ຜູ້ນຳຟີລິບປິນ ປະກາດຂະຫຍາຍໄລຍະປິດເມືອງເຖິງກາງເດືອນພຶດສະພາ

71

ປະທານາທິບໍດີໂຣດິໂກ ດູເຕເຕ ຜູ້ນຳຟີລິບປິນ ປະກາດຂະຫຍາຍເວລາບັງຄັບໃຊ້ມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19 ໃນນະຄອນຫຼວງມະນີລາ ແລະ ຫຼາຍເມືອງໃກ້ຄຽງ ຈົນຮອດວັນທີ 15 ພຶດສະພາ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນີລາ ປະເທດຟີລິບປິນ ເມື່ອວັນສຸກ ທີ 24 ເມສາ ວ່າ ທີ່ທຳນຽບປະທານາທິບໍດີຟີລິບປິນ ອອກຖະແຫຼງການ ເມື່ອວັນສຸກ ວ່າ ປະທານາທິບໍດີໂຣດິໂກ ດູເຕເຕ ລົງນາມໃນຄຳສັ່ງຂະຫຍາຍເວລາບັງຄັບໃຊ້ມາດຕະການທາງສັງຄົມເພື່ອຄວບຄຸມສະຖານະການແຜ່ລະບາດໂຄວິດ-19 ໃນປະເທດ ໂດຍຂະຫຍາຍເວລາໃນເຂດທີ່ມີຄວາມສ່ຽງ ແລະ ເຂດທີ່ຍັງມີອັດຕາການແຜ່ລະບາດສູງ ອອກໄປຈົນຮອດວັນທີ 15 ພຶດສະພາ.

ຖະແຫຼງການດັ່ງກ່າວ ຄວບຄຸມພື້ນທີ່ສ່ວນໃຫຍ່ຂອງເກາະລູຊອນ ໄດ້ແກ່ ນະຄອນຫຼວງມະນີລາ, ຫຼາຍແຂວງໃນພາກກາງ ແລະ ເຂດຄາລາບາ. ຂະນະທີ່ ສະພາບການໃນຫຼາຍພື້ນທີ່ ລວມທັງເກາະເຊບູ ແລະ ເກາະມິນດາເນົາ ຈະໄດ້ຮັບການພິຈາລະນາອີກຄັ້ງ ກ່ອນຄົບກຳນົດປິດເມືອງ ໃນວັນທີ 30 ເມສານີ້. ສ່ວນບັນດາແຂວງ ແລະ ເຂດທີ່ບໍ່ມີລາຍຊື່ຢູ່ໃນປະກາດຂະຫຍາຍມາດຕະການດັ່ງກ່າວ ເມື່ອຄົບກຳນົດປິດເມືອງ ຕາມຄຳສັ່ງຂັ້ນລັດຖະບານແລ້ວ ແມ່ນຈະເລິ່ມປະຕິບັດຕາມມາດຕະການກັກບໍລິເວນຂັ້ໜທ້ອງຖິ່ນຕໍ່ໄປ.

ທັງນີ້, ນະຄອນຫຼວງມະນີລາເປັນເມືອງໃຫຍ່ແຫ່ງທຳອິດຂອງປະເທດຟີລິບປິນ ທີ່ຢູ່ພາຍໃຕ້ມາດຕະການປິດເມືອງ ຕາມຄຳສັ່ງຂອງຜູ້ນຳປະເທດ ຕັ້ງແຕ່ວັນທີ 17 ມີນາ ຜ່ານມາ ເຊິ່ງປັດຈຸບັນ ປະເທດຟີລິບປິນມີຜູ້ຈາກໂຄວິດ-19 6.981 ຄົນ ປິ່ນປົວເຊົາແລ້ວ 722 ຄົນ ແລະ ເສຍຊີວິດ 462 ຄົນ ໂດຍກວດພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 30 ມັງກອນ ຜ່ານມາ. ເປັນນັກທ່ອງທ່ຽວຈາກຈີນ ເພດຍິງ ອາຍຸ 38 ປີ ແລະ ໄດ້ຢືນຢັນການຕິດເຊື້ອພາຍໃນປະເທດ ຄັ້ງທຳອິດ ເມື່ອວັນທີ 5 ມີນາ ຜ່ານມາ.