ຊົມເຊີຍ! ທະນາຄານຮ່ວມພັດທະນາ ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງຈໍາປາສັກ ມູນຄ່າ 100 ລ້ານກີບ

98

ທະນາຄານຮ່ວມພັດທະນາ (JDB) ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ແຂວງຈໍາປາສັກ ເພື່ອປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ- 19 ເຊິ່ງມີມູນຄ່າທັງໝົດ 100 ລ້ານກີບ ປະກອບມີ: ເຄື່ອງວັດແທກອຸນຫະພູມ ຈໍານວນ 40 ເຄື່ອງ ມູນຄ່າ 40 ລ້ານກີບ ພ້ອມດ້ວຍເງີນສົດ 60 ລ້ານກີບ ທີ່ໄດ້ຈາກກອງທຶນຮ່ວມໃຈຂອງທະນາຄານຮ່ວມພັດທະນາ.

ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ່ 22 ເມສາ 2020 ຢູ່ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໂດຍການກ່າວມອບຂອງທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ແລະ ກ່າວຮັບໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ ຮັກສາການເຈົ້າແຂວງ ຈໍາປາສັກ ໂດຍການຊ້ອງໜ້າຜູ້ບໍລິຫານທະນາຄານຮ່ວມພັດທະນາ ແລະ ການນໍາແຂວງຈໍາປາສັກໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້ ທ່ານ ປອ. ວິໄລວົງ ບຸດດາຄໍາ ຮັກສາການເຈົ້າແຂວງຈໍາປາສັກ ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງທະນາຄານຮ່ວມພັດທະນາທີ່ໄດ້ຊ່ວຍເຫຼືອໃນຄັ້ງນີ້ ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມລາວເວົ້າລວມ, ເວົ້າສະເພາະກໍ່ຄືຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງຈໍາປາສັກ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆຈາກທະນາຄານຮ່ວມພັດທະນາຕື່ມອີກ.

ຂໍ້ມູນຂອງທະນາຄານຮ່ວມພັດທະນາໃຫ້ຮູ້ວ່າ: ໂດຍເຫັນໄດ້ຄວາມສໍາຄັນຂອງການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ ໃນວັນທີ 10 ເມສາ 2020 ຜ່ານມາ, ກອງທຶນຮ່ວມໃຈຂອງທະນາຄານຮ່ວມພັດທະນາ ໄດ້ເປີດໃຫ້ຜູ້ບໍລິຫານ ແລະ ພະນັກງານທົ່ວທະນາຄານ ໄດ້ຮ່ວມສົມທົບທຶນໃນຄັ້ງນີ້ຜ່ານບັນຊີກອງທຶນຮ່ວມໃຈ ເພື່ອເປັນການປະກອບສ່ວນຕໍ່ຕ້ານໂຄວິດ-19 ທີ່ພວມລະບາດຢູ່ຫຼາຍປະເທດທົ່ວໂລກ ເຊິ່ງໃນນັ້ນ ສປປ ລາວ ເຮົາກໍມີຜູ້ຕິດເຊື້ອຈາກພະຍາດດັ່ງກ່າວແລ້ວ.