ແຂວງສະຫວັນນະເຂດ ຍັງສືບຕໍ່ປະຕິບັດການເຝົ້າລະວັງ, ປ້ອງກັນ, ຄວບຄຸມແກ້ໄຂພະຍາດໂຄວິດ – 19 ຢ່າງຕັ້ງໜ້າ

167

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ – 19 ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນຜົນຕິດຕາມຄວາມຄືບໜ້າການປະຕິບັດມາດຕະການໂຕ້ຕອບພະຍາດໂຄວິດ – 19 ຂຶ້ນໃນຕອນເຊົ້າວັນທີ 20 ເມສາ 2020 ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີບັນດາພະແນກການອ້ອມຂ້າງແຂວງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານສະເພາະກິດຂັ້ນແຂວງ ໄດ້ຂຶ້ນຜ່ານບົດລາຍງານຄວາມຄືບໜ້າການປະຕິບັດມາດຕະການໂຕ້ຕອບພະຍາດໂຄວິດ – 19 ວ່າ: ນັບແຕ່ມີການລະບາດພະຍາດໂຄວິດ – 19 ຢູ່ໃນພາກພື້ນ ແລະ ສາກົນ ແລະ ຢູ່ ສປປ ລາວ ບັນດາການນຳທຸກຂັ້ນກໍຄືບັນດາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ – 19 ຂັ້ນແຂວງ, ຂັ້ນເມືອງ ກໍໄດ້ມີການຊີ້ນຳປະເມີນສະພາບການ ແລະ ວາງແຜນການເຄື່ອນໄຫວໃນແຕ່ລະໄລຍະຢ່າງເຂັ້ມງວດ, ໄດ້ຜັນຂະຫຍາຍມະຕິຄຳສັ່ງແຈ້ງການຕ່າງໆຂອງຄະນະນຳກໍຄືຄະນະສະເພາະກິດຂັ້ນສູນກາງ, ກົມ ແລະ ກະຊວງຕ່າງໆຢ່າງເຂັ້ມງວດ . ພ້ອມນີ້, ກໍໄດ້ອອກຄຳສັ່ງເພີ່ມຕື່ມຂອງເຈົ້າແຂວງຈຳນວນໜຶ່ງ.

ໄດ້ກັ່ນກອງຜູ້ສົງໄສຕິດເຊື້ອທຸກກຸ່ມຄົນທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງມາຈາກເຂດສ່ຽງ ໂດຍສະເພາະກຸ່ມແຮງງານທີ່ເດີນທາງມາຈາກປະເທດເພື່ອນບ້ານ ໄດ້ມີການສົ່ງເຂົ້າໄປກັກບໍລິເວນຢູ່ສູນຈຳກັດບໍລິເວນ  ແລະ ຕິດຕາມອາການໃຫ້ຄົບ 14 ວັນ.

ຜ່ານການຕິດຕາມແຕ່ວັນທີ 20/3 – 19/4/2020 ມີສູນຈຳກັດບໍລິເວນສະສົມຈຳນວນ 481 ແຫ່ງ ປັດຈຸບັນຍັງເຫຼືອ 63 ແຫ່ງ  ມີຜູ້ຖືກຈຳກັດບໍລິເວນ 26.241 ຄົນ ຍິງ 12.656 ຄົນ ( ຕ່າງ  ແຂວງ 103 ຄົນ ຍິງ 44 ຄົນ ແລະ ຕ່າງປະເທດ 1 ຄົນ, ພະນັກງານພູເບ້ຍ 14 ຄົນ ) ຕິດຕາມຄົບ 14 ວັນ ແລະ ອອກກັບເຮືອນສະສົມຈຳນວນ 25.865 ຄົນ ຍິງ 12.511 ຄົນ, ຍັງຄ້າງສູນປັດຈຸບັນ 376 ຄົນ ຍິງ 145 ຄົນ, ມີລາຍງານຄົນເຈັບທົ່ວໄປ 108 ຄົນ, ໄດ້ມີຄົນເຈັບສະແດງອາການຈຳນວນ 92 ຄົນ ແລະ ມີ 27 ຄົນ ທີ່ມີອາການຄ້າຍຄືກັບພະຍາດໂຄວິດ – 19 ( ໃນນັ້ນມີຕ່າງປະເທດຈາກບໍ່ຄຳເຊໂປນ 5 ຄົນ, ພະນັກງານພູເບ້ຍ 1 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 11 ) ຜົນການວິເຄາະຢັ້ງຢືນວ່າເປັນລົບທັງໝົດ 27 ຄົນ.

ມາຮອດປັດຈຸບັນແຂວງສະຫວັນນະເຂດ ຍັງບໍ່ທັນມີຜູ້ຕິດເຊື້ອພະຍາດໂຄວິດ – 19, ເຖິງວ່າແຂວງສະຫວັນນະເຂດ ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ – 19 ກໍຕາມ ແຕ່ກໍໄດ້ມີການກະກຽມ ຄວາມພ້ອມໃນການບົ່ງມະຕິ ແລະ ປິ່ນປົວຢູ່ໂຮງໝໍແຂວງ ເປັນຕົ້ນແມ່ນຕ້ອງໄດ້ຕິດຕັ້ງເຄື່ອງກວດເຊື້ອຈຳນວນ 1 ເຄື່ອງ, ສາມາດກວດໄດ້ 5 ຕົວຢ່າງຕໍ່ມື້, ໄດ້ປັບປຸງຫ້ອງແຍກປ່ຽວ ຈຳນວນ 6 ຫ້ອງ ມີ 12 ຕຽງ. ໃນນັ້ນ, ມີເຄື່ອງຊ່ວຍຫາຍໃຈ 1 ເຄື່ອງ, ໄດ້ມີການປ່ຽນແຜນປັບປຸງຕຶກປິ່ນປົວພາຍ 1 ແລະ ພາຍໃນ 2 ເປັນສະຖານທີ່ປິ່ນປົວຄົນເຈັບຕິດເຊື້ອ, ສ່ວນຕຶກພິເສດອາດຈະໃຊ້ເປັນບ່ອນພັກແພດ.

ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ໃຫ້ທິດຊີ້ນໍາກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ – 19 ແມ່ນຕ້ອງໄດ້ເອົາໃຈໃສ່ເນັ້ນໜັກໃຫ້ພະນັກງານວິຊາການ, ແພດໝໍ, ເຈົ້າໜ້າທີ່ຕ່າງໆຕ້ອງຖືເອົາວຽກງານປ້ອງກັນ, ເຝົ້າລະວັງເປັນສິ່ງສໍາຄັນ, ສືບຕໍ່ສຶກສາອົບຮົມແນວຄິດຂອງປະຊາຊົນ ເປັນຕົ້ນແມ່ນອໍານາດການປົກຄອງບ້ານຍັງຖືເບົາ, ຄວາມເປັນເຈົ້າການຍັງບໍ່ທັນໄດ້ດີເທົ່າທີ່ຄວນ.