ຄູນຮຸ່ງເຮືອງ ເດັກປັ້ນຂອງ ລ໋ອບ ສະເຕດ້ຽມ ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ ເປັນຄົນທີ 3

113

ກ່ອນໜ້ານີ້ໄດ້ແນະນໍາ ທ້າວ ສີສະຫວາດ ແກ້ວມຸງຄຸນ ແລະ ທ້າວ ຄູນທະວີ ທອງມະນີ 2 ນັກເຕະເຍົາວະຊົນລາວທໍາອິດ ທີ່ຜ່ານການຄັດເລືອກຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ ໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະຫະລັດອາເມຣິກາ. ດັ່ງນັ້ນ, ມື້ນີ້ຈະມາແນະນໍາ ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ ( ເຄນລີ້ ) ເຊິ່ງວ່າເປັນນັກເຕະເຍົາວະຊົນລາວຄົນທີ 3 ທີ່ຄວ້າສິດສຶກສາໃນໂຄງການດັ່ງກ່າວ.

ຄູນຮຸ່ງເຮືອງ ເລົ່າວ່າ: ປັດຈຸບັນນ້ອງອາຍຸ 12 ປີ ເຊິ່ງເລີ່ມຫຼິ້ນບານເຕະຢ່າງຢ່າງເຕັມຕົວໃນຕອນອາຍຸ 8 ປີກັບ ສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ຈົນເຖິງປັດຈຸບັນ ເຊິ່ງການມາຫຼິ້ນບານເຕະແມ່ນຍ້ອນຄວາມຮັກມັກກັບກິລາຊະນະນິດ ເພາະໄດ້ອອກກໍາລັງກາຍ ແລະ ຝຶກຊ້ອມ ຈົນກາຍເປັນກິດຈະກໍາປະຈໍາວັນ ຈົນ.

“ ຜົນງານທີ່ຜ່ານມາຂອງນ້ອງ ເຄີຍຍາດໄດ້ອັນດັບ 4 ໃນລາຍການທີ່ຊຽງໃໝ່ປະເທດໄທ ໃນການແຂ່ງຂັນຮຸ່ນອາຍຸ 12 ປີ ໃນປີ 2019 ກັບ ລ໋ອບ ສະເຕດ້ຽມ ແລະ ຜົນງານຫຼ້າສຸດກໍ່ເປັນສ່ວນໜຶ່ງກັບ ລ໋ອບ ສະເຕດ້ຽມ ເອັຟເອ ທະລຸເຂົ້າຮອບຮອງຊະນະເລີດ ໃນການແຂ່ງຂັນບານເຕະຊີງຂັນ ສຕລ ປະຈໍາປີ 2020 ຮຸ່ນອາຍຸບໍ່ເກີນ 12 ປີ ທີ່ປັດຈຸບັນແມ່ນເລື່ອນການແຂ່ງຂັນໄລຍະໂຄວິດ-19 ”

ຄູນຮຸ່ງເຮືອງ ກ່າວອີກວ່າ: ການໄປຝຶກຊ້ອມຄັດເລືອກໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 15-16 ກຸມພາ 2020 ນ້ອງກະໄດ້ປະສົບການຫຼາຍໆຢ່າງ ໄດ້ແລກປ່ຽນກັບນັກເຕະລຸ້ນອ້າຍໃນປະເທດໄທ ແລະ ທີມຊາດຍິ່ງຂອງ ໄທ ອີກດ້ວຍ ແນ່ນອນປະສົບການຄັ້ງນັ້ນ ທີ່ຈະຊ່ວຍໃຫ້ເປົ້າໝາຍຂອງຂ້ອຍຢາກຢູ່ໃນທີມໃຫຍ່ ແລະ ເປັນນັກກີລາທີ່ດີໄດ້ໃນອະນາຄົດ.

ສໍາລັບ ຄູນຮຸ່ງເຮືອງ ເກີດວັນທີ 10 ສິງຫາ 2008 ທີ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮຽນຢູ່ຊັ້ນມັດທະຍົມປີທີ 1 ທີ່ໂຮງຮຽນ ອ໊ອດສະກ້າ ນໍ້າໜັກ 40 ກິໂລກຣາມ ແລະ ສູງ 153 ຊັງຕີແມັດ ຫຼິ້ນນໍາແໜ່ງກອງໜ້າ ເປັນນັກເຕະອະນາຄົດໄກຂອງ ລ໋ອບ ສະເຕດ້ຽມ ຫຼັງເລີ່ມລິ້ນມາແຕ່ຕອນອາຍຸ 8 ປີຈົນເຖິງປັດຈຸບັນ.

ກ່ອນໜ້ານີ້ ຄູນທະວີ ເປັນ 1 ໃນ 8 ນັກເຕະເຍົາວະຊົນໃນນາມຕົວແທນຂອງ ລ໊ອບ ສະເຕດ້ຽມ (LOB STADIUM FA) ໄປຮ່ວມຄັດເລືອກລະຫວ່າງວັນທີ 15-16 ກຸມພາ 2020 ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ສາມາດຕິດ 1 ໃນ 8 ນັກເຕະລາວ ທີ່ຄວ້າສິດໄປສຶກສາຕໍ່ ທີ່ອາເມຣິກາ ຕໍ່ຈາກ ສີສະຫວາດ ແກ້ວມຸງຄຸນ ແລະ ຄູນທະວີ ທອງມະນີ ສ່ວນອີກ 5 ຄົນທີ່ຍັງບໍ່ທັນໄດ້ແນະນໍ ປະກອບດ້ວຍ ພູສົມບູນ ປັນຍາວົງ, ສິນທະສອນ ສິງຫາຈັກ, ດູລະໄນ ແກ້ວມິນີວົງ, ອານຸູໄຊ ເພັງກິ່ງລາວົງ ແລະ ທິບພະຈັນ ປະສົມສຸກ ຈະມາແນະນໍາໃນສະບັບໜ້າ.
(ຮູບ-ຂ່າວ: ຄໍາສອນ)