ການນໍາເມືອງໄຊບູລີ ລົງຕິດຕາມຊຸກຍູ້ຂະບວນການສ້ອມແປງຂົວຂ້າມຫ້ວຍລະມຶນ ບ້ານສະຫວ່າງ

154

ໃນວັນທີ 20 ເມສາ 2020 ນີ້ການນໍາເມືອງໄຊບູລີ ໄດ້ລົງຕິດຕາມຊຸກຍູ້ຂະບວນການສ້ອມແປງຂົວຂ້າມຫ້ວຍລະມຶນ ບ້ານສະຫວ່າງ ເມືອງໄຊບູລີ ແຂວງສະຫວັນນະເຂດ ນໍາໂດຍ ທ່ານ ອ່ອນລໍາພັນ ບົວສີແກ້ວ ເລຂາພັກເມືອງ, ເຈົ້າເມືອງໄຊບູລີ; ມີຫົວໜ້າຫ້ອງການໂຍທາທິການ – ຂົນສົ່ງເມືອງ, ພະນັກງານວິຊາການກ່ຽວຂ້ອງ, ຜູ້ຊີ້ນໍາກຸ່ມບ້ານ, ອໍານານການປົກຄອງບ້ານຕະຫຼອດຮອດປະຊາຊົນເຂົ້າຮ່ວມ.

ການສ້ອມແປງຂົວຄັ້ງນີ້ກໍເພື່ອເປັນການຍົກລະດັບຂົວໃຫ້ສູງຂຶ້ນກວ່າເກົ່າ ເຊິ່ງຂົວດັ່ງກ່າວໄດ້ຊຸດຕົວລົງ  ເນື່ອງຈາກໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນລະດູຝົນທີ່ຜ່ານມາ ຈົນໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ.  ສະນັ້ນ, ຕົກມາໃນລະດູແລ້ງ, ອໍານາດການປົກຄອງບ້ານ, ພ້ອມດ້ວຍປະຊາຊົນບ້ານສະຫວ່າງ ແລະ ບ້ານທີ່ໃກ້ຄຽງ ຈຶ່ງໄດ້ຮ່ວມແຮງຮ່ວມໃຈກັນລະດົມທຶນເຂົ້າໃນການກໍ່ສ້າງສ້ອມແປງຂົວຄືນໃໝ່ເພື່ອໃຫ້ໄດ້ມາດຕະຖານ.

ຂົວແຫ່ງນີ້ເປັນຂົວເບເລເຮັດດ້ວຍເຫຼັກ ມີຄວາມຍາວ 27 ແມັດ, ກວ້າງ 4,2 ແມັດ, ມີມູນຄ່າໃນການສ້ອມແປງ 10 ລ້ານກວ່າກີບ ເຊິ່ງໄດ້ເທເສົາເບຕົງຍົກລະດັບຂົວໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນການຊຸດຕົວຂອງຂົວດັ່ງກ່າວ.

ການລົງຕິດຕາມຄັ້ງນີ້ການນໍາຂັ້ນເມືອງ ໄດ້ມອບຊີມັງ 3 ໂຕນ ມູນຄ່າເກືອບ 2 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງສ້ອມແປງຂົວແຫ່ງນີ້ໃຫ້ສໍາເລັດ, ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ – ມາຫາສູ່ແລກປ່ຽນສິນຄ້າຂອງປະຊາຊົນໃນເຂດດັ່ງກ່າວນີ້.

ຈາກນັ້ນ, ບັນດາການນໍາຂັ້ນເມືອງພ້ອມຄະນະກໍຍັງໄດ້ລົງຕິດຕາມການເຝົ້າລະວັງ, ສະກັດກັ້ນການແຜ່ລະບາດພະຍາດໂຄວິດ – 19 ຢູ່ຈຸດດ່ານກວດກາດ່ານທີ 2 ດ່ານປາກເຊບັ້ງໄຟອີກ.

ຂ່າວ – ຮູບ: ເມືອງໄຊບູລີ