ກະຊວງສຶກສາທິການ ແລະກິລາ ປະກາດຮັບສະໝັກລັດຖະກອນໃໝ່ ປະຈຳປີ 2020 ຈຳນວນ 7 ຕຳແໜ່ງງານ ສຳລັບນັກສຶກສາທີ່ຈົບໃໝ່ຈາກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບປະກາສະນີຍະບັດແດງ ຫຼື ຄະແນນສະເລ່ຍ 3.50 ຂຶ້ນໄປຫຼື ປະລິນຍາເອກ: (ສໍາລັບ ເລຂານຸການ ວິຊາຊີບຊັ້ນສູງ ຫຼື ທຽບເທົ່າ – ຂຶ້ນໄປ).
ອີງຕາມ ປະກາດແຈ້ງການ ຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ເລກທີ 1169/ຫກ ລົງວັນທີ 22 ເມສາ 2020 ໃນການເປີດຮັບສະຫມັກາລັດຖະກອນໃຫມ່ ປະຈໍາປີ 2020 ປະກອບມີຈໍານວນ 07 ຕໍາແຫນ່ງງານ, ຊຶ່ງມີລາຍລະອຽດ ດັ່ງນີ້:

ຕໍາແໜ່ງທີ່ຕ້ອງການ ປະກອບມີ 7 ຕຳແໜ່ງງານ ຄື: 1. ສື່ສານມວນຊົນ 2. ພາສາອັງກິດ 3. ບໍລິຫານທຸລະກິດ 4. ວິທະຍາສາດການກິລາ 5. ເລຂານຸການ 6. ຄູອະນຸບານ 7. ພົວພັນຕ່າງປະເທດ
ເງື່ອນໄຂສະຫມັກເຂົ້າເປັນລັດຖະກອນ:
1 ນັກສຶກສາທີ່ຮຽນຈົບຈາກສະຖາບັນ, ມະຫາວິທະຍາໄລ ທີ່ໄດ້ຮັບປະກາສະນີຍະບັດແດງ ຫຼື ຄະແນນສະເລ່ຍ 3.50 ຂຶ້ນໄປ, ຜູ້ທີ່ຈົບປະລິນຍາໂທ ຫຼື ປະລິນຍາເອກ: (ສໍາລັບ ເລຂານຸການ ວິຊາຊີບຊັ້ນສູງ ຫຼື ທຽບເທົ່າ – ຂຶ້ນໄປ).

2 ຖຶສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວແຕ່ 3 ປີ ຂຶ້ນໄປ.
3 ມີອາຍຸ 18 – 35 ປີ.
- ມີມະນຸດສໍາພັນດີ, ບໍ່ເຄີຍຖືກຕ້ອງໂທດ ຫຼື ຖຶກປະຕິບັດວິໄນໃດໆມາກ່ອນ ແລະ ມີຄວາມຕັ້ງໃຈຢາກປະກອບ – ສ່ວນເຂົ້າໃນການພັດທະນາວຽກງານ ການສຶກສາ ແລະ ກິລາ ຢ່າງແທ້ຈິງ.
5 ມີສຸຂະພາບແຂງແຮງດີ (ທາງດ້ານຮ່າງກາຍ ແລະ ຈິດໃຈ).

ການເປີດຮັບສະຫມັກ ເລີ່ມແຕ່ວັນທີ 22 ເມສາ ເຖິງ 08 ພຶດສະພາ 2020 (ຕາມໂມງລັດຖະການ); ຜູ້ສະຫມັກໃຫ້ມາພົວພັນເອົາແບບຟອມດ້ວຍຕົນເອງ ທີ່ ກົມຈັດຕັ້ງ ແລະ ພະນັກງານ (ຫ້ອງ 105), ກະຊວງສຶກສາທິການ ແລະ ກິລາ ເບີໂທຕິດຕໍ່: 021 216018, 020 55-410505, 020 54539512.

ສຳລັບການສອບເສັງຄັດເລືອກ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 – 14 ພຶດສະພາ 2020 ທີ່ ກະຊວງສຶກສາທິການແລະ ກິລາ.
ໝາຍເຫດ: ຜູ້ທີ່ມາສະຫມັກໃຫ້ຖືປະກາສະນີຍະບັດ ແລະ ໃບຄະແນນມາພ້ອມ ເພື່ອກວດກາວິຊາສະເພາະ ໃຫ້ຖືກຕ້ອງ ຕາມຕໍາແຫນ່ງງານທີ່ຕ້ອງການ.

ພາບປະກອບຈາກ: ກະຊວງສຶກສາທິການ ແລະ ກິລາ