ພາດປີນີ້ກໍຍັງມີປີໜ້າຢູ່ ບຸນຈູດບັ້ງໄຟຖວາຍພະທາດນາງສາມຜິວ - Laoedaily

ພາດປີນີ້ກໍຍັງມີປີໜ້າຢູ່ ບຸນຈູດບັ້ງໄຟຖວາຍພະທາດນາງສາມຜິວ

ຕາມປົກກະຕິແລ້ວ ທຸກທໆປີ ວັນທີ 22-23 ເມສາ ຫຼື ຫຼັງຈາກບຸນປີໃໝ່ລາວ 7 ມື້ ຈະມີບຸນຈູດບັ້ງໄຟຖວາຍພະທາດນາງສາມຜິວຂຶ້ນທີ່ບ້ານທາດ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຕາມຮີດຄອງປະເພນີ ເປັນບຸນທີ່ມ່ວນ ແລະ ມີຜູ້ຄົນມາຮ່ວມຢ່າງຫຼວງຫຼາຍ ແຕ່ສຳລັບປີນີ້ມີການແຜ່ລະບາດຂອງໂຄວິດ 19 ຈຶ່ງບໍ່ໄດ້ມີພິທີ ຫຼື ຈັດງານບຸນໃດໆຂຶ້ນ

ມີພຽງການມາລ້າງ ແລະ ທາສີ ພະທາດດັ່ງກ່າວເພື່ອທຳຄວາມສະອາດ ແບບບໍ່ຫຼາຍຄົນ ເຖິງວ່າຈະບໍ່ມີການຈັດງານບຸນຂຶ້ນ ແຕ່ປະຫວັດຂອງພະທາດນາງສາມຜິວໜ້າສົນໃຈສຸດໆ. ທາດນາງສາມຜິວ ຕັ້ງຢູ່ບ້ານທາດ ເຂດເທດສະບານເມືອງທົ່ງມີໄຊ ແຂວງໄຊຍະບູລີ ໂດຍຕຳນານເລົ່າຂານກັນວ່າ ຢູ່ເມືອງແຫ່ງໜຶ່ງໃນແດນໃຕ້ (ຈຳປາສັກໃນປະຈຸບັນ), ມີສາວສະໜົມຄົນໜຶ່ງ ໄດ້ຕົກລົງປົງໃຈຮັກ ແລະ ໄດ້ແຕ່ງດອງກັບນາຍທະຫານ ທີ່ຮັບໃຊ້ພະຍາ.

ຈາກນັ້ນ, ນາງກໍ່ໄດ້ຖືພາ 3 ເດືອນ, ສ່ວນຜູ້ເປັນຜົວ ກໍ່ໄດ້ໄປສູ້ຮົບກັບສັດຕູ ແລະ ໄດ້ເສຍຊີວິດຢູ່ສະໜາມຮົບ, ສ່ວນນາງກໍ່ໄດ້ກາຍເປັນໝ້າຍທີ່ຂາດບ່ອນເພິ່ງພາອາໄສ, ແຕ່ຍ້ອນພະຍາ ຄິດເຫັນຄຸນງາມຄວາມດີຂອງຜູ້ເປັນຜົວ ເພິ່ນຈຶ່ງໄດ້ຮັບນາງໄວ້ລ້ຽງດູເບິ່ງແຍງ.

ວັນເວລາໄດ້ຜ່ານໄປ 9 ເດືອນ, ນາງກໍ່ໄດ້ໃຫ້ກຳເນີດລູກຜູ້ຍິງ ທີ່ມີສຸຂະພາບແຂງແຮງ, ໜ້າຕາສວຍງາມ, ຄວາມງາມຂອງນາງໃນມື້ໜຶ່ງໄດ້ປ່ຽນແປງຕາມຕອນ ເຊົ້າ-ສວາຍ-ແລງ, ເມື່ອນາງໃຫຍ່ເປັນສາວຄວາມງາມຂອງນາງ ຍິ່ງເຮັດໃຫ້ຊາວບ້ານຊາວເມືອງຕົກຕະລຶງ, ພ້ອມທັງຫາເລື່ອງໃສ່ນາງວ່າເປັນຄົນເຂັດຄົນຂວາງ, ບໍ່ຍອມໃຫ້ນາງຢູ່ຮ່ວມບ້ານຮ່ວມເມືອງ.

ຍ້ອນຄວາມງາມຂອງນາງໄດ້ປ່ຽນໄປຕາມການເວລາ, ຕອນເຊົ້າປ່ຽນເປັນສີຂາວປານຍອງຝ້າຍ, ບາດຍາມຕາເວັນທ່ຽງກໍກາຍເປັນສີໄຂ່ ແລະ ຍາມຕາເວັນຕົກ ກໍ່ປ່ຽນເປັນສີຟ້າ.

ຈາກນັ້ນ, ເສນາອາມາດ ກໍໄດ້ໄປຕິດຕາມເບິ່ງ ແລະ ເຫັນວ່າ ເປັນຄືກັບທີ່ຊາວບ້ານຊ່າລືກັນແທ້ ແລ້ວຈຶ່ງໄດ້ໄປກາບທູນຕໍ່ພະຍາ ແລະ ຂໍໃຫ້ພະຍາຂ້ານາງຖິ້ມ ຫຼື ໄລ່ອອກຈາກເມືອງ, ແຕ່ພະຍາກໍຄຳນຶງເຖິງຄຸນງາມຄວາມດີຂອງພໍ່ນາງທີ່ມີຕໍ່ບ້ານເມືອງ.

ສະນັ້ນ, ພະຍາຈຶ່ງລົງໂທດດ້ວຍວິທີໃຫ້ສອງແມ່ລູກ ປູກຕົ້ນຈຳປາໃສ່ພະລານຫີນອ້ອມວັດພູ ຖ້າຫາກວ່າຕົ້ນຈຳປາບໍ່ໃຫຍ່, ບໍ່ມີດອກ ແມ່ນບໍ່ໃຫ້ສອງແມ່ລູກຢູ່ເມືອງນີ້ອີກ ຫຼື ບໍ່ກໍ່ຂ້າຖິ້ມ.

ສອງແມ່ລູກກໍ່ໄດ້ເຮັດຕາມ ຄຳສັ່ງຂອງພະຍາ ໂດຍໄດ້ນຳເອົາຕົ້ນດອກຈຳປາໄປປູກລຽບຕາມວັດ, ຕົ້ນໃດກໍຂຽວງາມເປັນດອກບານ ສົ່ງກິ່ນຫອມໄປທົ່ວວັດພູ. ເມື່ອເປັນດັ່ງນັ້ນ, ພະຍາກໍ່ພໍພະໄທ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍກໍຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກ.

ໃນເວລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈຶ່ງໄດ້ຢູ່ຄົນດຽວ ທ່າມກາງຄຳປ້ອຍດ່າ ທຸກມື້ທຸກວັນ, ມື້ໜຶ່ງ, ນາງຈຶ່ງໄດ້ຕັດສິນໃຈໜີອອກຈາກເມືອງ ໂດຍບໍ່ມີຈຸດໝາຍປາຍທາງ. ຍ້ອນບໍ່ເຄີຍໄປໃສຈັກເທື່ອ ສະນັ້ນ, ນາງຈຶ່ງໄດ້ເດັດເອົາດອກຈຳປາ 3 ດອກທີ່ນາງ ແລະ ແມ່ ໄດ້ພ້ອມກັນປູກໄວ້ ແລ້ວຍ່າງມຸ່ງໜ້າລົງສູ່ແມ່ນ້ຳຂອງ ແລະ ອະທິຖານວ່າ: ຖ້າຢູ່ບ່ອນໃດຫາກມີຄົນຮັກຄົນແພງຂໍໃຫ້ດອກຈຳປາຈົ່ງລອຍໄປທີ່ນັ້ນ.

ເວົ້າແລ້ວ ນາງກໍ່ໂຍນດອກຈຳປາລົງແມ່ນ້ຳຂອງ, ດອກຈຳປາກໍໄຫຼຂຶ້ນເໜືອ ແລະ ໄດ້ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງໄດ້ພັກຜ່ອນເຊົາເອົາແຮງ. ຈາກນັ້ນ, ດອກຈຳປາກໍໄດ້ໄຫຼຂຶ້ນເໜືອ ເປັນເວລາຫຼາຍວັນ ແລ້ວໄດ້ຈົມລົງໄປໃນກະແສນ້ຳ, ນາງເລີຍບໍ່ຮູ້ວ່າສິໄປທາງໃດ ມີແຕ່ຮ້ອງໄຫ້ຢູ່ຄົນດຽວ, ເມື່ອຮອດຕອນກາງຄືນ ລາວເລີຍຝັນເຫັນຜູ້ເຖົ້າຄົນໜຶ່ງໄດ້ເວົ້າວ່າ: ໃຫ້ເຈົ້າເດີນທາງຂຶ້ນໄປຈົນສຸດສາມຫ້ວຍ ແລ້ວຂ້າມພູລົງໄປກໍຈະມີປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປຢູ່ທາງເໜືອແມ່ນໜອງເທົາກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນຮັກແພງ ນັບຖືເຈົ້າຕະຫຼອດໄປ.

ເມື່ອຕື່ນຂຶ້ນມາ ນາງກໍຄິດເຫັນຄວາມຝັນ ແລ້ວເດີນທາງໄປຕາມຄວາມຝັນນັ້ນ. ມາຮອດຕອນເຊົ້າມື້ໜຶ່ງ ນາງກໍມາຮອດບ້ານຄົນ, ເມື່ອຊາວບ້ານເຫັນລາວ ກໍພາກັນມາທັກທ້ວງໃນຄວາມງາມຂອງນາງ.

ສຽງຊ່າລືໄດ້ດັງໄປຮອດຫູຂອງລູກຊາຍພະຍາເມືອງຖ້ຳ, ເມື່ອຮູ້ຂ່າວລູກຊາຍພະຍາ ພ້ອມດ້ວຍເສນາອາມາດກໍໄດ້ນຳເອົາເງິນຄຳ ເພື່ອມາສູ່ຂໍນາງແຕ່ນາງໄດ້ອອກຈາກບ້ານນັ້ນໄປແລ້ວ, ເມື່ອຮອດຫ້ວຍທີ່ສາມເວລາທີ່ນາງກຳລັງຂ້າມນ້ຳ, ລູກຊາຍພະຍາໄດ້ເອີ້ນໃສ່ນາງເພື່ອໃຫ້ລໍຖ້າ ເມື່ອລາວນຳນາງທັນກໍໄດ້ໄຂຖົງເງິນຖົງຄຳ ເພື່ອຈະໝັ້ນໝາຍກັບນາງ ແຕ່ນາງກໍ່ໄດ້ປະຕິເສດ (ສະຖານທີ່ດັ່ງກ່າວມີຊື່ວ່າ “ທ່ານາງເງິນ” ໃນປະຈຸບັນ) ແລ້ວກາຍໄປ ບ້ານທີໜຶ່ງ ຮອດບ້ານທີສອງ ເຊິ່ງເອີ້ນວ່າ: “ບ້ານປົ່ງຂໍ” ແລ້ວກໍ່ໄດ້ເອົາເງິນຄຳໝັ້ນໝາຍກັນ ຢູ່ບ້ານນັ້ນ (ປະຈຸບັນເອີ້ນວ່າ: ບ້ານປົ່ງຄໍ້).

ເມື່ອຕົກລົງ ໝັ້ນໝາຍກັນແລ້ວ ທ້າວ ແລະ ນາງ ຈຶ່ງໄດ້ເດີນທາງກັບມາບ້ານຖ້ຳ ແຕ່ບໍ່ທັນຮອດຍ້ອນມັນຄ່ຳກ່ອນ. ດັ່ງນັ້ນ, ກໍເລີຍພັກນອນຢູ່ບ້ານປາງຄາ (ປະຈຸບັນເອີ້ນວ່າ“ບ້ານປາງຄ່າ”) ແຕ່ຢູ່ບ້ານນີ້ແມ່ບໍ່ໃຫ້ລັກຢູ່ສູ່ນອນນຳກັນ ກ່ອນການແຕ່ງດອງ ຖ້າຫາກບໍ່ເຄົາລົບປະເພນີນີ້ ກໍ່ຈະມີອັນເປັນໄປ.

ຖ້າຢາກນອນນຳກັນ ກໍ່ຕ້ອງຂ້າຄວາຍໜຶ່ງໂຕເພື່ອຖະຫວາຍຜີ. ແຕ່ຄູ່ບ່າວສາວບໍ່ສົນໃຈ ຕໍ່ຄຳເຕືອນດັ່ງກ່າວ, ສຸດທ້າຍຮ່າງກາຍ ກໍ່ຕິດກັນ ເມື່ອເປັນແນວນັ້ນ ຊາວບ້ານກໍ່ໄດ້ປ່າວປະກາດໄປເຖິງບ້ານຕ່າງໆ ແລະ ໄດ້ຮອດຫູພະຍາເມືອງຖ້ຳ.

ເມື່ອຮູ້ຂ່າວແລ້ວ ພະຍາກໍ່ໄດ້ມາເບິ່ງ ແລະ ໄດ້ຊອກຫາວິທີເອົາອອກ, ສ່ວນຜູ້ຊາຍ ບໍ່ມີອັນຕະລາຍຫຍັງ ແຕ່ແມ່ຍິງກໍ່ເລີຍຕາຍ, ກ່ອນຈະຂາດໃຈຕາຍນາງໄດ້ສັ່ງວ່າ ໃຫ້ເອົາສົບຂອງນາງ ໄປໄວ້ໃນດົງໃຫຍ່ເໜືອໜອງເທົາກ້ອງເຊີໄຊຢູ່ໃຕ້ທົ່ງໃຫຍ່, ແຕ່ກໍບໍ່ມີໃຜຮູ້ວ່າເຂດນັ້ນມັນຢູ່ທາງໃດ.
ສະນັ້ນ, ຈຶ່ງໄດ້ປ່າວໄປທົ່ວທຸກບ່ອນ ແລະ ໄປຮອດຫູຂອງຊາວເມືອງຫຼົງ ເຊິ່ງຄົນຢູ່ເມືອງນີ້ ຮູ້ຈັກບ້ານທາດ, ຮູ້ໜອງເທົາກ້ອງເຊີໄຊ ແລະ ຮູ້ທົ່ງໃຫຍ່.

ພວກເຂົາຈຶ່ງພາກັນຫາມສົບຂອງນາງ ໄປຝັງຢູ່ບ່ອນນາງບອກ, ໃນເວລາທີ່ພວກເຂົາເດີນທາງ ມາຮອດບ້ານແຫ່ງໜຶ່ງກໍ່ວາແຂນອອກເພື່ອແທກ ແລະ ຂຸດຂຸມຝັງ (ປະຈຸບັນເອີ້ນວ່າ“ບ້ານເມືອງວາ”) ແຕ່ກໍບໍ່ຝັງ, ແລ້ວຫາມໄປຕໍ່ຈົນຮອດບ້ານໜຶ່ງ ພວກເຂົາກໍຫຼິ້ນເບ້ຍຫຼິ້ນໂປງ (ປະຈຸບັນເອີ້ນວ່າບ້ານເບ້ຍ).
ການຫາມສົບໃຊ້ເວລາຫຼາຍມື້ເຊິ່ງມັນໄດ້ສົ່ງກິ່ນເໝັນອອກມາ ເຮັດໃຫ້ຄົນທັງຫຼາຍ ຖົ່ມນ້ຳລາຍຄາຍນ້ຳມູກ (ປະຈຸບັນເອີ້ນວ່າ “ນ້ຳລາຍ”). ຫຼັງຈາກຮອດເມືອງຫຼົງບ່ອນທີ່ນາງໄດ້ສັ່ງໄວ້ກ່ອນຕາຍຊາວເມືອງຫຼົງ ກໍໄດ້ຈັດພິທີຝັງສົບຂອງນາງແລ້ວກໍ່ທາດກວມ.

ສະນັ້ນ, ໃນທຸກໆປີ ຫຼັງຈາກບຸນກຸດສົງການປີໃໝ່ລາວ ສິ້ນສຸດລົງ 7 ວັນ, ຊາວເມືອງຫຼົງ ຈຶ່ງເຮັດບຸນຈູດບັ້ງໄຟ ເພື່ອຖະຫວາຍແກ່ນາງສາມຜິວ ແລະ ໄດ້ກາຍເປັນ ຮີດຄອງປະເພນີ ຂອງຊາວເມືອງທົ່ງມີໄຊ ທີ່ໄດ້ສືບທອດມາເຖິງປະຈຸບັນ ແຕ່ສຳລັບປີນີ້ກໍມີການອານາໄມ ຫົດລ້າງໂດຍບໍ່ໄດ້ມີພິທີ.
ຂໍ້ມູນຈາກເພສ: ຊາວໄຊຍະບູລີ

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ