3 ສາວງາມຈາກ ອັອກຊີໂມ​ລາ ໂມເດວລິ້ງມອບອຸປະກອນຊ່ວຍແພດໃຫ້ໂຮງໝໍມິດຕະພາບ

164

ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນໃນການປະຕິບັດໜ້າທີ່ ຂອງບັນດາແພດໝໍຕາມໂຮງໝໍຕ່າງໆ ໂດຍສະເພາະກໍແມ່ນໂຮງໝໍສູນກາງທີ່ຮັບປິ່ນປົວຄົນເຈັບ, ຜູ້ຕິດເຊື້ອ, ຜູ້ຕ້ອງສົງໄສຈາກເຊື້ອພະຍາດໂຄວິດ 19 ທີ່ແຜ່ລະບາດຢູ່ຂະນະນີ້ ຍິ່ງຕ້ອງມີເຄື່ອງມືອຸປະກອນຈຳເປັນຕ່າງໆເຂົ້າໃນການປະຕິບັດໜ້າທີ່ ແລະ ກໍມີຫຼາຍໆພາກສ່ວນໃຫ້ການຊ່ວຍເຫຼືອ ທັງເປັນ ທຶນຮອນ ອຸປະກອນ ຫຼື ອາຫານການກິນ ເພື່ອໃຫ້ກຳລັງໃຈ, ຊຸກຍູ້ການປະຕິບັດໜ້າທີ່ຂອງແພດໝໍ

ດັ່ງ 3 ສາວງາມ ຈາກ 3 ເວທີ ສາວ ລັດ ລັດດາພອນ ວົງສຸວັນ Miss Crystal Angel International 2019, ເຈນ ມາໄລລັກ ພະຈັນ Miss Grand Laos 2019, ປານິດາ ບຸບຜາ ຮອງອັນດັບ1 Miss World Laos 2019, ພ້ອມທີມງານຂອງ ບໍລິສັດ Oxymora modeling ເປັນຕົວແທນຂອງບໍລິສັດໄດ້ໄປມອບເຄື່ອງອຸປະກອນທີ່ຈຳເປັນໃຫ້ບັນດາແພດໝໍຢູ່ ໂຮງໝໍ ມິດຕະພາບ 150 ຕຽງ ໃນຕອນເຊົ້າວັນທີ 23 ເມສາ 2020 ລວມມູນຄ່າ 13.600.000 ກີບ ໃນນັ້ນເປັນຂອງຄອບຄົວ ແກ້ວຄອນນາງ ຮ່ວມສົມທົບ ຈຳນວນ 20.000 ບາດ ຫຼື ປະມານ 6.000.000 ກີບ

ການໄປມອບໃນຄັ້ງນີ້ມີປະກອບມີ ເຂົ້າສານ, ບັ້ງອົກຊີ 2 ບັ້ງ, ໜ້າກາກກັນຝຸ່ນລະອອງ ແລະ ເຈວລ້າງມື ເພື່ອປະກອບສ່ວນເຂົ້າໃນວຽກງານຂອງແພດໝໍໃນການປະຕິບັດພາລະກິດ ແລະ ກໍເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈ ແພດໝໍທຸກຄົນໃນການຕ້ານໂຄວິດ 19 ແລະ ຈະຜ່ານພົ້ນໄປນຳກັນ.

ທັງນີ້, ທ່ານ ດຣ ສອນໄຊ ລາດຊະວົງ ຮອງຜູ້ອໍານວຍການໂຮງໝໍມິດຕະພາບ ກ່າວວ່າ: ເຄື່ອງທີ່ນໍາມມາມອບໃນຄັ້ງນີ້ ເປັນປະໂຫຍດແກ່ການນໍາໃຊ້ເຂົ້າໃນວຽກງານການແພດຫຼາຍ ເນື່ອງຈາກເປັນວັດຖຸຊ່ວຍປ້ອງກັນ ຫຼື ຮັບໃຊ້ແກ່ການປະຕິບັດໜ້າທີ່ຂອງແພດໝໍ ຜູ້ທີ່ມີຄວາມສ່ຽງທີ່ສຸດໃນການສໍາຜັດໃກ້ຊິດກັບຜູ້ປ່ວຍ.

ແນວໃດກໍ່ຕາມ ສໍາລັບວັດຖຸອຸປະກອນຕ່າງໆ ຢູ່ພາຍໃນໂຮງໝໍແມ່ນມີນໍາໃຊ້ຢູ່ ແຕ່ສິ່ງທີ່ຂາດກໍ່ຍັງມີຫຼາຍ ເປັນຕົ້ນແມ່ນຊຸດເຄື່ອງນຸ່ງປ້ອງກັນ, ເກີບທີ່ທ່ານໝໍນໍາໃຊ້ໃນເວລາປິ່ນປົວຄົນເຈັບ.

ເຖິງຢ່າງໃດກໍ່ຕາມ ປັດຈຸບັນນີ້ເຫັນໄດ້ວ່າສັງຄົມລາວທຸກທົ່ວໜ້າລ້ວນເຫັນໃຈ ແລະ ໃຫ້ຄວາມຊ່ວຍເຫຼືອ, ຊຸກຍູ້ແພດໝໍໃນການປະຕິບັດໜ້າທີ່ຢູ່ຕະຫຼອດ ເຊິ່ງມັນກາຍເປັນສິ່ງໜຶ່ງທີ່ກະຕຸ້ນ ຫຼື ກະຕຸກຊຸກຍູ້ເປັນກໍາລັງໃຈໃຫ້ແກ່ທີມແພດໝໍບຸກບືນ ເປັນນັກຮົບເສື້ອຂາວ ຕໍ່ສູ້ກັບເຊື້ອພະຍາດນີ້ໃຫ້ໝົດໄປຈາກລາວເຮົາໂດຍໄວ.