ເຕືອນອີກຮອບ! ກະຊວງ ອຄ ອອກແຈ້ງການ ຫ້າມຂຶ້ນລາຄາ ຫຼື ກັກຕຸນສິນຄ້າຖ້າລະເມີດຈະຖືກປັບໃໝ

238

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ອອກແຈ້ງການ ເລກທີ 0412/ອຄ.ກຄພນ ລົງວັນທີ 21 ເມສາ 2020 ກ່ຽວກັບການສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຖ້າພົບເຫັນຂາຍສິນຄ້າແພງກວ່າຄວາມເປັນຈິງໃຫ້ປັບໃໝທັນທີ ສູງສຸດ 3ລ້ານກີບຕໍ່ລາຍການ ແລະ ຖ້າພົບເຫັນກັກຕຸນລາຄາສິນຄ້າກໍ່ປັບໃໝສູງເຖິງ 50 ລ້ານກີບ.

ເນື່ອງຈາກວ່າ ສະພາບການແຜ່ລະບາຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພາຍໃນ ສປປ ລາວ ຍັງມີຄວາມສ່ຽງຂອງການລະບາດ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ການຕໍ່ເວລາ ແລະ ແນະນໍາເພີ່ມເຕີມ ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ່ 06/ນຍ, ລົງວັນທີ 29 ມີນາ 2020. ດ້ວຍເຫດນັ້ນ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບ ເລກທີ 06/ນຍ, ລົງວັນທີ 29 ເມສາ 2020.

ລັດຖະມົນຕີກະຊວງ ອຄ ອອກແຈ້ງການ:
1 ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາແຈ້ງການຂອງຂະແໜງ ອຄ ຕິດພັນກັບວຽກງານ ການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ສະບັບເລກທີ 0318/ອຄ.ກຄພນ, ລົງວັນທີ 25 ມິນາ 2020, ການອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການຮ້ານຄ້າຂາຍຍົກ-ຄ້ານຄ້າຂາຍຍ່ອຍທີ່ຂາຍສິນຄ້າປະເພດສະບຽງອາຫານ ແລະ ອຸປະໂພກ-ບໍລິໂພກ ສະບັບເລກທີ 0376/ອຄ.ກຄພນ, ລົງວັນທີ 8 ເມສາ 2020.

ໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ ໃນນາມເປັນກອງເລຂາຂອງ ນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄຸ້ມຄອງລາຄາ ສິນຄ້າສະບຽງນານ ເປັນຕົ້ນ: ເຂົ້າ, ຊີ້ນ (ຫມູ, ງົວ, ຄວາຍ, ໄກ່ ), ໄຂ່ໄກ່, ປານິນ, ປະເພດພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ໃຊ້ໃນຊີວິດປະຈໍານັ້ນ ຢູ່ໃນແຂວງຂອງຕົນ

ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການວາມຈໍາເປັນ ເປັນຕົ້ນ ຮ້ານຂາຍຍົກແລະ ຮ້ານຂາຍຍ່ອຍ ທີ່ຂາຍສິນຄ້າປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກທີ່ຮັບໃຊ້ຊີວິດການເປັນຢູ່ປະຈໍານັ້ນ, ຮ້ານຂາຍອຸປະ ກອນການແພດ, ຮ້ານຂາຍຢາ ທີ່ຕັ້ງຢູ່ ຫຼື ບໍ່ຕັ້ງຢູ່ ໃນສູນການຄ້າ, ຮ້ານສັບພະສິນຄ້າ, ຕະຫຼາດສົດ ຫຼື ຕະຫຼາດຂາຍເຄື່ອງກະສິກໍາ

ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈໍາ ໃນຕະຫຼາດຫຼັກໆຂອງເມືອງ, ແຂວງລວມທັງບໍລິສັດນ້ໍາເຂົ້າ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຮ້ານຄ້າໃຫຍ່ໆ ພາຍໃນທ້ອງຖິ່ນຂອງຕົນ ໂດຍສ້າງບົດບັນທຶກສະະໜອງສິນຄ້າຢ່າງພຽງພໍ ແລະ ມີການແຕ່ງຕັ້ງພະນັກງານຫມູນວຽນກັນລົງສົມທົບກັບຫ້ອງການອຄ ເມືອງ, ເທດສະບານ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອພ້ອມກັນຈັດຕັ້ງປະຕິບັດ, ຮັບປະກັນໃຫ້ມີສິນຄ້າພຽງພໍ ແລະ ຂາຍໃນລາຄາທີ່ເຫມາະສົມ

2 ກໍລະນີເຫັນຜູ້ລະເມີດ ໃຫ້ໃຊ້ມາດຕະການດັ່ງນີ້:

ຫາກບຸກຄົນ ນິຕິບຸກຄົນ ຫາກສວຍໂອກາດຂຶ້ນລາຄາສິນຄ້າ ຫຼື ກັກຕຸນສິນຄ້າ ເພື່ອຂຶ້ນລາຄາໂດຍບໍ່ມີເຫດນັ້ນ ຈະຖືກປະຕິບັດມາດຕະການທີ່ໄດ້ກໍານົດໄວ້ໃນ ຂໍ້ 5 ມາດຕາ 26 ຂອງດໍາລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ, ລົງວັນ 18/11/2010 ຈະມີໂທດປັບໃໝ ຄັ້ງທີ 1 ຈະຖືກໂທດປັບໃຫມ 1ລ້ານກີບຕໍ່ລາຍການ ແລະ ເຮັດບົດບັນທຶກກ່າວເຕືອນ; ຄັ້ງທີ 2 ຈະຖືກໂທດປັບໃໝ 2 ລ້ານກີບ/ລາຍການ ແລະ ເຮັດບົດບັນທຶກກ່າວເຕືອນ; ຄັ້ງທີ່ 3 ຈະຖືກໂທດປັບໃຫມ 3ລ້ານ ກີບ/ລາຍການ ພ້ອມທັງຖອນໃບອະນຸຍາດໍາເນີນທຸລະກິດ ແລະ ທະບຽນວິສາຫະກິດຢ່າງຖາວອນ, ສໍາລັບຜູ້ບໍ່ມີໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດ ຕາມຂໍ້ 2.2 ແລະ ຂໍ້ 2.3 ເລີຍ.

ໃນກໍລະນີ ຫາກຖອນໃບອະນຸຍາດດໍາເນີນທຸລະກິດ ແລະ ທະບຽນວິສາຫະກິດແລ້ວ ຍັງສືບຕໍ່ມີການລະເມີດ ຫຼື ເຈດຕະນາລະເມີດ ແມ່ນໃຫ້ປະຕິບັດຕາມກົດໝາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017, ມາຕຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ບຸກຄົນໃດຫາກໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າ, ຄ່າບໍລິການ ໄດ້ຂາຍສິນຄ້າແພງເກີນຂອບເຂດ ໃນເວລາເປີດໄພແຫ້ງແລ້ງ, ໄພນໍາ ຖ້ວມ ຫື ໃນເວລາທີ່ມີສະພາບຄວາມຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນໃດຫນຶ່ງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫົກເດືອນ ຫາ ສອງ ປີ ແລະ ຈະຖືກປັບໃຫມ ແຕ່ 3ລ້ານ ກີບ ຫາ 10 ລ້ານ ກີບ.

ປະຕິບັດຕາມປະມວນກົດຫມາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2013, ມາດຕາ 278 ການກັກຕຸນສິນຄ້າ: ບຸກຄົນໃດຫາກໄດ້ກັກຕຸນ, ຊຸກເຊື່ອງສົມຄໍາໄວ້ໃນວິສາຫະກິດ , ບໍລິສັດ, ຫ້າງຮ້ານ ຂອງຕົ້ນ ຫຼື ບ່ອນອື່ນ ເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈະ ຖືກລົງໂທດ ຕັດອິດສາລະພາບ ແຕ່ ຫນຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃຫມແຕ່ 10 ລ້ານ ກີບ ຫາ 50 ລ້ານ ກີບ

ສໍາລັບການລະເມີດອື່ນໆ ເປັນຕົ້ນ ການນໍາເຂົ້າສິນຄ້າໂດຍການຫຼົບຫຼີກພັນທະຕ່າງໆ, ການຄ້າຂາຍສິນຄ້າເກືອດຫ້າມ ຫຼື ຫ້າມຊົ່ວຄາວ, ການຄ້າຂາຍ, ຈໍາໜ່າຍ ຫຼື ແຈກ ຫຼື ເອົາສິນຄ້າປອມແປງ, ຮຽນແບບ, ສິນຄ້າເຊື່ອມເສຍຄຸນ, ບໍ່ໄດ້ຄຸນນະພາບ ຫມົດອາຍຸ ແລະ ອື່ນໆ ທີ່ລະເມີດລະບຽບການຄຸ້ມຄອງການຄ້າ ແມ່ນໃຊ້ມາດ ຕະການທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ວ່າດ້ວຍມາດຕາການປັບໃຫມ ແລະ ມາດຕະການ ໂທດເພີ່ມ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງຂອງລັດຖະມົນຕິກະຊວງ ອຄ ສະບັuເລກທີ 1499/ອຄ.ກຄພນ ລົງວັນທີ 8 ກັນຍາ 2017 ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ

3 ການນໍາໃຊ້ເງິນໄດ້ຈາກການປັບໃໝ່ແມ່ນ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 7 ຂອງດໍາລັດວ່າດ້ວຍການກວດກາການຄ້າ ສະບັບເລກທີ 058/ລບລົງວັນທີ 4 ທັນວາ 2012. ນອກນັ້ນ, ຖ້າມີຄວາມຈໍາ ເປັນນໍາໃຊ້ເພີ່ມເຕີມ ເຂົ້າໃນວຽກງານການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ແມ່ນໃຫ້ລາຍງານຂໍທິດຊີ້ນໍາຈາກຄະນະສະເພາະກິດຂັ້ນຂອງຕົນ ແຕ່ບໍ່ໃຫ້ເກີນ 50% ຂອງມູນຄ່າເງິນທີ່ໄດ້ຈາກການປັບໃຫມ ຫຼື ຂາຍເຄື່ອງທີ່ໄດ້ຮີບນັ້ນ.

4 ໃຫ້ພະແນກ ອຄ ແຂວງ/ນະຄອນຫຼວງ, ຫ້ອງການ ອຄເມືອງ ນະຄອນ ແຕ່ງຕັ້ງເຈົ້າຫນ້າທີ່ກວດກາການຄ້າ ລົງຕິດຕາມ, ກວດກາ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມ ງວດ ລາຍງານຜົນການຈັດຕັ້ງປະຕິບັດ ເປັນປະຈໍາທຸກວັນ (ບໍ່ໃຫ້ກາຍເວລາ 15:00 ໂມງ) ມາຍັງກົ້ມ ການຄ້າພາຍໃນ ເພື່ອສັງລວມລາຍງານຂັ້ນເທິງ.