ສີນທະສອນ ອີກ 1 ເດັກປັ້ນຂອງ ລ໋ອບ ສະເຕດ້ຽມ ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ ເປັນຄົນທີ 5

111

ກ່ອນໜ້ານີ້ໄດ້ແນະນໍາ ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ, ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ ແລະ ອານຸໄຊ ເພັງກິ່ງລາ 4 ນັກເຕະເຍົາວະຊົນລາວ ໃນນາມຕົວແທນຂອງ ລ໋ອບ ສະເຕດ້ຽມ ທີ່ຜ່ານການຄັດເລືອກຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ. ດັ່ງນັ້ນ, ມື້ນີ້ຈະມາແນະນໍາ ສີນທະສອນ ສິງຫາຈັກ ນັກເຕະຄົນທີ 5 ຈາກທັງໝົດ 8 ຄົນທີ່ຄວ້າສິດໄປລາຍການດັ່ງກ່າວ.

ສີນທະສອນ ສິງຫາຈັກ ໃຫ້ສໍາພາດວ່າ: ເລີ້ມເຕະບານຈິງຈັງເມື່ອ 4 ປີທີ່ຜ່ານມາ ຕອນທີ່ພໍ່ຂອງຫຼານຖາມຫຼານວ່າ ມັກເຕະະບານບໍ? ເຊິ່ງຕອນນັ້ນຫຼານກະຕອບວ່າບໍ່ມັກ ເພາະຕອນນັ້ນຫຼານມັນຕີດອກ ຈົນມາຮອດໄລຍະໜຶ່ງທີມີການແຂ່ງຂັນບານໂລກ ພໍ່ຫຼານກາເລີຍໃຫ້ໄປເບິ່ງນໍາກັນ ຈາກເຫດດັ່ງກ່າວ ເຮັດໃຫ້ຫຼານໄດ້ຮູ້ວ່າມວນດີຄືສິຄັກ ຈົນມາຮອດປີ 2016 ພີ່ນ້ອງຂອງທາງແມ່ກາເລີຍຊວນຫຼານໄປເຕະບານຊ້ອມບານຫຼານກາເລີຍວ່າຢາກລອງ ແລະ ມີ ສຸຂາພອນ ວົງຊຽງຄຳ ກອງໜ້າທີມຊາດລາວ ເປັນແບບຢ່າງ.

“ ນ້ອງເຂົ້າສັງກັດສະໂມສອນທໍາອິດກັບ ລ໋ອບ ສະເຕດ້ຽມ ໃນປີ 2016 ຈົນມາຮອດປັດຈຸບັນ ແລະ ຫຼ້າສຸດກໍໄດ້ໄປເຂົ້າຮ່ວມຄັດເລືອກລະຫວ່າງວັນທີ 15-16 ກຸມພາ 2020 ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ສາມາດຕິດ 1 ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ນ້ອງກະໄດ້ປະສົບການຫຼາຍຢ່າງ ໄດ້ເຫັນສະພາບເເວດລ້ອມໃໝ່ໆ ແລະ ແລກປ່ຽນຄວາມຮູ້ທາງດ້ານວັດທະນາທຳ ລວມທັງຍັງໄດ້ໝູ່ໃໝ່ໄດ້ທັງຮອຍຍີ້ມ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆ ” ສີນທະສອນ ກ່າວ.

ສໍາລັບ ສີນທະສອນ ສິງຫາຈັກ ເກີດວັນທີ 9 ພຶດສະພາ 2006 ຫຼິນຕໍາແໜ່ງກອງຫຼັງຂອງສະໂມສອນ ລ໊ອບ ສະເຕດ້ຽມ ໃນຮຸ່ນອາຍຸບໍ່ເກີນ 15 ປີ ປັດຈຸບັນຢູ່ບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮຽນຢູ່ຊັ້ນ ມ 3 ທີ່ໂຮງຮຽນ ວຽງສະຫວັນ ເຊິ່ງເປັນນັກເຕະເຍົາວະຊົນລາວ ທີ່ຕິດ 1 ໃນ 8 ນັກເຕະລາວ ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ, ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ ແລະ ອານຸໄຊ ເພັງກິ່ງລາ, ສ່ວນອີກ 3 ຄົນທີ່ຍັງບໍ່ທັນໄດ້ແນະນໍາ ປະກອບດ້ວຍ ພູສົມບູນ ປັນຍາວົງ, ດູລະໄນ ແກ້ວມິນີວົງ, ແລະ ທິບພະຈັນ ປະສົມສຸກ ຈະມາແນະນໍາໃນສະບັບໜ້າ.
(ຮູບ-ຂ່າວ: ຄໍາສອນ)