ແພງຜູ້ໄທ ຮຽກຮ້ອງໃຫ້ສັງຄົມເສບຂ່າວຢ່າງມີສະຕິ ພ້ອມເອົາໃຈໃສ່ມາດຕະການປ້ອງກັນໂຄວິດ – 19

127

ເນື່ອງຈາກພະຍາດໂຄວິດ – 19 ມີການແຜ່ລະບາດໃນທົ່ວໂລກ ໜຸ່ມແພງ ຜູ້ໄທເມືອງວັງ ໃນນາມຄົນໃນວົງການບັນເທີງ ຫຼື ຄົນຂອງສັງຄົມກໍຢາກໃຫ້ເສບຂ່າວຢ່າງມີສະຕິ ພ້ອມປະຕິບັດມາດຕະການຕາມທີ່ລັດຖະບານໄດ້ວາງອອກຢ່າງເຂັ້ມງວດ ທັງຊອກວິທີປ້ອງກັນ ແລະ ຮັກສາສຸຂະພາບໃຫ້ແຂງແຮງອີກດ້ວຍ.

ໜຸ່ມແພງ ຜູ້ໄທເມືອງວັງ ນັກຮ້ອງ ແລະ ເປັນທັງສື່ມວນຊົນໃຫ້ສໍາພາດວ່າ: ປັດຈຸບັນຕົນເອງໄດ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ – 19 ຕາມທີ່ຂັ້ນເທິງໄດ້ວາງອອກ ໂດຍພະຍາຍາມເວັ້ນໄລຍະຫ່າງກັບຜູ້ຄົນ ແລະ ຢູ່ເຮືອນກັບຄອບຄົວ ເວລາມີຄວາມຈຳເປັນໃນການອອກປະຕິບັດໜ້າທີ່ວຽກງານຕ້ອງໄດ້ມີເຄື່ອງມືປ້ອງກັນຢ່າງເຂັ້ມງວດ ເຊັ່ນ: ໃສ່ຜ້າອັດປາກ, ມີເຈລລ້າງມືຕະຫຼອດເວລາ, ເວັ້ນໄລຍະຫ່າງເວລາຢູ່ນຳໝູ່ເພື່ອນ ຫຼື ຄູ່ຮ່ວມເຮັດວຽກ. ສຳລັບຄົນໃນສັງຄົມ ແລະ ຄົນອ້ອມຂ້າງຕົນເອງຢາກແນະນຳ ກ່ອນອື່ນຕ້ອງມີສະຕິເວລາເສບຂ່າວສານຕ່າງໆຕ້ອງເປັນແຫຼ່ງຂໍ້ມູນທີ່ໜ້າເຊື່ອ  ຖື. ນອກຈາກນີ້, ຢາກໃຫ້ທຸກຄົນປ້ອງກັນຕົນເອງ ຖ້າອອກໄປຂ້າງນອກຕ້ອງໃສ່ຜ້ອັດປາກແລະ ມີເຈລລ້າງມືຕິດໄວ້ຕະຫຼອດ ຫ້າມຖືເບົາກັບພະຍາດໂຄວິດ – 1 9 ເພາະພະຍາດດັ່ງກ່າວສາມາດຕິດຕໍ່ກັນໄດ້ງ່າຍ.

ສຳລັບການກັກຕົວຢູ່ເຮືອນໃນໄລຍະນີ້ຖືວ່າເປັນການໃຊ້ເວລາອັນແສນສຸກກັບຄອບຄົວ, ເປັນການຮຽນຮູ້ເປົ້າໝາຍຊີວິດ ແລະ ໃຫ້ເປັນເວລາໃນການຮັກສາສຸຂະພາບຂອງເຮົາໃຫ້ແຂງແຮງຂຶ້ນ, ຕົນເອງເຊື່ອວ່າຖ້າທຸກຄົນກັກຕົວເອງຢູ່ເຮືອນຢຸດການແຜ່ລະບາດຕໍ່ຜູ້ອື່ນ, ບໍ່ຢູ່ບ່ອນຊຸມຊົນທີ່ມີຄວາມສ່ຽງ, ຕິດຕາມຂ່າວຢ່າງໃກ້ຊິດຢ່າງມີສະຕິ, ປະຕິບັດຕາມຄຳຊີ້ນຳຂອງພັກ – ລັດ ຈະຜ່ານວິກິດການນີ້ໄປໄດ້ດ້ວຍດີຈຶ່ງຂໍເປັນກຳລັງໃຈໃຫ້ທຸກຄົນ.

ທ້າຍນີ້ຂໍຝາກຜົນງານເພງ ແລະ ວິດີໂອໄດ້ຕາມຊ່ອງທາງເຟສບຸ໊ກ ຫຼື ຢູທູບ: pheng phouthai – ແພງ ຜູ້ໄທ.

ຂ່າວ: ນຸ້ມນິ້ມ; ຮູບ: ແພງຜູ້ໄທ