ອານຸໄຊ ນັກເຕະວະຊົນລາວຄົນທີ 4 ຈາກລ໋ອບ ສະເຕດ້ຽມ ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ

344

ກ່ອນໜ້ານີ້ໄດ້ແນະນໍາ ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ ແລະ ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ 3 ນັກເຕະເຍົາວະຊົນລາວ ໃນນາມຕົວແທນຂອງ ລ໋ອບ ສະເຕດ້ຽມ ທີ່ຜ່ານການຄັດເລືອກຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ. ດັ່ງນັ້ນ, ມື້ນີ້ຈະມາແນະນໍາ ອານຸໄຊ ເພັງກິ່ງລາວົງ ນັກເຕະຄົນທີ 4 ຈາກທັງໝົດ 8 ຄົນທີ່ຄວ້າສິດໄປລາຍການດັ່ງກ່າວ.

ອານຸໄຊ ເພັງກິ່ງລາວົງ ໃຫ້ສໍາພາດວ່າ: ຈຸດເລີ່ມຕົ້ນການມາຫຼິ້ນບານເຕະຂອງນ້ອງ ແມ່ນເລີ່ມຕົ້ນຈາກຕອນທີ່ນັ່ງເບິ່ງໂທລະພາບນຳພໍ່ແມ່ ທີ່ໄດ້ເປີດບານເຕະໃຫ້ເບິ່ງ ຫຼັງຈາກນັ້ນກໍໄດ້ເລີ່ມສົນໃຈກີລາປະເພດນີ້ ແລະ ເລີ່ມຫຼິ້ນມາຕັ້ງແຕ່ອາຍຸ 6 ປີ ຈາກພໍ່ແມ່ເປັນຄົນພາໄປຊ້ອມ ກ່ອນໄດ້ພົບຫມູ່ຫຼາຍໆຄົນ ຈິ່ງເກີດຮູ້ສຶກມັກຮັກ ແລະ ຜູກພັນກັບກີລາຊະນະນິດນີ້.

“ ເສັ້ນທາງການເປັນນັກເຕະຂອງນ້ອງ ກໍຄ້າຍໆກັບ ສີສະຫວາດ ແກ້ວມຸງຄົນ ( ຄົນທໍາອິດທີ່ຜ່ານການຄັດເລືອກ ) ເນື່ອງຈາກເປັນໝູ່ກັນມາແຕ່ນ້ອຍ ແບບວ່າໄປໄສໄປນໍາກັບ ເລີ່ມຫຼິ້ນໃຫ້ກັບສະໂມສອນ PV.F.C ຕັ້ງແຕ່ຕອນອາຍຸ 6 ປີຈົນຮອດປີ 2018 ໄດ້ຍ້າຍໄປຫຼິ້ນໃຫ້ສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ຈົນຮອດປັດຈຸບັນ, ສ່ວນຜົນງານທີ່ຜ່ານມາແມ່ນປີ 2017 ໄດ້ອອກຕ່າງປະເທດ ຄັ້ງທໍາອິດ ແລະ ລາຍການນັ້ນຈັດຂື້ນທີ່ ສປ ຈີນ ພວກເຮົາສາມາດຍາດໄດ້ພຽງແຕ່ທີ່ 3 ໄປໃນນາມ ດີເຄ ເອັຟຊີ ທີ່ປະສົມປະສານກັບ ລ໋ອບ ສະເຕດ້ຽມ ” ອານຸໄຊ ກ່າວ.

ອານຸໄຊ ກ່າວວ່າ: ຈົນມາຮອດປີ 2018 ນ້ອງເປັນໜຶ່ງໃນນັກເຕະທີ່ສາມາດຍາດໄດ້ແຊັມ ລາຍການ Soong ching ling ທີ່ ສປ ຈີນ ກັບ ລ໋ອບ ສະເຕດ້ຽມ ຫຼັງຈາກນັ້ນມາເຖີງປີ 2019 ໄດ້ພາທີມ ລ໊ອບ ສະເຕດ້ຽມ ຮຸ່ນອາຍຸບໍ່ເກີນ 12 ປີໄປແຂ່ງທີ່ຊຽງໃຫມ່ (Alpine football camp ) ຈົບດ້ວຍອັນດັບ 4 ແລະ ກໍເຂົ້າຄັດເລືອກລາຍການ Cp meji cup under 14 ທີ່ແຄ້ມບູລີລໍາ ບໍ່ຜ່ານຮອບຄັດເລືອກ, ສ່ວນຜົນງານຫຼ້າສຸດພາ ລ໊ອບ ສະເຕດ້ຽມ ຢູ 15 ຄວ້າຮອງຊະນະເລີດ ລານການບານເຕະຊີງຂັນ ສຕລ 2019 ຮຸ່ນອາຍຸບໍ່ເກີນ 15 ປີ.

ສໍາລັບ ອານຸໄຊ ເກີດວັນທີ 28 ກັນຍາ 2006 ທີ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ນໍ້າໜັກ 58 ກິໂລກຣາມ ແລະ ສູງ 170 ຊັງຕີແມັດ ຫຼິ້ນຕໍາແໜ່ງກອງກາງ ປັດຈຸບັນຮຽນຢູ່ຊັ້ນ ມ 5 ທີ່ໂຮງຮຽນຫງຽນຢູ, ເຊິ່ງກ່ອນໜ້ານີ້ ອານຸໄຊ ເປັນ 1 ໃນ 8 ນັກເຕະເຍົາວະຊົນໃນນາມຕົວແທນຂອງ ລ໊ອບ ສະເຕດ້ຽມ ໄປຮ່ວມຄັດເລືອກລະຫວ່າງວັນທີ 15-16 ກຸມພາ 2020 ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ສາມາດຕິດ 1 ໃນ 8 ນັກເຕະລາວ ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ທ້າວ ສີສະຫວາດ ແກ້ວມຸງຄຸນ, ທ້າວ ຄູນທະວີ ທອງມະນີ ແລະ ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ ສ່ວນອີກ 4 ຄົນທີ່ຍັງບໍ່ທັນໄດ້ແນະນໍາ ປະກອບດ້ວຍ ພູສົມບູນ ປັນຍາວົງ, ສິນທະສອນ ສິງຫາຈັກ, ດູລະໄນ ແກ້ວມິນີວົງ, ແລະ ທິບພະຈັນ ປະສົມສຸກ ຈະມາແນະນໍາໃນສະບັບໜ້າ.
(ຮູບ-ຂ່າວ: ຄໍາສອນ)