ສູດ ” ກະແລັມກະທິສົດ ” ຂອງຫວານແກ້ຮ້ອນເຮັດກິນເອງງ່າຍໆ

184

ອາກາດຮ້ອນໆແບບນີ້ເຮັດໃຫ້ທຸກຄົນຢາກກິນແຕ່ຂອງຫວານໆເຢັນໆຫຼາຍໃນໄລຍະນີ້ ຖ້າໄດ້ກິນຖືເປັນສິ່ງທີ່ມີຄວາມສຸກ, ແຕ່ການທີ່ຈະອອກຈາກເຮືອນໄປຊື້ກະແລັມເລື້ອຍໆໃນໄລຍະກັກຕົວແບບນີ້ອາດຈະບໍ່ເໝາະສົມ ແລະ ມີຄວາມສ່ຽງ. ດັ່ງນັ້ນ, ການເຮັດຂອງຫວານກິນເອງຍ່ອມເປັນຄວາມຄິດທີ່ດີທີ່ສຸດ.

ມື້ນີ້ພວກເຮົານຳເອົາວິທີເຮັດ ” ກະແລັມກະທິສົດ ” ຂອງຫວານໄລຍະກັກຕົວຢູ່ເຮືອນ ເຊິ່ງມີສ່ວນປະສົມພຽງ 3 ຢ່າງມາຝາກທຸກຄົນ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດນຳກັນເລີຍ.

ສ່ວນປະສົມ: ຫົວກະທິ 500 ກຣາມ, ນໍ້າຕານຊາຍ 120 ກຣາມ ( ຖ້າຄົນບໍ່ມັກຫວານໃສ່ 100 ກຣາມກໍໄດ້ ), ແປ້ງສາລີ 17 ກຣາມ.

ວິທີເຮັດ:

1 ນໍາກະທິເຄິ່ງໜຶ່ງໃສ່ລົງໄປປະສົມກັບແປ້ງສາລີແລ້ວຄົນໃຫ້ແປ້ງລະລາຍຈົນເຂົ້າກັນດີ.


2 ໃສ່ກະທິສ່ວນທີ່ເຫຼືອລົງໄປໃນໝໍ້ຕາມດ້ວຍນໍ້າຕານຊາຍ ແລະ ແປ້ງສາລີທີ່ລະລາຍແລ້ວນັ້ນລົງໄປ ຄົນໃຫ້ເຂົ້າກັນແລ້ວຍົກຂຶ້ນຕັ້ງໄຟອ່ອນໆ.

3 ຄົນຕະຫຼອດເວລາຈົນນໍ້າຕານລະລາຍ ແລະ ແປ້ງສຸກ ຫ້າມໃຊ້ໄຟແຮງ ເພາະອາດຈະເຮັດໃຫ້ກະທິແຕກມັນໄດ້ ໂດຍໃຊ້ເວລາປະມານ 8 – 10 ນາທີ ໃຫ້ສັງເກດວ່າສ່ວນປະສົມຈະຂຸ້ນຂຶ້ນສະແດງວ່າແປ້ງສຸກແລ້ວ.

4 ຫຼັງຈາກແປ້ງສຸກດີແລ້ວໃຫ້ຍົກລົງຈາກເຕົາແລ້ວປະໄວ້ໃຫ້ເຢັນ ເມື່ອເຢັນດີແລ້ວກໍຕັກໃສ່ກັບທີ່ມີຝາປິດແໜ້ນດີແລ້ວເອົາໄປແຊ່ໃນຊ່ອງຟິດປະມານ 6 ຊົ່ວໂມງ ແລ້ວນຳອອກມາກະແລັມຈະເລີ່ມຈັບຕົວເປັນກ້ອນ.

5 ຕໍ່ມານໍາເອົາກະແລັມໄປປັ່ນເພື່ອເຮັດໃຫ້ເນື້ອນຽນຂຶ້ນ  ໂດຍໃຊ້ເວລາປັ່ນປະມານ 10 – 15 ນາທີ ພໍໃຫ້ໄດ້ເນື້ອເປັນຄຣີມ.

6 ຫຼັງຈາກປັ່ນສຳເລັດແລ້ວຕັກໃສ່ກັບໂຕເກົ່າ ແລະ ນຳໄປແຊ່ຊ່ອງຟິດອີກ 6 – 8 ຊົ່ວໂມງ ແລ້ວນຳເອົາອອກມາກິນໄດ້ເລີຍ.

ພຽງເທົ່ານີ້ກໍໄດ້ກະແລັມກະທິສົດແຊບໆໄວ້ກິນໄລຍະທີ່ຕ້ອງກັກຕົວຢູ່ເຮືອນແບບນີ້.

ໝາຍເຫດ: ສຳລັບຄົນທີ່ບໍ່ມີເຄື່ອງປັ່ນ ຫຼື ຂີ້ຄ້ານປັ່ນກໍສາມາດກິນໄດ້ຕັ້ງແຕ່ແຊ່ຕູ້ເຢັນຮອບທຳອິດເລີຍ ( ພຽງແຕ່ແຊ່ໄວ້ດົນປະມານ 8 – 10 ຊົ່ວໂມງ ).

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: kinnaibann