ຮສສ ຄົ້ນຄວ້ານະໂຍບາຍ ແລະ ມາດຕະການຊ່ວຍເຫຼືອຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບ

127

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຄົ້ນຄວ້ານະໂຍບາຍ ແລະ ມາດຕະການຊ່ວຍເຫຼືອບັນດາຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ – 19 ໂດຍສະເໜີ 3  ແນວທາງຕໍ່ລັດຖະບານເພື່ອຄົ້ນຄວ້າພິຈາລະນາ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນຳສະເໜີບົດລາຍງານຜົນການຄົ້ນຄວ້ານະໂຍບາຍ ແລະ ມາດຕະການຊ່ວຍເຫຼືອກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ – 19 ສະບັບເລກທີ 1115/ຮສສ ລົງວັນທີ 11 ເມສາ 2020.

ການຄົ້ນຄວ້າແມ່ນອີງໃສ່ພື້ນຖານຜົນສຳຫຼວດກຳລັງແຮງງານ ຄັ້ງທີ II ໃນປີ 2017 ມີການຈ້າງງານນອກລະບົບ ຈຳນວນ 269.000 ຄົນ ທີ່ເປັນໄວໜຸ່ມ ແລະ ປະມານ 1.185.000 ຄົນ ເປັນຜູ້ໃຫຍ່, ອາໄສຢູ່ຊົນນະບົດ 869.000 ຄົນ ແລະ ໃນຕົວເມືອງ 584.000 ຄົນ. ພ້ອມກັນນັ້ນ, ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ໄດ້ມີແຮງງານລາວທີ່ອອກແຮງງານຢູ່ປະເທດໄທ ແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ເດີນທາງກັບຄືນປະເທດເປັນຈຳນວນຫຼວງຫຼາຍ ໂດຍຜ່ານຊ່ອງທາງຕ່າງໆ. ໃນນັ້ນ, ແຮງງານລາວເຮັດວຽກຢູ່ປະເທດໄທ ທີ່ຖືກຕ້ອງຕາມກົດໝາຍແຕ່ປີ 2016 – 2019  ມີທັງໝົດ 213.477 ຄົນ.

ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດມີທັງໝົດ 116.979 ຄົນ ເຊິ່ງຄາດຄະເນວ່າຈະມີຜູ້ອອກແຮງງານປະມານ 96.174 ຄົນ ທີ່ຢຸດພັກໃນໄລຍະນີ້, ຖ້າຫາກຈະໃຫ້ເງິນອຸດໜູນ ໄລຍະການຢຸດງານຜູ້ລະ 5 ແສນກີບຕໍ່ເດືອນ ໄລຍະ 2 ເດືອນ ( ເດືອນພຶດສະພາ ແລະ ມິຖຸນາ ) ຈະໃຊ້ງົບປະມານຫຼາຍກວ່າ 48 ຕື້ກີບຕໍ່ເດືອນ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ຄົ້ນຄວ້າກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄ ວິດ – 19 ( ສຳລັບແຮງງານນອກລະບົບ ) ທີ່ຈະໄດ້ຮັບການຊ່ວຍເຫຼືອແມ່ນພາກສ່ວນທີ່ໄດ້ຮັບຜົນກະທົບໂດຍກົງຈາກການປິດກິດຈະການຕາມຄໍາສັ່ງ ເລກທີ 06/ນຍ ແລະ ປະຊາຊົນຜູ້ທຸກຍາກຫາເຊົ້າກິນຄໍ່າທີ່ໄດ້ຮັບຜົນກະທົບຈາກການປະກອບອາຊີບ ເປັນຄົນທີ່ດໍາລົງຊີວິດ ແລະ ປະກອບອາຊີບຢູ່ໃນຕົວເມືອງໃຫຍ່.

ສ່ວນນະໂຍບາຍຊ່ວຍເຫຼືອທີ່ຄົ້ນຄວ້າປະກອບດ້ວຍນະໂຍບາຍຊ່ວຍເຫຼືອຫຼຸດຜ່ອນຈ່າຍຄ່າເຊົ່າທີ່ຢູ່ອາໄສ ຫຼື ເລື່ອນຈ່າຍຄ່າເຊົ່າສໍາລັບຜູ້ຢູ່ຫ້ອງເຊົ່າ ໂດຍເຈົ້າຂອງກິດຈະການມີສ່ວນຮ່ວມໃນການຊ່ວຍເຫຼືອ,  ນະໂຍບາຍຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ.

ເຖິງຢ່າງໃດກໍຕາມ, ເພື່ອໃຫ້ການປະຕິບັດນະໂຍບາຍຊ່ວຍເຫຼືອມີປະສິດທິຜົນ ແລະ ບໍ່ເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີສວຍໂອກາດ ບັນດາພາກສ່ວນກ່ຽງຂ້ອງ ແລະ ກະຊວງ ຮສສ ໄດ້ຮ່າງແບບຟອມພ້ອມທັງເກັບກຳຂໍ້ມູນຕົວຈິງກ່ຽວກັບແຮງງານ ແລະ ຜູ້ປະກອບການທີ່ໄດ້ຮັບຜົນກະທົບ ເພື່ອສັງລວມ ແລະ ກຳນົດທິດທາງໃນການປະຕິບັດ.

ໃນບົດລາຍງານຍັງໄດ້ສະເໜີ 3 ຂໍ້ສຳຄັນ ຄື:

1 ສະເໜີໃຫ້ລັດຖະບານອອກແຈ້ງການເຖິງຜູ້ປະກອບການເຮືອນເຊົ່າ, ຫ້ອງເຊົ່າເພື່ອຫຼຸດຜ່ອນ ຫຼື ເລື່ອນຄ່າເຊົ່າ ຫຼື ຍົກເວັ້ນຄ່າເຊົ່າໃຫ້ແກ່ແຮງງານໃນໄລຍະ 2 ເດືອນ ( ເດືອນພຶດສະພາ ແລະ ເດືອນ ມິຖຸນາ 2020 ) ໂດຍລັດຖະບານມີນະໂຍບາຍຫຼຸດຜ່ອນ ຫຼື ຍົກເວັ້ນການເກັບອາກອນຄ່າເຊົ່າຈາກຜູ້ປະກອບການ.

2 ສະເໜີໃຫ້ມີການປະເມີນບັນດາໂຮງງານທີ່ມີ ຄວາມພ້ອມໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ – 19 ຖ້າໂຮງງານໃດມີມາດຕະຖານເງື່ອນໄຂຄົບຖ້ວນ ກໍໃຫ້ສືບຕໍ່ດຳເນີນກິດຈະການຜະລິດຄືນໃໝ່. ທັງນີ້, ກໍເພື່ອໃຫ້ແຮງງານມີລາຍຮັບລ້ຽງຊີບຫຼຸດຜ່ອນການຊ່ວຍໜູນຂອງພາກລັດ.

3 ສະເໜີລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານ, ຜູ້ທີ່ເປັນສະມາຊິກກອງທຶນປະກັນສັງຄົມທີ່ຖືກສັ່ງ ໃຫ້ຢຸດກິດຈະການ ເນື່ອງຈາກການລະບາດໂຄວິດ – 19 ທີ່ບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານແຕ່ຍັງຢູ່ໃນຖານະເປັນຜູ້ປະກັນຕົນຕາມກົດໝາຍວ່າດ້ວຍຜູ້ປະກັນສັງຄົມ ເປັນໄລຍະ 2 ເດືອນ ໂດຍເງິນລັດຖະບານ, ສ່ວນກອງທຶນປະກັນສັງຄົມແມ່ນຈະປະຕິບັກຕາມເງື່ອນໄຂການອຸດໜູນປະກັນສັງຄົມ.