ຈີນຍັງຜູ້ປ່ວຍໂຄວິດ-19 ປິ່ນປົວໃນລະບົບພຽງ 1 ພັນຄົນ

66

ປະເທດຈີນ ມີຜູ້ຕິດພະຍາດໂຄວິດ19 ປະມານ 82 ພັນຄົນ ແຕ່ປັດຈຸບັນ ເຫຼືອຜູ້ປ່ວຍໃນລະບົບອີກ ປະມານ 1 ພັນ ຄົນ ໃນຈຳນວນນີ້ 82 ຄົນ ອາການຍັງວິກິດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 21 ເມສາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ເມື່ອວັນອັງຄານ ວ່າ ສະພາບການປະຈຳວັນຂອງພະຍາດໂຄວິດ-19 ປັດຈຸບັນ ຈຳນວນຜູ້ເສຍຊີວິດຍັງຄົງທີ່ 4.632 ຄົນ ແລະ ຢືນຢັນພວກພົບຜູ້ປ່ວຍໃໝ່ 11 ຄົນ ໂດຍ 4 ຄົນ ເດີນທາງຈາກຕ່າງປະເທດ ແລະ 7 ຄົນ ຕິດເຊື້ອພາຍໃນ ເຮັດໃຫ້ມີຜູ້ປ່ວຍສະສົມທັງໝົດ 82.758 ຄົນ.

ຈຳນວນຜູ້ຕິດເຊື້ອບໍ່ສະແດງອາການກວດພົບເພິ່ມອີກ 37 ຄົນ ໂດຍຜູ້ຕິດເຊື້ອກຸ່ມນີ້ ເຊິ່ງໄດ້ຕິດຕາມອາການຢ່າງໃກ້ຊິດ ປະມານ 992 ຄົນ. ນອກຈາກນີ້, ຄະນະແພດໄດ້ອະນຸຍາດໃຫ້ຜູ້ປ່ວຍອີກ 39 ຄົນ ສາມາດກັບເມື່ອພັກຟື້ນຢູ່ເຮືອນໄດ້ ຈຶ່ງເຮັດໃຫ້ຈຳນວນການປິ່ນປົວເຊົາແລ້ວມີທັງໝົດ 77.123 ຄົນ ສ່ວນຜູ້ປ່ວຍທີ່ຍັງປິ່ນປົວຢູ່ໂຮງໝໍ ຍັງເຫຼືອ 1.003 ຄົນເທົ່ານັ້ນ ໂດຍໃນຈຳນວນນີ້ 82 ຄົນອາການວິກິດ.