ຂ່າວດີ 9 ມື້ລຽນຕິດ! 21 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ສ່ວນຜູ້ປ່ວຍຈໍານວນໜຶ່ງກວດບໍ່ພົບເຊື້ອແລ້ວແຕ່ຕ້ອງລໍຖ້າກວດຄືນເພື່ອຢັ້ງຢືນອີກກ່ອນ

102

ນັບວ່າເປັນຂ່າວດີ 9 ມື້ລຽນຕິດ, ຫຼັງກະຊວງສາທາອອກມາຢືນຢັນ ວັນທີ 21 ເມສາ 2020 ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຈາກການເກັບຕົວຢ່່າງເພື່ອກວດຫາເຊື້ອຈໍານວນ 29 ຄົນ, ເຮັດໃຫ້ຍອດລວມຍັງຄົງທີ່ 19 ຄົນ, ສ່ວນຜູ້ປ່ວຍທັງ 17 ອາການຍັງເບົາບາງ, ເຊິ່ງຈາກການກວດຫາເຊື້ອຈໍານວນໜຶ່ງ ບໍ່ພົບເຊື້ອໃນຮ່າງກາຍແລ້ວ ແຕ່ຕ້ອງລໍຖ້າກວດຄືນອີກຄຄັ້ງໜຶ່ງເພື່ອຢືນຢັນ ແລະ ຄາດວ່າມື້ອື່ນ ຈະໄດ້ຮັບຂ່າວດີອີກຄັ້ງ.

ໃນວັນທີ 21 ເມສາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະດ້ວຍ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 20 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 29 ຄົນ, ໃນນັ້ນ ນະຄອຫຼວງວຽງຈັນ 14ຄົນ, ຕ່າງແຂວງ 15 ຄົນ, ເຊິ່ງໃນຈໍານວນດັ່ງກ່າວ ຜູ້ມີປະຫວັດສໍາຜັດໃກ້ຊິດ ຈໍານວນ 14 ຄົນ, ກໍລະນີສົງໄສ 15 ຄົນ. ຜົນກວດຂອງທັງ 29 ຄົນແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ປັດຈຸບັນຜູ້ຕິດເຊື້ອໂຄວິດ-19 ຍັງຢູ່ທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍແລ້ວ 2ຄົນ, ເຊິ່ງມື້ນີ້ນັບເປັນມື້ທີ 9 ທີ່ ສປປ ລາວ ເຮົາບໍ່ມີຜູ້ຕິດເຊື້ອເພີ່ມ. ເຊິ່ງນັບແຕ່ເດືອນມັງກອນ ຫາ 20 ເມສາ ເກັບຕົວຢ່າງມາກວດທັງໝົດ 1.378 ຄົນ ພົບເຊື້ອພຽງ 19 ຄົນ.

ທັງນີ້ ນັບແຕ່ວັນທີ 9 ມີນາ ຫາ 20 ເມສາ 2020 ໄດ້ຕິດຕາມຫາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ 313 ຄົນ, ໃນນັ້ນ ຄົບກໍານົດການຕິດຕາມອາການແລ້ວ 300ຄົນ ແລະ ຍັງອີກ 13ຄົນທີ່ຕ້ອງຕິດຕາມຕໍ່ໄປອີກຈົນກວ່າຈະຄົບ 14ວັນ.

ທ່ານ ກ່າວຕື່ມວ່າ: ສ່ວນຄົນເຈັບທີ່ຍັງປິ່ນປົວຢູ່ໂຮງໝໍທັງ 17 ຄົນນັ້ນ ອາການຍັງເບົາບາງ, ຄົບກໍານົດການກິນຢາແລ້ວ ແຕ່ກໍ່ຕ້ອງຕິດຕາມອາການຕໍ່, ເຊິ່ງມີຄົນເຈັບຈໍານວນໜຶ່ງທີ່ໄດ້ທໍາການກວດຫາເຊື້ອໂຄວິດແລ້ວບໍ່ພົບເຊື້ອ ນັ້ນຖືເປັນຂ່າວດີ, ແຕ່ກໍ່ຕ້ອງລໍຖ້າການກວດຢັ້ງຢືນອີກຄັ້ງກ່ອນ ເພື່ອຄວາມຊັດເຈນ ແລະ ຈະຮູ້ຜົນໃນໄວໆນີ້.