ທຸລະກິດSMEອາເມຣິກາເດືອດຮ້ອນລັດອະນຸມັດເງິນ3ຮ້ອຍຕື້ຊ່ວຍ

140

ທ່ານ ສະຕີເວັນ ມະນູຊິນ ລັດຖະມົນຕີວ່າການກະຊວງການເງິນອາເມຣິກາກ່າວວ່າ:ລັດຖະບານ ແລະ ສະພາໃກ້ຈະບັນລຸຂໍ້ຕົກລົງແລ້ວກ່ຽວັບມາດຕະການເພີ່ມເຕີມໃນການໃຫ້ຄວາມຊ່ວຍເຫຼືອທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍຫຼືSMEຂອງອາເມຣິກາທີ່ໄດ້ຮັບຜົນກະທົບຈາກໂຄວິດ-19ລະບາດ.

ທັງນີ້ຄວາມຊ່ວຍເຫຼືອດັ່ງກ່າວຈະມີມູນຄ່າ300.000ລ້ານໂດລາຜ່ານໂຄງການຕ່າງໆທີ່ແນ່ໃສໃຫ້ເງິນກູ້ຢືມສະພາບຄ່ອງໃຫ້ແກ່ທຸລະກິດທີ່ໄດ້ຮັບຜົນກະທົບໃຫ້ສາມາດປະຄອງທຸລະກິດຜ່ານຜ່າວິກິດໄປໄດ້ໂດຍບໍ່ຕ້ອງປົດພະນັກງານ.

ຄວາມເຄື່ອນໄຫວໃນຄັ້ງນີ້ຖືເປັນການຊ່ວຍເຫຼືອເພີ່ມເຕີມແກ່ຫົວໜ່ວຍທຸລະກິດຂອງອາເມຣິກາທີ່ໄດ້ຮັບຜົນກະທົບຈາກພະຍາດຮ້າຍໂດຍກ່ອນໜ້ານີ້ທະນາຄານກາງອາເມຣິກາຫຼືເຟດໄດ້ປະກາດມາດຕະການຊ່ວຍເຫຼືອແກ່ຫົວໜ່ວຍທຸລະກິດທຸກຂະໜາດຜ່ານໂຄງການເພີ່ມສະພາບຄ່ອງໃນລະບົບເສດຖະກິດລົງເລິກເຖິງລະດັບລັດເປັນຈໍານວນເງິນ2,3ພັນຕື້ໂດລາ.

ຢ່າງໃດກໍຕາມໃນຈໍານວນເງິນຊ່ວຍເຫຼືອມູນຄ່າ300.000ລ້ານໂດລາດັ່ງກ່າວນອກເໜືອຈາກການເສີມສະພາບຄ່ອງໃຫ້ທຸລະກິດSMEແລ້ວສ່ວນໜຶ່ງຄື75.000ລ້ານໂດລາຈະນໍາໄປສະໜັບສະໜູນການດໍາເນີນວຽກງານຂອງໂຮງໝໍ ແລະ ຂະຫຍາຍຂອບເຂດການໃຫ້ບໍລິການກວດຫາພະຍາດໂຄວິດໃຫ້ແກ່ປະຊາຊົນ.