ວິທີເບິ່ງແຍງສຸຂະພາບໃຫ້ຫ່າງໄກຈາກພະຍາດທີ່ມາກັບອາກາດຮ້ອນ

124
25965282 - happy asian senior couple sitting outdoors on sunset

ເມື່ອກ້າວເຂົ້າສູ່ລະດູຮ້ອນອີກໜຶ່ງສາເຫດທີ່ອາດຈະເຮັດໃຫ້ຮ່າງກາຍປັບສະພາບນຳບໍ່ທັນ ຈຶ່ງເຮັດໃຫ້ມີອາການເຈັບປ່ວຍ ຫຼື ເປັນຫວັດໄດ້ງ່າຍ. ມື້ນີ້ພວກເຮົານຳເອົາ 7 ວິທີ ເບິ່ງແຍງສຸຂະພາບໄລຍະລະດູຮ້ອນໃຫ້ຫ່າງໄກຈາກພະຍາດບາດເຍົາມາຝາກ ດັ່ງນີ້:

1 ບໍ່ຄວນດື່ມນໍ້າເຢັນ ຫຼື ກິນນໍ້າກ້ອນໃນລະດູຮ້ອນ: ອາກາດຮ້ອນຕ້ອງຫາທາງຊ່ວຍແກ້ຄວາມຮ້ອນເພື່ອປ້ອງກັນຄວາມຮ້ອນທີ່ກະທົບຕໍ່ຮ່າງກາຍຫຼາຍເກີນໄປເປັນຫຼັກການທີ່ຖືກຕ້ອງ, ການດື່ມນ້ຳເຢັນເປັນວິທີການທີ່ບໍ່ຖືກຕ້ອງ ພ້ອມທັງສົ່ງຜົນກະທົບຕໍ່ລະບົບການຍ່ອຍອາຫານອີກດ້ວຍ ກໍ່ໃຫ້ເກີດພະຍາດກະເພາະລຳໄສ້ອັກເສບໄດ້ງ່າຍ. ສະນັ້ນ, ເຮົາຄວນດື່ມນ້ຳທຳມະດາ ( ທີ່ຕົ້ມສຸກແລ້ວ ) ຫຼື ດື່ມນ້ຳເກືອສະໝຸນໄພ ເຊັ່ນ: ດື່ມນ້ຳຊາຮ້ອນ, ນ້ຳເກັກຮວຍ, ນ້ຳດອກສາຍນ້ຳເຜີ້ງ, ນ້ຳໃບໄມ້ໄຜ່, ນ້ຳຖົ່ວ ແລະ ອື່ນໆ ທີ່ຈະຊ່ວຍຫຼຸດ ຄວາມດັນຂອງຫົວໃຈ ( ການໄຫຼວຽນເລືອດ ) ໄດ້ເປັນຢ່າງດີ.

2 ບໍ່ຄວນນອນຕາກລົມ ຫຼື ຄວາມເຢັນດົນ: ເພາະຄວາມຮ້ອນຈາກລົມແດດເຮັດໃຫ້ເສຍເຫື່ອເສຍພະລັງ ເມື່ອນອນຫຼັບຕາກລົມໃນຂະນະທີ່ເຫື່ອອອກຈະເຮັດໃຫ້ອຸນຫະພູມຜິວຂອງຮ່າງກາຍຫຼຸດຕ່ຳລົງ, ການໃຊ້ພັດລົມ ຫຼື ເຄື່ອງປັບອາກາດບໍ່ຄວນໃຫ້ກະທົບຮ່າງກາຍດົນເກີນໄປ ເພາະຈະເຮັດໃຫ້ທ້ອງອືດ, ເຈັບທ້ອງ ໂດຍສະເພາະເດັກນ້ອຍທີ່ມັກໄປທ່ຽວສູນການຄ້າຕ່າງໆ ຕ້ອງລະວັງການປ່ຽນແປງຂອງອາກາດຖ້າປັບສະພາບບໍ່ທັນຈະເຮັດໃຫ້ບໍ່ສະບາຍໄດ້ງ່າຍ.

3 ການນອນພັກຜ່ອນໃນໄລຍະລະດູຮ້ອນ: “ ເວລາກາງເວັນຈະຍາວກາງຄືນຈະສັ້ນ ” ເຮັດໃຫ້ເຮົານອນໄດ້ໜ້ອຍ ກວ່າປົກກະຕິ. ສະນັ້ນ, ການໄດ້ພັກຜ່ອນນອນຫຼັບໃນເວລາກາງເວັນຈະເປັນປະໂຫຍດຕໍ່ສຸຂະພາບ, ສ່ວນຄົນທີ່ເຮັດວຽກເວລາກາງເວັນອາດຈະຫຼັບຢູ່ບ່ອນເຮັດວຽກບໍ່ສະດວກກໍຄວນພັກຜ່ອນໃນໄລຍະພັກກາງເວັນກໍເປັນການພັກຜ່ອນທີ່ດີ.

4 ອາຫານໃນລະດູຮ້ອນ: ລະບົບການຍ່ອຍອາຫານຈະເຮັດວຽກໜ້ອຍລົງເຮັດໃຫ້ເຮົາບໍ່ຄ່ອຍຮູ້ສຶກຢາກກິນອາຫານ. ສະນັ້ນ, ເຮົາລອງປັບການກິນອາຫານທີ່ເໝາະສົມຕາມນີ້ ເຊັ່ນ: ກິນເຂົ້າປຽກເຂົ້າຕອນເຊົ້າ, ກິນໝາກໄມ້ດັບຮ້ອນແກ້ການຢາກກິນນ້ຳ ເຊັ່ນ: ໝາກແຕງໂມ, ມັງຄຸດ, ຫົວກະຣົດ ຫຼີກລຽງການກິນອາຫານຈຳພວກຈືນມັນໆ ຫຼື ຖ້າຮູ້ສຶກບໍ່ສະບາຍຄວນຫຼີກລຽງການກິນຖຸລຽນ, ລິນຈີ່, ລຳໄຍ ແລະ ອີກຢ່າງທີ່ຄວນລະວັງຄືອາຫານບູດ, ຄວນກິນອາຫານທີ່ເຮັດສຸກໃໝ່ໆ ຈະປອດໄພກວ່າ.

5 ການເບິ່ງແຍງສຸຂະພາບເດັກນ້ອຍ: ພໍ່ແມ່ຄວນເອົາໃຈໃສ່ເບິ່ງແຍງເປັນພິເສດ, ເລືອກເສື້ອຜ້າທີ່ດູດຊັບເຫື່ອ ແລະ ລະບາຍຄວາມຮ້ອນໄດ້ດີ, ອາຫານຕ້ອງປຸງສຸກ, ສະອາດ, ພໍ່ແມ່ຄວນໃຫ້ລູກຢູ່ບ່ອນທີ່ລະບາຍອາກາດໄດ້ດີ ຫາກຈຳເປັນຕ້ອງເດີນທາງບ່ອນອື່ນຄວນໃຫ້ລູກໃສ່ໝວກ, ໃສ່ເສື້ອແຂນຍາວ ແລະ ໂສ້ງຂາຍາວ ເພື່ອຊ່ວຍປ້ອງກັນແສງແດດ.

6 ສຳລັບແມ່ຍິງຖືພາກັບການເບິ່ງແຍງຕົນເອງໃນລະດູຮ້ອນ: ເພາະການເຜົາຜານພະລັງງານໃນຮ່າງກາຍຂອງແມ່ຍິງຖືພາຈະສູງກວ່າພາວະປົກກະຕິ, ສ່ຽງເປັນພາວະລົມແດດງ່າຍກວ່າຄົນປົກກະຕິ, ລະວັງຢ່າໃຫ້ຕົນເອງເປັນຫວັດ, ຫ້າມອາບນ້ຳຮ້ອນຈັດ ຫຼື ເຢັນຈັດເກີນໄປ, ເສື້ອຜ້າຕ້ອງເລືອກໃສ່ຜືນໃຫຍ່ລະບາຍອາກາດໄດ້ດີ, ດູດຊັບເຫື່ອໄດ້ດີ, ອາຫານທີ່ກິນຕ້ອງສະອາດ ແລະ ມີປະໂຫຍດ.

7 ສ່ວນບຸກຄົນ 3 ປະເພດທີ່ຕ້ອງລະວັງໃຫ້ຫຼາຍ ເຊັ່ນ: ຄົນສູງອາຍຸທີ່ຮ່າງກາຍອ່ອນເພຍ, ຄົນທີ່ມີລະບົບຍ່ອຍອາຫານມີບັນຫາ, ຄົນທີ່ເປັນໄຂ່ຫຼັງ, ມັກໜາວ ເມື່ອໄດ້ຮັບຄວາມຮ້ອນຈາກແສງແດດ ຈະສົ່ງຜົນກະທົບຕໍ່ລະບົບຕ່າງໆຕໍ່ຄົນທັງ 3 ປະເພດນີ້. ດັ່ງນັ້ນ, ຄວນເບິ່ງແຍງຢ່າງໃກ້ຊິດ.

ຄວາມຮູ້ຕ່າງໆຂ້າງເທິງນີ້ອາດຈະເຮັດໃຫ້ທຸກຄົນຜ່ານພົ້ນໄລຍະອາກາດຮ້ອນປີນີ້ ແລະ ທຸກໆປີຢ່າງສຸກກາຍສຸກໃຈຫ່າງໄກພະຍາດແນ່ນອນ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: thaihealth