຶ້ນມາ.

“ ສະໂມສອນທໍາອິດຂອງຫຼານແມ່ນ ວຽງຈັນ ເອັຟທີ ແລະ ກ່ອນຈະໄດ້ໄປຫຼິ້ນໃນຕ່າງປະເທດໃນນາມຂອງສະໂມສອນ ຊ້າງນ້ອຍ ໃນປີ 2016 ໄປແຂ່ງຂັນທີ່ເກົາຫຼີ ສາມາດໄດ້ອັບດັບ 1 ແລະ ປີ 2017 ໄປແຂ່ງຂັນໃນນາມສະໂມສອນ ລ໋ອບ ສະເຕດ້ຽມ ແລະ ແລະ ດີເຄ ເອັຟຊີ ໃນລາຍການທີ່ ສປ ຈີນ ສາມາດໄດ້ອັບດັບ 3 ກ່ອນມາຮອດປີ 2019 ເດືອນ 2 ຫຼານໄດ້ໄປກັບສະໂມສອນ ນະຄອນຫຼວງວຽງຈັນ ໄປແຂ່ງທີ່ປະເທດໄທ ຍາດໄດ້ຮອງຊະນະເລີດ ແລະ ປີ 2019 ເດືອນ 8 ໄປປະເທດຈີນ ກັບສະໂມສອນ ວຽງຈັນ ເອັຟຊີ ເຖິງຈະບໍ່ສາມາດເຂົາໄປຊິງໄດ້ແຕ່ກໍ່ໄດ້ປະສົບການໃນທຸກໆນັດ ແລະ ປັດຈຸບັນ ຫຼິ້ນໃຫ້ສະໂມສອນ ລາວໂຕໂຍຕ້າ ” ດູລະໄນ ກ່າວ.

ດູລະໄນ ກ່າວອີກວ່າ: ການໄປຄັດເລືອກໃນໂຄງການດັ່ງກ່າວກັບ ສະໂມສອນ ລ໋ອບ ສະເຕດ້ຽມ ໃນເດືອນກຸມພາ ທີ່ຜ່ານມາ ນ້ອງກະໄດ້ບົດຮຽນຫຼາຍຢ່າງແລະໄດ້ຄວາມຮູ້ຫຼາຍຢ່າງແລະສິ່ງສໍາຄັນແມ່ນຫຼານໄດ້ມິດຕະພາບດີດີຈາກໜູ່, ຄູຝຶກ ແລະ ພໍ່ແມ່ຜູ້ປົກຄອງ ແນ່ນອນເປົ້າໝາຍຫຼານກາຢາກຕິດທີມຊາດ ແລະຢາກໄປຫຼີ້ນໃນລີກໃຫ່ຍໆຕາມຄວາມຝັນ

ດູລະໄນ ເກີດວັນທີ 24 ມິຖຸນາ 2005 ປັດຈຸບັນຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນໍ້າໜັກ 62 ກິໂລກຣາມ ແລະ ສູງ 168 ຊັງຕີແມັດ ຮຽນຢູ່ໂຮງຮຽນມັດທະຍົມ ນີຣະດາ ຫຼິ້ນຕໍາແໜ່ງກອງກາງ ແລະ ກອງໜ້າ ກາຍເປັນນັກເຕະເຍົາວະຊົນລາວ 1 ໃນ 8 ນັກເຕະລາວ ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ, ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ, ອານຸໄຊ ເພັງກິ່ງລາ ແລະ ສີນທະສອນ ສິງຫາຈັກ, ສ່ວນອີກ 2 ຄົນທີ່ຍັງບໍ່ທັນໄດ້ແນະນໍາ ປະກອບດ້ວຍ ພູສົມບູນ ປັນຍາວົງ ແລະ ທິບພະຈັນ ປະສົມສຸກ ຈະມາແນະນໍາໃນສະບັບໜ້າ.
(ຮູບ-ຂ່າວ: ຄໍາສອນ)