ນິ່ງ ປາວິນາ ກັກຕົວຢູ່ເຮືອນວິທີປ້ອງກັນຈາກພະຍາດໂຄວິດ – 19

125

ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ສາວ ນິ່ງ ປາວິນາ ໃນຖານະທີ່ເປັນຄົນຂອງສັງຄົມກໍມີວິທີປ້ອງກັນຕົນເອງ ແລະ ຄົນອ້ອມຂ້າງດ້ວຍການກັກຕົວຢູ່ເຮືອນ ພ້ອມທັງເສບຂ່າວຢ່າງມີສະຕິອີກດ້ວຍ.

ປາວິນາ ຍົງວົງສິດທິ ຫຼື ນິ່ງ Miss Tourism international laos 2019 ໃຫ້ສໍາພາດວ່າ: ທ່າມກາງສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ໃນທົ່ວໂລກ ຫຼັກໆທີ່ຕ້ອງປະຕິບັດຄືຢູ່ເຮືອນຕາມຄຳສັ່ງຂອງຂັ້ນເທິງວາງອອກ ຖ້າບໍ່ຈຳເປັນກໍບໍ່ອອກໄປໃສ, ໃນກໍລະນີຈຳເປັນຕ້ອງອອກຈາກເຮືອນໄປຂ້າງນອກກໍຈະໃສ່ຜ້າອັດປາກ ແລະ ຖົງມືເພື່ອຫຼີກລຽງການສຳຜັດໂດຍກົງ, ໝັ່ນລ້າງມືເປັນປະຈຳເພາະເຮົາບໍ່ຮູ້ວ່າຈະສຳຜັດກັບເຊື້ອພະຍາດ ຫຼື ບໍ່, ລວມທັງການກິນ, ທີ່ຢູ່ສະອາດ.

ນອກຈາກການປ້ອງກັນແລ້ວສິ່ງທີ່ຕົນເອງຈະແນະນຳຄົນອ້ອມຂ້າງກໍຄືຖ້າບໍ່ຈຳເປັນບໍ່ຄວນອອກຈາກເຮືອນ ເພື່ອໃຫ້ແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ປະຕິບັດຕາມຂັ້ນຕອນຢ່າງລະອຽດ ພ້ອມທັງຕິດຕາມສະຖານະການຜ່ານສື່ທີ່ເປັນທາງການຕະຫຼອດ.

ສໍາລັບການຮັກສາສຸຂະພາບໄລຍະນີ້ເພື່ອໃຫ້ຫ່າງໄກຈາກພະຍາດຄືກິນອາຫານທີ່ປຸງສຸກ 100% ແລະ ໝັ່ນສັງເກດເບິ່ງສຸຂະພາບຕົນເອງຕະຫຼອດເວລາວ່າຜິດປົກກະຕິ ຫຼື ບໍ່? ສິ່ງທີ່ຕົນເອງຢາກຝາກໃຫ້ສັງຄົມຄືຢາກໃຫ້ປະຊາຊົນທົ່ວປະເທດຮ່ວມກັນປະຕິບັດຕາມຄຳສັ່ງຂອງຂັ້ນເທິງວາງອອກ ໂດຍການກັກຕົວຢູ່ເຮືອນຂອງໃຜລາວເພື່ອຢຸດການແຜ່ລະບາດຈາກຄົນສູ່ຄົນຈາກທ້ອງຖິ່ນໜຶ່ງໄປອີກທ້ອງຖິ່ນໜຶ່ງ ເພາະຕົນເອງເຊື່ອວ່າການລະບາດຂອງພະຍາດລະບາດໂຄວິດ – 19 ໃນຄັ້ງນີ້ຈະໄດ້ໃຫ້ບົດຮຽນແກ່ປະເທດເຮົາຫຼາຍຢ່າງ ເພາະພະຍາດລະບາດຢ່າງວ່ອງໄວ, ແຕ່ຖ້າເຮົາທຸກຄົນຮູ້ຈັກຮັກສາຄວາມປອດໄພ, ຮັກສາຕົນເອງ ແລະ ຄົນອ້ອມຂ້າງພະຍາດນີ້ກໍຈະຫາຍໄວຢ່າງແນ່ນອນ.

ຫາກທ່ານໃດຢາກຕິດຕາມການເຄື່ອນໄຫວຂອງ ສາວ ນິ່ງ ສາມາດຕິດຕາມໄດ້ທາງເຟສ ບຸ໊ກສ່ວນຕົວ N’ning pavina ຫຼື ແຟນເພຈ໌ Pavina yong-vongsitthi.

ຂ່າວ: ນຸ້ມນິ້ມ, ຮູບ: N’ning pavina