ຫົວເຫວີຍ ປະກາດຜົນການດຳເນີນທຸລະກິດໄຕມາດ 1 ປີນີ້ຍັງເພີ່ມຂຶ້ນ 1,4%

133

ບໍລິສັດຫົວເຫວີຍໄດ້ປະກາດຜົນການດຳເນີນທຸລະກິດໄຕມາດທຳອິດຂອງປີ 2020 ທີ່ນະຄອນເຊີນເຈີ້ນ, ປະເທດຈີນ ວັນທີ 21 ເມສາ 2020 ວ່າເຖິງປີນີ້ຈະມີຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ທຸລະກິດຂອງຫົວເຫວີຍໂດຍລວມຍັງສາມາດສ້າງລາຍໄດ້ຈຳນວນ 182,2 ຕື້ຢວນ ເພີ່ມຂື້ນ  1,4% ຈາກໄລຍະເວລາດຽວກັນຂອງປີກ່ອນໜ້ານີ້ ໂດຍອັດຕາກໍາໄລສຸດທິຢູ່ທີ່ 7,3%.

ໃນຂະນະທີ່ພະຍາດ ໂຄວິດ-19 ຍັງແຜ່ລະບາດ ແລະ ກະຈາຍໄປທົ່ວໂລກ ຫົວເຫວີຍ ຈື່ງໃຊ້ມາດຕະການທີ່ຕັ້ງໜ້າເພື່ອຮັບປະກັນຄວາມປອດໄພຂອງພະນັກງານ. ທັງໃນນີ້ ພວກເຮົາ ແລະ ບໍລິສັດເຄືອຂ່າຍຜູ້ສະໜອງສິນຄ້າ ກໍ່ຍັງສຶບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອປຶກສາກ່ຽວກັບປັນຫາດ້ານການຜະລິດ. ທັງນີ້ ບໍລິສັດ ກໍ່ໄດ້ກັບມາເດີນໜ້າຂັບເຄື່ອນທຸລະກິດ ແລະ ການຜະລິດຢ່າງເຕັມກຳລັງ. ທຸລະກິດກັບເຂົ້າສູ່ສະພາວະປົກກະຕິ ແລະ ຜົນການດຳເນີນທຸລະກິດໃນພາບລວມໃນໄຕມາດ 1 ປະຈຳປີ 2020 ແມ່ນເປັນໄປຕາມການຄາດການໄວ້.

ໃນໄລຍະວິກິດດ້ານສາທາລະນະສຸກແບບນີ້ ການເຊື່ອມຕໍ່ເຄືອຂ່າຍແມ່ນເປັນຮາກຖານທີ່ສຳຄັນທີ່ສຸດ ດັ່ງນັ້ນການສ້າງຄວາມໝັ້ນໃຈວ່າການດຳເນີນວຽກດ້ານເຄືອຂ່າຍໃຫ້ດຳເນີນໄປຕາມປົກກະຕິແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ພວກເຮົາ ຫົວເຫວີຍ ກໍາລັງເຮັດວຽກຢ່າງເຕັມຄວາມສາມາດຮ່ວມກັບຜູ້ປະກອບການໂທລະຄົມມະນາຄົມ ເພື່ຶອໃຫ້ເຄືອຂ່າຍມີຄວາມໝັ້ນຄົງ ແລະ ປອດໄພ.

ເຮົາຈະໃຫ້ບໍລິການທີ່ສອດຄ່ອງກັບຄວາມຕ້ອງການດ້ານເຄືອຂ່າຍ ທີ່ປັບປ່ຽນໄປເພາະການເວັ້ນໄລຍະຫ່າງຂອງສັງຄົມ ໃນຂະນະທີ່ຜູ້ຄົນຫຼາກຫຼາຍມາປ່ຽນໄປໃຊ້ການສື່ສານໂທລະຄົມມະນາຄົມ, ການສຶກສາທາງໄກ ແລະ ການຄ້າຜ່ານທາງອີເລັກໂທຣນິກຫຼາຍຂຶ້ນ ຈົນກາຍເປັນສິ່ງຈຳເປັນໃນຊີວິດປະຈຳວັນ.

ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດ, ຫົວເຫວີຍ ແລະ ພັນທະມິດໄດ້ເປີດໂຕການນຳໃຊ້ທາງການແພດທີ່ຂັບເຄື່ອນໂດຍໃຊ້ພະລັງງານ 5G ແລະ AI ໃນຫຼາຍຮູບແບບຢ່າງວ່ອງໄວ. ພວກເຮົາໃຊ້ຄວາມຊ່ຽວຊານດ້ານເທັກໂນໂລຢີການສື່ສານ ເພື່ອເປັນຕົວຊ່ວຍຕໍ່ສູ້ກັບໂລກລະບາດ ແລະ ຊ່ວຍຊີວິດຜູ້ຄົນຫຼາຍຂື້ນ.

ວິທີການແກ້ໄຂບັນຫາການບົ່ງມະຕິພະຍາດ ໂຄວິດ-19 ນັ້ນ, ຕົວ AI ແມ່ນຈະຊ່ວຍຫຼຸດເວລາການກວດ CT scan ຈາກ 12 ນາທີ ລົງເຫຼືອພຽງ 2 ນາທີ, ເພື່ອຊ່ວຍໃຫ້ບຸກຄະລາກອນທາງການແພດປັບປຸງປະສິດທິພາບການບົ່ງມະຕິພະຍາດ. ການໃຫ້ຄໍາປຶກສາຜ່ານການວິດີໂອທາງໄກທີ່ເປີດໃຊ້ງານໂດຍ 5G ແມ່ນຈະຊ່ວຍຫຼຸດປັນຫາການຂາດເຂີນຜູ້ຊ່ຽວຊານດ້ານການແພດແນວໜ້າ ແລະ ເພີ່ມປະສິດທິພາບຂອງການບົ່ງມະຕິພະຍາດ ແລະ ການຮັກສາຜູ້ປ່ວຍຂັ້ນວິກິດ.

ອຸປະກອນການຖ່າຍພາບຄວາມຮ້ອນດ້ວຍພະລັງງານ AI ສາມາດເພີ່ມອຸນຫະພູມ ແລະ ປະສິດທິພາບຂອງການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານທີ່ສາທາລະນະ.

ນອກຈາກນີ້ ຫົວເຫວີຍ ຍັງພະຍາຍາມຢ່າງດີທີ່ສຸດໃນການຫາຜ້າປິດປາກ, ຊຸດທົດລອງ ແລະ ອຸປະກອນປ້ອງກັນອື່ນໆ ໃຫ້ກັບປະເທດ ແລະ ອົງກອນທີ່ຕ້ອງການ.

ໃນພາກພື້ນອາຊຽນປາຊີຟິກ ແລະ ກຸ່ມປະເທດອາຊຽນ ຫົວເຫວີຍ ໄດ້ຮ່ວມມືກັບປະເທດຕ່າງໆເຊັ່ນ: ອິນໂດເນເຊຍ,​ ມາເລເຊຍ,​ ໄທ, ຟິລິບປິນ, ສິງກະໂປ, ບຣູໄນ, ບັງຄາລາເທດ, ກຳປູເຈຍ, ລາວ ແລະ ອີກຫຼາຍໆປະເທດ. ເພື່ອຮັບມືກັບຄວາມທ້າທາຍດ້ານການສື່ສານເທີງພື້ນດິນສ້າງຄວາມໝັ້ນໃຈໃນການເຊື່ອມຕໍ່ ແລະ ສະໜັບສະໜູນບໍລິການທີ່ຈຳເປັນດ້ວຍເທັກໂນໂລຢີທີ່ເປັນນະວັດຕະກຳໃນຊ່ວງການລະບາດຂອງໂຄວິດ-19.

ເທັກໂນໂລຢີ AI ທີ່ສະໜັບສະໜູນໂດຍເຄືອຂ່າຍ 5G ຊ່ວຍປັບປຸງປະສິດທີພາບ ແລະ ປະສິດທິຜົນຂອງການບົ່ງມະຕິ ແລະ ການວິເຄາະຜົນການສະແກນອັດຕະໂນມັດ20,000 CT scan ແລະ ປຽບທຽບກັບຖານຂໍ້ມູນທີ່ມີຢູ່ ສາມາດກວດພົບໄດ້ 4.000 ກໍລະນີທີ່ຢືນຢັນ. ນອກຈາກນີ້ສິ່ງທີ່ອຳນວຍຄວາມສະດວກ ການປະຊຸມທາງໄກຍັງຊ່ວຍລົດຄວາມສ່ຽງໃນການຕິດເຊື້ອສຳລັບບຸກຄະລາກອນທາງການແພດ ແລະ ລົດພາລະຂອງລະບົບໂດຍການຂະຫຍາຍຄວາມສາມາດໃນການຄວບຄຸມພະຍາດໄປຫາພື້ນທີ່ຕ່າງໆໃນປະເທດ.

ທ່ານ ອີຣິກ ຊູ ປະທານໝູນວຽນຂອງ ຫົວເຫວີຍ ໄດ້ກ່າວວ່າ: “ ເຮົາຫວັງວ່າການລະບາດໃຫຍ່ຂອງພະຍາດນີ້ຈະສິ້ນສຸດລົງໂດຍໄວທີ່ສຸດ ແລະ ຫວັງວ່າຜູ້ປ່ວຍທຸກຄົນທົ່ວໂລກສາມາດຮັກສາ ແລະ ຫາຍຂາດໄດ້ໂດຍໄວທີ່ສຸດ, ການລະບາດຂອງໂຄວິດ-19 ເປັນສິ່ງເຕືອນໃຈໃຫ້ເຮົາແບ່ງປັນໂລກນີ້ ແລະ ແບ່ງປັນຊະຕາກຳດຽວກັນ. ໃນການຈັດການກັບຄວາມທ້າທາຍທີພົບເຫັນ: ສະນັ້ນພວກເຮົາຈຳເປັນຕ້ອງມີຄວາມສາມັກຄີ, ເພາະພະຍາດບໍ່ຮູ້ຈັກເສັ້ນຂອບເຂດພົມແດນ ແລະ ອາດກຳນົດເປົ້າໝາຍໄປຫາທຸກຄົນ ໂດຍບໍ່ຄໍານຶງເຖິງເຊື້ອຊາດ, ສີຜີວ ຫຼື ຄວາມຮັ່ງມີ ”.

ແນວພັນທີ່ລອດຊີວິດຈາກລົມພະຍຸຈະງອກເງີຍ ແລະ ອອກດອກເບັ່ງບານ. ເຖິງແມ່ນວ່າມັນຈະເປັນໄປບໍ່ໄດ້ທີ່ຈະຮູ້ວ່າ ຕອນໃດທີ່ກະແສຂອງໂລກລະບາດນີ້ຈະປ່ຽນໄປ ແຕ່ພວກເຮົາ ຫົວເຫວີຍ ເຊື່ອວ່າຄວາມທ້າທາຍນີ້ຈະຕ້ອງເອົາຊະນະດ້ວຍການຢືນຂື້ນສູ້ໄປດ້ວຍກັນ.