ນາຍົກເນັັ້ນໜັກໃຫ້ສືບຕໍ່ເຂັ້ມງວດໃນການປະຕິບັດຄຳສັ່ງເລກທີ 06 ພ້ອມນັ້ນກໍໃຫ້ເລັ່ງແກ້ໄຂຜົນກະທົບທາງເສດກິດໂດຍໄວ

238

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2020 ໄດ້ໄຂຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງ ຂອງວັນທີ 23 ເມສາ 2020 ໂດຍເປັນກອງປະຊຸມທາງໄກ (Video Conference), ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ຄະນະສະ ເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ, ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການຫຼຸດຜ່ອນຜົນກະທົບ ການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມຢ່າງພ້ອມພຽງ.

ພາຍຫຼັງສຳເລັດກອງປະຊຸມ ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໄດ້ໃຫ້ຖະແຫຼງວ່າ: ກອງປະຊຸມຄັ້ງນີ້ ລັດຖະບານໄດ້ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນ ຕໍ່ບົດລາຍງານ (1)ຄວາມຄືບໜ້າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ການກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ທັງຕິດພັນກັບ ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; (2) ບົດລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັນຂະ ຫຍາຍນະໂຍບາຍ, ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງລາວ; ມາດຕະການໃນຕໍ່ໜ້າ ເພື່ອຮັບມືການລະບາດຂອງພະຍາດ.

ຜ່ານການພິຈາລະນາ ແລະ ປະກອບຄຳເຫັນ, ກອງປະຊຸມ ໄດ້ສະແດງຄວາມ ຊົມເຊີຍຄະນະສະເພາະກິດ ທັງ 2 ຄະນະ, ບັນດາຂະແໜງການທີ່ກ່ຽວຂ້ອງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈ ໃສ່ ແລະ ສຸມທຸກກຳລັງ ເຂົ້າໃນການຈັດຕັ້ງປະຕິບັດຄຳສັ່ງ ຢ່າງເຂັ້ມຂຸ້ນ ແລະ ມີປະສິດທິຜົນດີ, ທຸກພາກສ່ວນໃນສັງຄົມ ໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບ ຕາມພາລະບົດບາດຂອງຕົນເອງ, ສ້າງໄດ້ຂະບວນການທີ່ເປັນຮູບປະທໍາຢ່າງແທ້ຈິງ ຈຶ່ງສາມາດຄວບຄຸມການລະບາດ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມອີກ ຊຶ່ງເປັນມື້ທີ່ 11 ຕິດຕໍ່ກັນ.

ເຖິງແນວໃດກໍ່ຕາມ ພວກເຮົາກໍ່ບໍ່ທັນອຸ່ນອ່ຽນໃຈໄດ້ເທື່ອ ເພາະການລະ ບາດຂອງພະຍາດ ຢູ່ບັນດາປະເທດຕ່າງໃນໂລກ ແລະ ພາກພື້ນ ຍັງສືບຕໍ່ມີຄວາມຮຸນແຮງ, ມີຜູ້ຕິດເຊື້ອ ແລະ ເສຍຊິວິດເພີ່ມຂຶ້ນ ເປັນຈຳນວນຫຼວງຫຼາຍໃນທຸກໆຊົ່ວໂມງ. ສຳລັບປະເທດພວກເຮົາ ກໍຍັງຈະມີຄວາມສ່ຽງ ແລະ ສິ່ງທ້າທາຍຈໍານວນບໍ່ໜ້ອຍ, ແຮງງານລາວ ທີ່ກັບຄືນມາແລ້ວ ເຖິງວ່າສ່ວນຫຼາຍໄດ້ຄົບໄລຍະເວລາກັກກັນ ແລະ ກັບບ້ານແລ້ວ, ແຕ່ກໍຍັງມີແຮງງານຈຳນວນໜື່ງ ທີ່ຈະສືບຕໍ່ເຂົ້າມາຕື່ມໃນແຕ່ລະວັນ, ຊຶ່ງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ເປັນພິເສດໃນການກັກກັນ ເພາະວ່າໂຄວິດ-19 ແມ່ນພະຍາດນຳເຂົ້າ ແລະ ເວລານີ້ປະເທດອ້ອມຂ້າງ ພວມມີການລະບາດຫຼາຍກວ່າ ໄລຍະກ່ອນໜ້ານີ້, ເຊິ່ງໃນນີ້ ບາງປະເທດ ແມ່ນເປັນການລະບາດຮອບທີ 2.

ໂດຍອີງໃສ່ການລາຍງານ ຂອງຄະນະສະເພາະກິດທັງສອງຄະນະ ແລະ ການປະກອບຄຳເຫັນ ຂອງສະມາຊິກລັດຖະບານ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ເນັ້ນຕື່ມບາງບັນຫາ ດັ່ງນີ້:

  1. ເປົ້າໝາຍໃນຕໍ່ໜ້າ:

1) ຕ້ອງປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນ, ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດອອກສູ່ວົງກວ້າງ ແລະ ພະຍາຍາມໃຫ້ຮັກສາຈຳນວນຜູ້ຕິດເຊື້ອໃນ 19 ຄົນນີ້ເທົ່ານັ້ນ, ພ້ອມທັງ ພະຍາຍາມປິ່ນປົວຜູ້ຕິດເຊື້ອແລ້ວໃຫ້ຫາຍດີ.

2) ຫຼຸດຜ່ອນຜົນກະທົບ ຂອງການລະບາດພະຍາດດັ່ງກ່າວ ຕໍ່ເສດຖະກິດ-ສັງ ຄົມຂອງລາວ ໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເຮັດໄດ້.

3) ຕ້ອງຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ເພື່ອເຮັດໃຫ້ສາມເປົ້າດັ່ງກ່າວບັນລຸຜົນ, ສະເໜີໃຫ້ຄະນະສະເພາະກິດ, ບັນດາຂະແໜງການທີ່ກ່ຽວຂ້ອງ, ທ້ອງຖິ່ນ ແລະ ທົ່ວສັງຄົມ ເອົາໃຈໃສ່ຕື່ມໃນບາງບັນຫາ ດັ່ງນີ້:

  1. ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ຮັບມື ການລະບາດ ໂຄວິດ-19:

1) ໃຫ້ສືບຕໍ່ເຂັ້ມງວດໃນການປະຕິບັດຄຳສັ່ງ ເລກທີ 06/ນຍ, ແຈ້ງການ ຫຼື ຄຳແນະນຳ ຂອງຄະນະສະເພາະກິດ ແລະ ຂະແໜງການທີ່ກ່ຽວຂ້ອງ ຈົນຮອດວັນທີ 3 ພຶດສະພາ 2020 ຕາມທີ່ລັດຖະບານໄດ້ຕົກລົງ, ໃນນີ້ ໃຫ້ເພີ່ມຄວາມເຂັ້ມງວດ ໃນການປະຕິບັດມາດຕະການຈໍານວນໜຶ່ງ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ແລະ ຍັງມີລັກສະນະຖືເບົາ ນັບແຕ່ວັນທີ 20 ເມສາ ມານີ້ ເປັນຕົ້ນ

2) ໃຫ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງຄົນທີ່ຈະມາຈາກຕ່າງປະເທດໃນຕໍ່ໜ້າ ໂດຍສະເພາະແຮງງານລາວ ທີ່ຈະກັບມາຈາກປະເທດໃກ້ຄຽງ ທີ່ຈະສືບຕໍ່ເຂົ້າມາ ແລະ ຊ່ຽວຊານບັນດາໂຄງການ ແມ່ນໃຫ້ມີການກັກກັນ ຢູ່ສູນ ແລະ ກວດຫາເຊື້ອພະ ຍາດກ່ອນ. ຖ້າຜົນກວດອອກມາ ເປັນບວກ (ມີເຊື້ອ) ໃຫ້ສົ່ງເຂົ້າໂຮງໝໍເພື່ອຮັບການປິ່ນປົວທັນທີ, ຖ້າຜົນກວດອອກມາເປັນລົບ (ບໍ່ມີເຊື້ອພະຍາດ) ໃຫ້ສືບຕໍ່ກັກກັນຕົວ ແລະ ຕິດຕາມອາການ ຈົນຄົບ 14 ວັນ. ຫ້າມເດັດຂາດ ບໍ່ໃຫ້ກັກກັນຕົວຢູ່ເຮືອນ.

3) ໃຫ້ຄະນະສະເພາະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດຕໍ່ວຽກງານຈຳນວນໜຶ່ງທີ່ຜ່ານມາ ຍັງມີຄວາມເຂົ້າໃຈທີ່ບໍ່ເປັນເອກະພາບກັນ ຊຶ່ງບາງທ້ອງຖິ່ນ ໄດ້ກຳນົດເງື່ອນໄຂສະເພາະຂອງຕົນ ໂດຍບໍ່ທັນສອດ ຄ່ອງກັບເນື້ອໃນຈິດໃຈຄຳສັ່ງ 06/ນຍ ໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນ:

  • ບາງທ້ອງຖິ່ນ ຍັງມີການຈຳກັດ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນໄປທຳການຜະລິດ, ໄປນາ, ໄປສວນ ແລະ ໄປທໍາມາຫາກິນ, ຊຶ່ງໃນຄຳສັ່ງ ແມ່ນບໍ່ໄດ້ຫ້າມ.

  • ການອອກນິຕິກຳຜັນຂະຫຍາຍ ຫຼື ແນະນໍາ ຂອງບາງຂະແໜງການ ແລະ ທ້ອງຖິ່ນ ເຫັນວ່າມີກໍລະນີຂັດກັບເນື້ອໃນຈິດໃຈຂອງຄໍາສັ່ງ 06/ນຍ.

  • ຍັງມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ, ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

4) ໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະ ກຳນົດວ່າ ເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດບໍ່ມີຄວາມສ່ຽງ (ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ) ພ້ອມທັງກຳນົດແຈ້ງວ່າມາດຕະ ການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະເຂດ ຕ້ອງເຮັດແນວໃດ, ເຂດທີ່ມີຄວາມ ສ່ຽງໜ້ອຍ ແລະ ບໍ່ມີຄວາມສ່ຽງ ຈະຜ່ອນຜັນໃນການປະຕິບັດບັນດາມາດຕະ ການປ້ອງກັນ ແລະ ຄວບຄຸມຄືແນວໃດ?, ຈາກນັ້ນອອກຄຳແນະນໍາ ໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດ.

5) ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ  ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາ ຊົນເອົາໃຈໃສ່ ແລະ ມີສະຕິໃນການປ້ອງກັນຕົນເອງ ເພື່ອບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ຕາມການແນະນໍາຂອງຄະນະສະ ເພາະກິດ ເປັນຕົ້ນມາດຕະການນໍາໃຊ້ຜ້າປິດປາກ-ດັງ, ມາດຕະການລ້າງມືດ້ວຍນໍ້າຢາລ້າງມື, ມາດຕະການຮັກສາໄລຍະຫ່າງ, ມາດຕະການຮັກສາຄວາມສະອາດໃນການກິນຢູ່ ;  ວາງແຜນໃນ ການປັບປຸງຟື້ນຟູການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະສັ້ນ, ກາງ ແລະ ຍາວ.

6) ໃຫ້ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ສະກັດກັ້ນແກ້ໄຂການລະເມີດຄຳສັ່ງ, ນິຕິກຳຕ່າງໆ ໃນການຕ້ານ ໂຄວິດ-19 ແລະ ບັນດາປະກົດການຫຍໍ້ທໍ້ ໃນສັງຄົມ ໃຫ້ເຂັ້ມງວດ ແລະ ສັກສິດຕື່ມ.

  1. ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງ 31/ນຍ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ:

1) ໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງ 32/ນຍ ສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການ ທີ່ໄດ້ກຳນົດໃນຂໍ້ຕົກ ລົງ 31/ນຍ ໃຫ້ສຳເລັດ ແລະ ປະກົດຜົນເປັນຈິງ, ໃນພາກປະຕິບັດຕົວ ຈິງຖ້າມີບັນຫາໃດຫຍຸ້ງຍາກ ກໍໃຫ້ສຸມໃສ່ແກ້ໄຂໃຫ້ທະລຸລ່ວງ ເພື່ອຊ່ວຍຫຼຸດຜ່ອນຜົນກະ ທົບຕໍ່ພາກທຸລະກິດ.

2) ໃຫ້ຄະນະສະເພາະກິດ ທັງສອງຄະນະ ຮີບຮ້ອນສົມທົບກັນແຕ່ງຄະນະວິຊາການໄປກວດກາບັນດາກິດຈະການ, ໂຄງການ, ໂຮງຈັກໂຮງງານ ທີ່ໄດ້ສະເໜີມາວ່າມີຄວາມຈຳເປັນໃນການສືບຕໍ່ເຄື່ອນໄຫວ ແລະ ດຳເນີນທຸລະກິດ ໂດຍເຮັດເປັນຫຼາຍຄະນະ, ຖ້າກິດຈະການ ຫຼື ໂຄງການໃດ ສາມາດປະຕິບັດຕາມເງື່ອນໄຂ ແລະ ມາດຖານທີ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕາມຂໍ້ຕົກລົງ 31/ສພກ ກໍສາມາດອະນຸ ຍາດໄດ້, ແຕ່ຕ້ອງມີການຄຸ້ມຄອງ ແລະ ຕິດຕາມຢ່າງໃກ້ຊິດ. ສໍາລັບກິດຈະກໍາ ຫຼື ໂຄງການ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງບັນດາແຂວງ ກໍຄວນມອບໃຫ້ຄະນະສະເພາະກິດແຂວງ ລົງກວດກາ ໂດຍອີງໃສ່ຄຳແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ກຳນົດ.

3) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຊາຍແດນ, ໃຫ້ຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເໜົ່າເສຍ ຍ້ອນອຸປະສັກໃນການຂົນສົ່ງ ເດັດຂາດ, ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.

4) ສຳລັບການປະຕິບັດນະໂຍບາຍຕໍ່ແຮງງານທີ່ໄດ້ເຂົ້າໃນລະບົບປະກັນສັງຄົມ ໃຫ້ປະຕິບັດຕາມລະບຽບກົດໝາຍ, ສໍາລັບແຮງງານທີ່ຢູ່ນອກລະບົບມອບໃຫ້ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ນຳໄປຄົ້ນຄວ້າລະອຽດ ແລ້ວມາລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບອຳນາດການປົກຄອງທ້ອງ ຖິ່ນທຸກຂັ້ນ ມີວິທີແນະນໍາໃຫ້ປະຊາຊົນເພີ່ມພູຸນຜະລິດຜົນ ໂດຍສະເພາະການປູກ ແລະ ການລ້ຽງສັດ ກຸ້ມຕົນເອງ.

5) ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດພາຍຫລັງວັນທີ 03 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງ ທ່ຽວ ເມື່ອການລະບາດຂອງພະຍາດ ຢຸດເຊົາ.

6) ສຳລັບການສະເໜີຂໍຫຼຸດອັດຕາອາກອນມູນຄ່າເພີ່ມໄຟຟ້າ ແລະ ນໍ້າປະປາ ນັ້ນ ເນື່ອງຈາກຈະມີຜົນກະທົບຕໍ່ການເກັບລາຍຮັບຫຼາຍສົມຄວນ ຈຶ່ງເຫັນວ່າບໍ່ທັນຕົກລົງໄດ້ເທື່ອ, ໃຫ້ໄປຄົ້ນຄວ້ານະໂຍບາຍດ້ານອື່ນໆແທນ.
7) ໃຫ້ກະຊວງການເງິນ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປຶກສາຫາລືກັບສະຖາບັນການເງິນສາກົນ ແລະ ບັນດາປະເທດ G20 ກ່ຽວກັບການເລື່ອນຫນີ້ຕາມນະໂຍບາຍ ຂອງກອງປະຊຸມກຸ່ມ G20. ພ້ອມກັນນັ້ນ ກໍໃຫ້ສະເໜີຂໍເງິນກູ້ດອກເບ້ຍຕໍ່າບ້ວງໃໝ່ ເພື່ອມາຟື້ນຟູຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19.

8) ໃຫ້ຄະນະສະເພາະກິດ ສືບຕໍ່ຄົ້ນຄວ້າບັນດາຂໍ້ສະເໜີໃໝ່ເພີ່ມຕື່ມຂອງພາກທຸລະກິດໃຫ້ລະອຽດ ໂດຍສະເພາະບັນດານະໂຍບາຍດ້ານການເງິນ, ທະ ນາຄານ ກໍຄືບັນດານະໂຍບາຍ ເພື່ອສົ່ງເສີມການຜະລິດກະສິກຳເປັນສິນຄ້າ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າມາດຕະການຟື້ນຟູເສດຖະກິດ ໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ, ແລ້ວສະເໜີລັດຖະບານ ພິຈາລະນາ.

9) ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບກັບຄະນະສະເພາະກິດ ທັງສອງຄະນະ ແລະ ຂະແໜງການກ່ຽວຂ້ອງ ສັງລວມ ແລະ ຮຽບຮຽງ ຕາມການປະກອບຄໍາຂອງສະມາຊິກລັດຖະບານ ເພື່ອອອກເປັນມະຕິຂອງລັດຖະບານ ແລະ ແຈ້ງການ ຜົນກອງປະຊຸມລັດຖະບານ ໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ.

ໃນຕອນທ້າຍ ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກ ງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມ ປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກ ຕື່ມອີກ 10 ວັນ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດ ໂຄວິດ-19 ຄັ້ງນີ້ ໄດ້ຮັບໄຊຊະນະ. ຂໍໃຫ້ສື່ມວນຊົນທຸກປະເພດ ລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນບັນດາ ເຜົ່າ ອອກຂ່າວ, ໃຫ້ຂໍ້ມູນຂ່າວ ສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງ ຄົມ.