ຫຼັງພົ້ນວິກິດນັກທ່ອງທ່ຽວຈະຄ່ອຍໆເພີ່ມຂຶ້ນຕາມການຟື້ນຕົວຂອງເສດຖະກິດ

158

ຜູ້ປະກອບການທຸລະກິດທ່ອງທ່ຽວໃນລາວ ຄາດຄະເນວ່າຫຼັງຈາກຜ່ານພົ້ນການລະບາດຂອງພະຍາດໂຄວິດ – 19 ບັນຫາຕົ້ນຕໍທີ່ຫຼາຍປະເທດເອົາໃຈໃສ່ທຳອິດຄືການຟື້ນຟູເສດຖະກິດໃຫ້ກັບຄືນສູ່ສະພາບປົກກະຕິ. ໄລຍະຕົ້ນອາດສົ່ງຜົນຕໍ່ຂະແໜງການທ່ອງທ່ຽວ ເພາະລາຍຮັບຂອງຄົນຫຼຸດລົງ ແລະ ນັກທ່ອງທ່ຽວຈະເຂົ້າມາທ່ຽວ ສປປ ລາວ ໜ້ອຍລົງ, ແຕ່ຈະຄ່ອຍໆເພີ່ມຂຶ້ນຕາມຈັງຫວະການຟື້ນຕົວຂອງເສດຖະກິດ ລວມເຖິງນັກທ່ອງທ່ຽວອາດຫັນມາທ່ອງທ່ຽວພາຍໃນຫຼາຍຂຶ້ນ.

ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການ ບໍລິສັດ   ເອັກສ໌ໂຊ ທ່ອງທ່ຽວ ໃຫ້ສຳພາດວ່າ: ການລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸກຂົງເຂດວຽກງານ ແລະ ສົ່ງຜົນກະທົບຕໍ່ລາຍຮັບຂອງຄົນຈຳນວນຫຼວງຫຼາຍ ແລະ ໜຶ່ງໃນຂະແໜງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດກໍຄືຂະແໜງການທ່ອງທ່ຽວ ອັນເນື່ອງມາຈາກຜູ້ຄົນຢຸດການເດີນທາງ ເຮັດໃຫ້ຫຼາຍບໍລິສັດໄດ້ຮັບຜົນກະທົບປະມານ 60% – 100% ຂອງລາຍຮັບ ແລະ ມີບາງບໍລິສັດໄດ້ປິດກິດຈະກຳຊົ່ວຄາວມາແຕ່ໄລຍະຕົ້ນຂອງການລະບາດ.

ດ້ວຍປະສົບການໃນຂົງເຂດການທ່ອງທ່ຽວ 18 ປີ ທ່ານຄາດການວ່າຫຼັງຈາກຜ່ານພົ້ນວິກິດການລະບາດຂອງພະຍາດດັ່ງກ່າວແລ້ວ ພຶດຕິກຳຂອງນັກທ່ອງທ່ຽວ ແລະ ວິໄສທັດຂອງຜູ້ປະກອບການຈະປ່ຽນໄປ ໂດຍເນັ້ນການທ່ອງທ່ຽວທີ່ມີຄຸນນະພາບເພີ່ມຂຶ້ນ ລວມເຖິງງນັກທ່ອງທ່ຽວຈະຫຼຸດລົງເພາະບັນຫາລາຍຮັບຂອງຄົນຫຼຸດລົງ, ຄົນວ່າງງານຫຼາຍຂຶ້ນແຕ່ນັກທ່ອງທ່ຽວຈະຄ່ອຍໆເພີ່ມຂຶ້ນຕາມສະພາບເສດຖະກິດ ແລະ ຜູ້ປະກອບການທັງຫຼາຍຈະເອົາໃຈໃສ່ຍົກສູງການບໍລິການໃຫ້ໄດ້ມາດຕະຖານສາກົນຫຼາຍຂຶ້ນ ໂດຍເນັ້ນໃສ່ນັກທ່ອງທ່ຽວທີ່ມີຄຸນນະພາບ, ມີກຳລັງຊື້ຫຼາຍກວ່າແທນການລະດົມເອົາປະລິມານ.

ສຳລັບ ບໍລິສັດ ເອັກສ໌ໂຊ ທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບປະມານ 60% ເພາະບໍລິສັດໄດ້ມີແຜນໃຫ້ພະນັກງານເຮັດວຽກຢູ່ເຮືອນມາກ່ອນແລ້ວ ເພາະການເຮັດວຽກຂອງບໍລິສັດສ່ວນຫຼາຍແມ່ນນໍາໃຊ້ລະບົບໄອທີ ໂດຍໄດ້ມີການຈັດຫາສິ່ງຈຳເປັນກ່ຽວກັບວຽກງານຂອງພະນັກງານ ເພື່ອໄປເຮັດວຽກຢູ່ເຮືອນ ແລະ ລາຍງານຕິດຕາມເປັນໄລຍະຢ່າງປົກກະຕິ, ແຕ່ກໍຍັງມີພະນັກງານຈໍານວນໜຶ່ງຍັງໄດ້ມາປະຈຳການ ເພາະເອກະສານບາງຢ່າງບໍ່ສາມາດເຄື່ອນຍ້າຍໄດ້ ແລະ ໄດ້ມີການພົວພັນເຮັດໃບຢັ້ງຢືນ  ເພື່ອອຳນວຍຄວາມສະດວກທາງເຈົ້າໜ້າທີ່, ທ່ານ ນາງ ດວງມາລາ ພົມມະວົງ ກ່າວ.

ຂະນະທີ່ ທ່ານ ເຄນ ວົງທອງຈິດ ຜູ້ອໍານວຍການ ບໍລິສັດ ສຸດໃຈ ທ່ອງທ່ຽວ ໃຫ້ຮູ້ວ່າ: ຫຼັງຈາກຜ່ານພົ້ນການລະບາດຂອງພະຍາດໂຄວິດ – 19 ໄປແລ້ວ ນັກທ່ອງທ່ຽວຈະບໍ່ກ້າມາທ່ອງທ່ຽວໄລຍະໜຶ່ງ ເນື່ອງຈາກສະພາບລາຍຮັບ ແລະ ຄວາມປອດໄພ,  ແຕ່ທຸກໆຢ່າງຈະຄ່ອຍໆເພີ່ມຂຶ້ນຕາມກະແສການທ່ອງທ່ຽວຂອງໂລກ ລວມເຖິງນັກທ່ອງທ່ຽວຈະຫັນມາທ່ຽວພາຍໃນຫຼາຍຂຶ້ນ ຫຼື ທ່ຽວໃນປະເທດທີ່ໃກ້ຄຽງຫຼາຍຂຶ້ນ. ດັ່ງນັ້ນ, ຜູ້ປະກອບການທັງຫຼາຍຕ້ອງມີແຜນທີ່ຊັດເຈນເພື່ອຮັບມືການປ່ຽນແປງໃນທຸກດ້ານ.

ຂ່າວ: ກາວຊົ່ງ