3 ເດືອນຕົ້ນປີ ມູນຄ່າການຄ້າຂອງລາວບັນລຸ 2.463 ລ້ານໂດລາ

125

ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມີນາ ປີ 2020 ບັນລຸ ປະມານ 804 ລ້ານໂດລາ ເຮັດໃຫ້ໃນໄຕມາດ 1 ຂອງປີ 2020 ມູນຄ່າການຄ້າຂອງ ສປປ ລາວ ບັນລຸໄດ້ 2.463 ລ້ານໂດລາ. ໃນນີ້, ການສົ່ງອອກ 1.144 ລ້ານໂດລາ, ຂາດດຸນ 175 ລ້ານໂດລາ.

ສູນຂໍ້ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມີນາ ບັນລຸໄດ້ປະມານ 804 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 343 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 461 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 118 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກມີແຮ່ທອງ ມີມູນຄ່າ 37 ລ້ານໂດລາ, ມັນຕົ້ນ  35 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 25 ລ້ານໂດ, ເຍື້ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ) ມູນຄ່າ 19 ລ້ານໂດລາ, ໝາກກ້ວຍ 18 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ, ໝາກໄມ້ ( ໝາກໂມ, ໝາກຂາມ, ໝາກມ່ວງ ) 16 ລ້ານໂດລາ, ງົວ – ຄວາຍ 16 ລ້ານໂດລາສະຫະລັດ, ນໍ້າຕານ 14 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກມີ: ນ້ຳມັນກາຊວນ ມູນຄ່າ 46 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມູນຄ່າ 36 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 35 ລ້ານໂດລາ ແລະ ສິນຄ້າອື່ນໆອີກ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ: ຈີນ 119 ລ້ານໂດລາ, ໄທ 91 ລ້ານໂດລາ,  ຫວຽດນາມ 74 ລ້ານໂດລາ, ຍີ່ປຸ່ນ 9 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ; ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ: ໄທ 272 ລ້ານໂດລາ, ຈີນ 77 ລ້ານໂດລາ, ຫວຽດນາມ 48 ລ້ານໂດລາ, ຍີ່ປຸ່ນ 13 ລ້ານໂດລາ ແລະ ສ.ເກົາຫຼີ 13 ລ້ານໂດລາ.

ຢ່າງໃດກໍຕາມ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມີນາ ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຈາກຕົວເລກມູນຄ່າການຄ້າໃນເດືອນມີນາ ເຮັດໃຫ້ໄຕມາດ 1 ( ເດືອນມັງກອນ ຫາ ມີນາ ) ປີ2020 ມູນຄ່າການຄ້າຂອງ ສປປ ລາວ ບັນລຸ 2.463 ລ້ານໂດລາ. ໃນນີ້, ສົ່ງອອກ 1.155 ລ້ານໂດລາ, ນໍາເຂົ້າ 1.319 ໂດລາ ເຮັດໃຫ້ຂາດດຸນ 175 ລ້ານໂດລາ.