ເສດຖະກິດອາຊີຈະຟື້ນຕົວໄວເມື່ອໂຄວິດສະຫງົບ

72

ນັກເສດຖະສາດຫຼາຍສະຖາບັນວິເຄາະວ່າຫຼັງການລະບາດຂອງໂຄວິດ-19ສະຫງົບລົງເສດຖະກິດອາຊີຈະສາມາດຟື້ນຕົວໄດ້ຢ່າງໄວວາກວ່າເອີຣົບດ້ວຍເຫດຜົນຫຼາຍຢ່າງຕະຫຼອດຮອດການທີ່ອາຊີມີປະສົບການຮັບມືກັບການລະບາດຂອງພະຍາດມາກ່ອນ.

ທັງນີ້ອາຊີຕາເວັນອອກຮັບມືກັບຜົນກະທົບທາງເສດຖະກິດຈາກການລະບາດຂອງພະຍາດໄດ້ດີກວ່າພາກພື້ນອື່ນໂດຍທ່ານ ເດວິດ ເຄນລີ ຫົວໜ້ານັກຍຸດທະສາດລະດັບໂລກຂອງເຈພີມໍແກນໃຫ້ຄວາມເຫັນວ່າ:ພາບລວມຂອງອາຊີຕາເວັນອອກນັ້ນມີທ່າອ່ຽງຂ້ອນຂ້າງດີເມື່ອປຽບທຽບກັບພາກພື້ນອື່ນໆຂອງໂລກທັງໃນດ້ານເສດຖະກິດ ແລະ ການຄ້າໄລຍະທ້າຍປີ2020.

ເຖິງວ່າກິດຈະກໍາທາງເສດຖະກິດທົ່ວໂລກເສື່ອມໂຊມລົງເນື່ອງຈາກມາດຕະການປິດປະເທດ ແລະ ເວັ້ນໄລຍະຫ່າງທາງສັງຄົມໃນຫຼາຍປະເທດເພື່ອສະກັດການລະບາດຂອງພະຍາດ,ແຕ່ປະເທດໃນເຂດເສດຖະກິດໃນອາຊີຕາເວັນອອກເຊັ່ນສ.ເກົາຫຼີ,ສປ ຈີນມີໂອກາດດີກວ່າອາເມຣິກາຫຼືເອີຣົບສາມາດເຮັດໄດ້.

ການລະບາດຮ້າຍແຮງຂອງພະຍາດຕ່າງໆບໍ່ແມ່ນສິ່ງໃໝ່ສໍາລັບປະເທດໃນອາຊີເນື່ອງຈາກເມື່ອປີ2013ອາຊີກໍປະເຊີນກັບພະຍາດຊາຣ໌ລະບາດມາແລ້ວເຮັດໃຫ້ລັດຖະບານໃນອາຊີກະກຽມຕົນເອງໃຫ້ແຂງແກ່ນເພື່ອຮັບມືກັບຫາຍະນະໃນຄັ້ງຕໍ່ໄປ.