ປະຊຸມອອນລາຍແບບໃດໃຫ້ປອດໄພ ຄວາມທ້າທາຍໃໝ່ໄລຍະວິກິດໂຄວິດ – 19

117

ກ່ອນໜ້ານີ້ເຮົາມີໂລກທີ່ເຊື່ອມຕໍ່ກັນທາງດິຈິຕອລ ມີການສື່ສານ ການໃຊ້ສື່ສັງຄົມ ການເຮັດວຽກອອນລາຍ ແລະ ການເຮັດທຸລະກຳອອນລາຍ ເຮັດໃຫ້ຕ້ອງໃຊ້ຊີວິດອອນລາຍເຕັມຮູບແບບ ແລະ ອາດຊະຍາກອນໄຊເບີກໍຕາມຕິດວິຖີຊີວິດເຮົາ ເພື່ອຊອກຫາຊ່ອງທາງ ແລະ ສ້າງໂອກາດເຮັດໃຫ້ຜູ້ໃຊ້ເປີດເຜີຍຂໍ້ມູນສ່ວນບຸກຄົນ ຫຼື ຫຼອກໃຫ້ໂອນເງິນໄປຍັງບັນຊີອື່ນເປັນຕົ້ນ.

ນັກວິໄຈຂອງ Kaspersky ໄດ້ຄົ້ນພົບມັລແວຣ໌ທີ່ໃຊ້ເລື່ອງພະຍາດໂຄວິດ – 19 ເພື່ອເອົາໃຫ້ຜູ້ໃຊ້ເປີດເອກະສານອ່ານ ແຕ່ພັດແຝງໄຟລ໌ທີ່ເປັນອັນຕະລາຍໄວ້ ແຕ່ການພະຍາຍາມລຸກລ້ຳຄວາມປອດໄພອອນລາຍຍັງບໍ່ຈົບພຽງເທົ່ານີ້.

Mr. Yo Xiang Tiang, General Manager, Kaspersky Company ປະຈຳພູມິພາກອາຊີຕາເວັນອອກສ່ຽງໃຕ້ ກ່າວວ່າ: “ ປະເທດໃນພູມິພາກອາຊີຕາເວັນອອກສ່ຽງໃຕ້ຈຳນວນຫຼາຍຢູ່ພາຍໃຕ້ການປິດປະເທດໃນຮູບແບບຕ່າງກັນໄປ ບໍລິສັດຕ່າງກໍຊອກຫາວິທີການໃຊ້ເຕັກໂນໂລຊີ ເພື່ອຮັກສາຄວາມຕໍ່ເນື່ອງໃນການດຳເນີນທຸລະກິດຂອງຕົນໄວ້ ເຮົາໄດ້ເຫັນການປະຊຸມອອນລາຍ ຫຼື VDO conference ເພີ່ມຂຶ້ນຫຼາຍແທນການພົບປະໂອ້ລົມຕົວຕໍ່ຕົວໃນຫ້ອງປະຊຸມ. ທັງນີ້, ອາດຊະຍາກອນໄຊເບີກໍຄຳນຶງເຖິງກະແສນີ້ ແລະ ເຂົ້າໂຈມຕີອົງປະກອບຕ່າງໆ ເຊັ່ນ: Wi – Fi ທີ່ບໍ່ປອດໄພ, ເນັດເວີກທີ່ບໍ່ມີການເຂົ້າລະຫັດ, ການໃຊ້ພາສເວີດທີ່ຄາດເດົາໄດ້ງ່າຍ ແລະ ການໃຊ້ງານແອັບພລິເຄຊັນທີ່ອະນຸຍາດໃຫ້ເຂົ້າເຖິງທຸກຢ່າງ.

Mr. Yo Xiang Tiang ກ່າວຕື່ມວ່າ: “ ເຮົາຄາດຫວັງວ່າບໍລິສັດທົ່ວໂລກຄວນຄຳນຶງເຖິງ ຄວາມສຳຄັນຂອງການສ້າງ ຄວາມປອດໄພໃຫ້ແອັບພລິເຄຊັນ ແລະ ເວັບໄຊຂອງຕົນ ໂດຍສະເພາະໃນສະຖານະການພະຍາດລະບາດທີ່ເຮັດໃຫ້ເກີດການປ່ຽນແປງຄັ້ງໃຫຍ່ດ້ານໄອທີ ແຕ່ໃນຄວາມເປັນຈິງອົງກອນຫຼາຍແຫ່ງຍັງບໍ່ພ້ອມຮັບມືກັບເລື່ອງການໃຫ້ພະນັກງານເຮັດວຽກຢູ່ເຮືອນພະຍາຍາມສຶກສາ ແລະ ເຂົ້າໃຈຄວາມທ້າທາຍຕ່າງໆແບບເຣລທາມ    ( ທັນເວລາ ) ພາຍໃຕ້ສະຖານະການທີ່ຍອມຮັບໄດ້ ເຊິ່ງເປັນໄລຍະເວລາທີ່ດີໃນການກວດສອບຄວາມປອດໄພໃນການເຊື່ອມຕໍ່ເຂົ້າລະບົບອົງກອນຈາກໄລຍະໄກ.

ຂະແໜງໄອທີທົ່ວໂລກກຳລັງປະເຊີນຄວາມທ້າທາຍຄັ້ງ     ໃຫຍ່ສຸດດ້ານ Networking ດ້ວຍມີຈຳນວນຜູ້ໃຊ້ງານທີ່ເຊື່ອມຕໍ່ກັບເນັດເວີກອົງກອນຈາກໄລຍະໄກຈຳນວນຫຼາຍ ເພີ່ມຄວາມກົດດັນຈາກແຕ່ກ່ອນທີ່ມີຢູ່ຫຼາຍດ້ານໂຄງສ້າງໄອທີ ແລະ ຄວາມປອດໄພ ເມື່ອມີການນຳດີໄວ ( Device ) ອອກນອກເນັດເວີກອົງກອນ ແລະ ໄປເຊື່ອມຕໍ່ກັບເນັດເວີກໃໝ່ ແລະ Wi – Fi ຄວາມສ່ຽງຕ່າງໆກໍຂະຫຍາຍວົງກວ້າງ ແລະ ເພີ່ມຫຼາຍຂຶ້ນ.

ທັງນີ້ Kaspersky ຂໍແນະນຳຂັ້ນຕອນສຳລັບອົງກອນເພື່ອຫຼຸດຄວາມສ່ຽງທາງໄຊເບີທີ່ກ່ຽວຂ້ອງກັບການເຊື່ອມຕໍ່ໄລຍະໄກ ຄື: ໃຫ້ພະນັກງານໃຊ້ VPN ໃນການເຊື່ອມຕໍ່ກັບເນັດເວີກອົງກອນເພື່ອຄວາມປອດໄພອຸປະກອນເຊື່ອມຕໍ່ອົງກອນທຸກຢ່າງ ລວມເຖິງໂທລະສັບ ແລະ ແລັບທັອບ ຄວນມີຊ໊ອຟແວຣ໌ເພື່ອຄວາມປອດໄພທີ່ເໝາະສົມ ເຊິ່ງຈະມີຟີເຈີສະເພາະ ເຊັ່ນ: ການລົບຂໍ້ມູນໃນດີໄວທີ່ແຈ້ງວ່າສູນຫາຍ ຫຼື ຖືກລັກ, ການແຍກຂໍ້ມູນສ່ວນຕົວ ແລະ ຂໍ້ມູນງານການຈຳກັດການຕິດຕັ້ງແອັບພລິເຄຊັນ; ອັບເດດລະບົບປະຕິບັດການ ແລະ ແອັບພລິເຄຊັນເປັນເວີຊັນຫຼ້າສຸດຢ່າງສະໝ່ຳສະເໝີ; ແຈ້ງເຕືອນພະນັກງານໃຫ້ຄຳນຶງເຖິງອັນຕະລາຍຈາກຂໍ້ ຄວາມທີ່ບໍ່ຮູ້ແຫຼ່ງທີ່ມາ.

ໂດຍ: ສົມລົດ, ທີ່ມາ: sanook.com/hitech/1499331/