ເມັສເຊັນເຈີ ຄິດສ (Messenger Kids) ເປີດໃຫ້ໃຊ້ໃນປະເທດລາວ ແລະ ອີກຫຼາຍປະເທດທົ່ວໂລກ

180

ເຟສບຸກ (Facebook) ປະກາດຂະຫຍາຍ ເມັສເຊັນເຈີ ຄິດສ (Messenger Kids) ໄປສູ່ຫຼາຍກວ່າ 70 ປະເທດທົ່ວໂລກ ແລະ ເພີ່ມຄຸນສົມບັດໃໝ່ທີ່ພໍ່ແມ່ສາມາດມີສ່ວນຮ່ວມເພື່ອຊ່ວຍລູກໃນການເຊື່ອມຕໍ່ກັບໝູ່ຂອງລູກ. ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປພໍ່ແມ່ໃນປະເທດລາວສາມາດດາວໂຫຼດແອັບຈາກ App Store ຂອງ Apple, ແອັບຈະສາມາດດາວໂຫຼດໄດ້ໃນ Play Store ຂອງ Google ພາຍໃນທ້າຍອາທິດນີ້.
ໃນຂະນະທີ່ຫຼາຍໆປະເທດກຳລັງຕໍ່ສູ້ກັບພະຍາດໂຄວິດ-19, ໂຮງຮຽນປິດແລະຜູ້ຄົນກຳລັງເວັ້ນໄລຍະຫ່າງລະຫວ່າງກັນ, ພໍ່ແມ່ກໍຫັນໄປໃຊ້ເຕັກໂນໂລຊີຫຼາຍກວ່າທີ່ເຄີຍເພື່ອຊ່ວຍລູກຂອງພວກເຂົາເຊື່ອມຕໍ່ກັບໝູ່ເພື່ອນແລະຄອບຄົວໃນຮູບແບບທີ່ພໍ່ແມ່ຄວບຄຸມໄດ້.


ເມັສເຊັນເຈີ ຄິດສ ແມ່ນແອັບວີດີໂອສົນທະນາ ແລະ ແອັບສົ່ງຂໍ້ຄວາມ ຊ່ວຍໃຫ້ເດັກນ້ອຍເຊື່ອມຕໍ່ກັບໝູ່ແລະຄອບຄົວໃນຮູບແບບທີ່ມ່ວນຊື່ນແລະຄວບຄຸມໂດຍພໍ່ແມ່. ເປັນເວລາຫຼາຍປີພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບທີ່ປຶກສາຊາວໜຸ່ມຂອງເຟສບຸກ (Facebook’s Youth Advisors), ເຊິ່ງເປັນທີມງານທີ່ມີຄວາມຊ່ຽວຊານດ້ານຄວາມປອດໄພໃນໂລກອິນເຕີເນັດ, ການພັດທະນາເດັກແລະສື່ຕ່າງໆ ເພື່ອຊ່ວຍສ້າງແອັບ ເມັສເຊັນເຈີ ຄິດສ. ພວກເຮົາສືບຕໍ່ປຶກສາກັບຜູ້ສ້າງສັນຄວາມປອດໄພໃນໂລກອິນເຕີເນັດແລະນັກການສຶກສາເພື່ອໃຫ້ໝັ້ນໃຈໄດ້ວ່າພວກເຮົາກຳລັງນຳສະເໜີບໍລິການໃຫ້ຜູ້ປົກຄອງຄວບຄຸມການໃຊ້ງານໄດ້ຢ່າງດຸນດ່ຽງດ້ວຍຄຸນສົມບັດຕ່າງໆທີ່ຊ່ວຍໃຫ້ເດັກນ້ອຍຮຽນຮູ້ການເຊື່ອມຕໍ່ຢ່າງມີຄວາມຮັບຜິດຊອບ.

ສ້າງມາເພື່ອເດັກນ້ອຍ, ຄວບຄຸມໂດຍພໍ່ແມ່:ເມັສເຊັນເຈີ ຄິດສ ເຕັມໄປດ້ວຍລູກຫຼີ້ນ (Features) ສໍາລັບເດັກນ້ອຍເພື່ອເຊື່ອມຕໍ່ກັບຄົນທີ່ພວກເຂົາເຈົ້າຮັກ. ເມື່ອບັນຊີ (Account) ຂອງພວກເຂົາຖືກຕິດຕັ້ງໂດຍພໍ່ແມ່ແລ້ວ, ເດັກນ້ອຍສາມາດເລີ່ມສົນທະນາດ່ຽວກັບໝູ່ ຫຼື ສົນທະນາກັບໝູ່ເປັນກຸ່ມໃນຮູບແບບວີດີໂອ. ໜ້າຫຼັກຈະສະແດງໃຫ້ເຫັນວ່າເດັກນ້ອຍຕິດຕໍ່ກັບໃຜແດ່ ແລະ ແມ່ນໃຜແດ່ທີ່ອອນລາຍໃນເວລານັ້ນ.

ປະກອບມີ: ສະຕິກເກີ້ໜ້າກາກທີ່ຫຼີ້ນໄດ້ຢ່າງມ່ວນຊື່ນ (Playful masks), ອິໂມຈິ (emojis) ແລະ ສຽງປະກອບ (sound effects) ເຮັດໃຫ້ການສົນທະນາມີຊີວິດຊີວາ; ສຳລັບວີດີໂອສົນທະນາ, ເດັກນ້ອຍສາມາດສົ່ງຮູບພາບ, ວີດີໂອ ຫຼື ຂໍ້ຄວາມ ໄປຫາໝູ່ຂອງພວກເຂົາເຈົ້າທີ່ຜູ້ປົກຄອງອະນຸຍາດ ແລະ ພີ່ນ້ອງຜູ້ອື່ນໆ ທີ່ສາມາດຮັບຂໍ້ຄວາມຜ່ານແອັບ ເມັສເຊັນເຈີ ໂຕປົກກະຕິ; ຫ້ອງລວມເຄື່ອງຫຼີ້ນສຳລັບເດັກນ້ອຍແລະກຣາຟິກທີ່ຖືກຄັດສັນມາຢ່າງດີເຊັ່ນ: ພາບເຄື່ອນໄຫວ (GIFs), ຂອບຮູບ, ສະຕິກເກີ້, ໜ້າກາກ ແລະ ເຄື່ອງມືເເຕ້ມຮູບ ທີ່ເລືອກສັນມາຢ່າງດີເຮັດໃຫ້ເດັກນ້ອຍຕົກແຕ່ງເນື້ອໃນແລະໄດ້ສະແດງຄວາມເປັນໂຕຂອງໂຕເອງ.  ເມັສເຊັນເຈີ ຄິດສ ເປີດໃຫ້ພໍ່ແມ່ສາມາດຄວບຄຸມໄດ້ຫຼາຍຂຶ້ນ. ພໍ່ແມ່ບໍລິຫານລາຍຊື່ຜູ້ຕິດຕໍ່ ແລະ ສາມາດຕິດຕາມການນຳໃຊ້ແອັບຂອງເດັກນ້ອຍ. ພໍ່ແມ່ຄວບຄຸມບັນຊີຂອງເດັກນ້ອຍແລະລາຍຊື່ຜູ້ຕິດຕໍ່ຜ່ານແຜງຄວບຄຸມຫຼັກ (Messenger Kids Parent Dashboard) ຈາກແອັບ ເຟສບຸກຫຼັກ ທັງໃນ iOS ແລະ Androd.

ຂັ້ນຕອນການເລີ່ມຕົ້ນໃຊ້ງານ: ທຸກບັນຊີຜູ້ໃຊ້ຂອງເດັກນ້ອຍໃນ ເມັສເຊັນເຈີ ຄິດສ ຈະຕ້ອງສ້າງຂຶ້ນໂດຍພໍ່ແມ່. ການສ້າງບັນຊີຜູ້ໃຊ້ ເມັສເຊັນເຈີ ຄິດສ (Messenger Kids) ແມ່ນຜ່ານ 4 ຂັ້ນຕອນດັ່ງນີ້; ດາວໂຫຼດ: ຂັ້ນຕອນທຳອິດພໍ່ແມ່ຕ້ອງດາວໂຫຼດແອັບ ເມັສເຊັນເຈີ ຄິດສ ໃນ iPad, iPod touch ຫຼື iPhone ຂອງເດັກນ້ອຍ. ສໍາລັບ ເມັສເຊັນເຈີ ຄິດສ ໃນລະບົບ Android ກຳລັງຈະເປີດໃຫ້ດາວໂຫຼດຜ່ານ Play Store ຂອງ Google; ອະນຸມັດການໃຊ້: ພໍ່ແມ່ຈະຕ້ອງອະນຸມັດການໃຊ້ແອັບໃຫ້ເດັກນ້ອຍໂດຍການຢືນຢັນອຸປະກອນການເຊື່ອມຕໍ່ຂອງເດັກນ້ອຍດ້ວຍການເຂົ້າສູ່ລະບົບຜ່ານບັນຊີຜູ້ໃຊ້ Facebook ແລະລະຫັດຂອງພໍ່ແມ່ເອງ ຂັ້ນຕອນນີ້ຈະບໍ່ແມ່ນການສ້າງບັນຊີຜູ້ໃຊ້ Facebook ໃຫ້ແກ່ເດັກນ້ອຍ ຫຼື ເຮັດໃຫ້ເດັກນ້ອຍສາມາດເຂົ້າສູ່ບັນຊີຜູ້ໃຊ້ Facebook ຂອງພໍ່ແມ່ໄດ້; ສ້າງບັນຊີ: ສ້າງບັນຊີຜູ້ໃຊ້ໃຫ້ກັບເດັກນ້ອຍດ້ວຍການໃສ່ຊື່ຂອງພວກເຂົາເຈົ້າແລະຈຳກັດຄຸນສົມບັດ (Features) ເຊິ່ງພໍ່ແມ່ຈະເປັນຜູ້ກຳນົດລາຍຊື່ແລະລາຍລະອຽດອື່ນໆໃຫ້ແກ່ເດັກນ້ອຍ ຫຼັງຈາກຂັ້ນຕອນນີ້ພໍ່ແມ່ສາມາດສົ່ງຄືນອຸປະກອນການເຊື່ອມຕໍ່ໃຫ້ແກ່ເດັກນ້ອຍແລະເລີ່ມຕົ້ນໃຊ້ງານແອັບເພື່ອຕິດຕໍ່ສົນທະນາກັບຄອບຄົວແລະໝູ່; ເພີ່ມໝູ່: ການເພີ່ມໝູ່ໃນລາຍຊື່ຜູ້ໃຊ້ທີ່ພໍ່ແມ່ເປັນຜູ້ຄວບຄຸມແມ່ນເປີດໄປໜ້າຄວບຄຸມຫຼັກ ເມັສເຊັນເຈີ ຄິດສ ຈາກແອັບ Facebook ຫຼັກຂອງພໍ່ແມ່ ຈາກນັ້ນກົດບ່ອນ “ເພີ່ມຕື່ມ” (More) ເຊິ່ງຢູ່ທາງລຸ່ມດ້ານຂວາຂອງ Facebook ຫຼັກ ແລະກົດ “Messenger Kids” ເພື່ອໄປສູ່ “ສຳຫຼວດ” (Explore).

ບໍ່ມີໂຄສະນາໃດໆຢູ່ໃນ ເມັສເຊັນເຈີ ຄິດສ (Messenger Kids) ແລະ ຂໍ້ມູນຂອງເດັກນ້ອຍຈະບໍ່ຖືກນໍາໃຊ້ໃນການໂຄສະນາຕ່າງໆ. ເປັນແອັບທີ່ສາມາດດາວໂຫຼດມາໃຊ້ໄດ້ລ້າໆໂດຍບໍ່ມີຄ່າໃຊ້ຈ່າຍ ແລະ ບໍ່ມີຄ່າໃຊ້ຈ່າຍເພີ່ມຕື່ມພາຍຫຼັງ. ເມັສເຊັນເຈີ ຄິດສ (Messenger Kids) ຍັງໄດ້ຮັບການອອກແບບໃຫ້ຖືກຕ້ອງຕາມກົດໝາຍການຄຸ້ມຄອງຂໍ້ມູນອອນລາຍສ່ວນບຸກຄົນຂອງເດັກນ້ອຍ ແລະ ການຮັກສາຂໍ້ມູນຂອງເດັກນ້ອຍ (Children’s Online Privacy and Protection Act ຫຼື COPPA).