ບາງລາຍຈ່າຍທີ່ຕ້ອງລະມັດລະວັງໄລຍະວິກິດໂຄວິດ – 19

103

ການເຮັດວຽກຢູ່ເຮືອນ ( Work From Home ) ຖືເປັນມິຕິໃໝ່ທີ່ຫາກໍ່ເກີດຂຶ້ນໃນທົ່ວໂລກ ເມື່ອພະຍາດໂຄວິດ – 19 ລະບາດຢ່າງໜັກ ເຮັດໃຫ້ລັດຖະບານຂອງແຕ່ລະປະເທດ ລວມທັງ ສປປ ລາວເຮົາຕ້ອງໃຊ້ມາດຕະການກັກຕົວເອງຢູ່ເຮືອນ. ແຕ່ໃນຂະນະດຽວກັນກໍຕ້ອງຮັບຜິດຊອບວຽກປົກກະຕິ ໂດຍເຮັດວຽກຜ່ານລະບົບອອນລາຍ ເຊັ່ນ: E-Meeting, E-Learning, E-Commerce, E-Banking, E-Office ແລະ ອື່ນໆ ນັບທັງພາກລັດກໍຄືເອກະຊົນ.

ຫາກເບິ່ງຜິວເຜີນກໍຖືວ່າເປັນການປ່ຽນຮູບແບບການເຮັດວຽກຢູ່ຫ້ອງການໃນແຕ່ລະມື້ ເປັນການຕື່ນຂຶ້ນມາເຮັດວຽກຢູ່ເຮືອນໂດຍກົງ ເຊິ່ງເຮັດໃຫ້ຄ່າໃຊ້ຈ່າຍຕ່າງໆຫຼຸດລົງ, ແຕ່ທ່ານຮູ້ບໍ່ວ່າຍັງມີບາງຢ່າງທີ່ອາດຈະເພີ່ມຂຶ້ນແບບບໍ່ຮູ້ຕົວ. ສະນັ້ນ, ນັກເສດຖະສາດໄດ້ແນະນຳໃຫ້ທ່ານຄວນມີສະຕິໃນການໃຊ້ຈ່າຍໃນໄລຍະທີ່ພະຍາດໂຄວິດ – 19 ລະບາດ ເປັນຕົ້ນແມ່ນ:

1 ຄ່າຊົມໃຊ້ກະແສໄຟຟ້າ:

ເມື່ອເຮົາພັກຜ່ອນ ຫຼື ເຮັດວຽກຢູ່ເຮືອນຫຼາຍຂຶ້ນ ກໍຕ້ອງຊົມໃຊ້ໄຟຟ້າຫຼາຍຂຶ້ນເປັນທໍາມະດາ ເນື່ອງຈາກທ່ານໄດ້ໃຊ້ໄຟໄປກັບການເຮັດວຽກ ເຊັ່ນ: ເປີດແອ ຫຼື ພັດລົມ, ເປີດຄອມພິວເຕີ, ເປີດໄຟ, ເບິ່ງຮູບເງົາ – ຟັງເພງ, ແຕ່ງຢູ່ຄົວກິນ ແລະ ຈັດງານສັງສັນອື່ນໆ. ດັ່ງນັ້ນ, ທຸກຄົນຄວນມີສະຕິຢູ່ຕະຫຼອດໃນການປະຢັດໄຟໃຫ້ຫຼາຍທີ່ສຸດ, ອຸປະກອນໄຟຟ້າໂຕໃດທີ່ບໍ່ໃຊ້ແລ້ວກໍຄວນມອດ ຫຼື ຖອດໄຟໄວ້, ດອກໄຟຄວນໃຊ້ໃຫ້ໜ້ອຍລົງ ແລະ ສ່ວນອື່ນທີ່ບໍ່ຈຳເປັນກໍບໍ່ຄວນຈະເປີດໃຊ້ ຫຼື ສຽບໄຟປະໄວ້.

2 ຄ່າຊົມໃຊ້ອິນເຕີເນັດ:

ໃນຍຸກປັດຈຸບັນເຮົາບໍ່ສາມາດຫຼີກລຽງການຊົມໃຊ້ສັນຍານອິນເຕີເນັດໄດ້ ເພາະມັນແມ່ນສ່ວນໜຶ່ງຂອງການເຮັດວຽກທີ່ຕ້ອງໄດ້ມີການຕິດຕໍ່ສື່ສານທຸກໆເວລາ. ຖ້າຫາກເຮືອນໃຜຕິດຕັ້ງວາຍຟາຍ ( Wi – Fi ) ໄວ້ແລ້ວ ກໍອາດຈະບໍ່ເສຍຄ່າເຊົ່າຫຼາຍ ເພາະຫາກເຮົາເຊົ່າເປັນເດືອນ ຫຼື ເປັນປີ ລາຄາກໍຈະຖືກລົງ, ແຕ່ໃນກໍລະນີບາງຄອບຄົວໃຊ້ອິນເຕີເນັດເທິງມືຖືຂອງໃຜລາວ ອັນນີ້ກໍຖືວ່າເປັນຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ເພາະເວລາຮັບ – ສົ່ງຂໍ້ມູນເປັນຈໍານວນຫຼາຍ. ດັ່ງນັ້ນ, ຄວນເລືອກໃຊ້ແພັກເກັດອິນເຕີເນັດທີ່ເໝາະສົມກັບໜ້າວຽກ ( ເບິ່ງຮູບເງົາກໍຄວນໃຊ້ຄຸນນະພາບທີ່ຕ່ຳລົງມາ ເພື່ອຫຼຸດປະລິມານໃນການໃຊ້ດາຕາ ເພື່ອຈະໄດ້ໃຊ້ກັບວຽກຈຳເປັນແທ້ໆ ).

3 ຄ່າເດີນທາງ:

ໃນໄລຍະນີ້ບາງອົງກອນຍັງໃຫ້ພະນັກງານຕ້ອງສະຫຼັບກັນມາປະຈໍາການ ຫຼື ເວນຍາມ ເພື່ອຮັກສາຊັບສິນສ່ວນລວມ ເມື່ອເປັນແນວນັ້ນການເດີນທາງໃນທຸກຄັ້ງກໍຕ້ອງມີຄ່າໃຊ້ຈ່າຍ ເຊັ່ນ: ຄ່າຕື່ມນໍ້າມັນລົດ, ຄ່າອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າອື່ນໆ; ຖ້າຫາກມີຄວາມຈໍາເປັນຕ້ອງໄປຕະຫຼາດ ຫຼື ຊື້ອາຫານການກິນກໍຕ້ອງໄດ້ເດີນທາງຢູ່ດີ. ດັ່ງນັ້ນ, ຄວນວາງແຜນລາຍການສິນຄ້າ ຫຼື ອາຫານຕາມທີ່ຕ້ອງການກັບໄລຍະເວລາກ່ອນຈະອອກຕະຫຼາດ ເພື່ອຈະບໍ່ໃຫ້ເກີດການເດີນທາງຫຼາຍເທື່ອ.

4 ຄ່າອາຫານການກິນ:

ເມື່ອກັກຕົວຢູ່ແຕ່ເຮືອນເປັນເວລາຫຼາຍອາທິດ ເຮັດໃຫ້ກິດຈະກໍາທີ່ມີຢູ່ຖືກປະຕິບັດສໍາເລັດຈົນບໍ່ມີຫຍັງຈະເຮັດຕໍ່ໄດ້ອີກ ເປັນຕົ້ນແມ່ນ: ເຮັດສວນຄົວ, ປູກຜັກ, ປູກຕົ້ນໄມ້, ຕັດຫຍ້າ, ອະນາໄມເຮືອຊານ ແລະ ກິດຈະກໍາອື່ນໆ; ແຕ່ທ່ານຍັງຈະຕ້ອງໄດ້ຈ່າຍນັ້ນກໍຄືຄ່າອາຫານ 3 ຄາບ/ມື້ ເຊິ່ງຕ້ອງຊື້ເປັນຈໍານວນຫຼາຍເພາະຢູ່ຮ່ວມກັນຫຼາຍຄົນ. ສະນັ້ນ, ການແຕ່ງກິນໃນແຕ່ລະຄາບກໍຄວນຈະໃຫ້ພໍດີກັບຄົນກິນບໍ່ຄວນແຕ່ງກິນຈົນເຫຼືອ ເພາະອາກາດໄລຍະນີ້ຮ້ອນເອົ້າຈະເຮັດໃຫ້ອາຫານບູດງ່າຍຈະເສຍວັດຖຸດິບໃນການແຕ່ງກິນຄັ້ງຕໍ່ໄປ.

ທັງໝົດນີ້ເປັນຂໍ້ແນະນຳເລັກໜ້ອຍຈາກນັກເສດຖະສາດທີ່ເນັ້ນໃຫ້ມີວິໄນທາງດ້ານຄ່າໃຊ້ຈ່າຍໃນໄລຍະພະຍາດໂຄວິດ – 19 ເພື່ອບໍ່ໃຫ້ມີການໃຊ້ຈ່າຍແບບຟຸມເຟືອຍ ເພາະເຮົາບໍ່ຮູ້ວ່າພະຍາດດັ່ງກ່າວຈະໝົດໃນເມື່ອໃດ? ແລະ ຍັງບໍ່ຮູ້ວ່າລາຍໄດ້ຈາກການເຮັດວຽກຢູ່ເຮືອນຈະໄດ້ເຕັມອັດຕາ ຫຼື ບໍ່? ເພາະວ່າຫຼາຍອົງກອນກໍປັບຫຼຸດເງິນເດືອນ ເນື່ອງຈາກໂຮງງານ ຫຼື ກິດຈະການຖືກປິດຊົ່ວຄາວ.

ໂດຍ: ສົມສະຫວິນ