ການຄ້າ ນວ ຫາລືວຽກງານສົ່ງເສີມ SME,​ ການອຳນວຍຄວາມສະດວກການຄ້າ ແລະ ວຽກງານຕ້ານພະຍາດໂຄວິດ-19​

111

ເພື່ອເປັນການສົ່ງເສີມວຽກງານ SME ພ້ອມອໍານວຍຄວາມສະດວກຕ່າງໆໃນດ້ານການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດກອງປະຊຸມຫາລືການປະຕິບັດວຽກງານສົ່ງເສີມ SME,​ ການອຳນວຍຄວາມສະດວກການຄ້າ ແລະ ວຽກງານຕ້ານພະຍາດໂຄວິດ-19​ ຂຶ້ນ.

ໃນວັນທີ 21 ເມສາ 2020​ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.​ນວ)​ ໄດ້ຈັດກອງປະຊຸມຫາລືການຈັດຕັ້ງປະຕິບັດວຽກງານສົ່ງເສີມ SME,​ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ,​ ວຽກງານສະເພາະກິດຕ້ານພະຍາດໂຄວິດ-19​ ແລະ ທິດທາງແຜນການຕໍ່ໜ້າ ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ,​ ມີ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.​ນວ ພ້ອມດ້ວຍບັນດາຂະແໜງການກ່ຽວຂ້ອງ 9 ຕົວເມືອງເຂົ້າຮ່ວມ.

ທ່ານ ນາງ ວັນມະນີ ພິມມະສານ ໄດ້ກ່າວບົດສະຫຼບໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ SME,​ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ວຽກງານສະເພາະກິດຕ້ານພະຍາດໂຄວິດ-19​ ແລະ ທິດທາງແຜນການຕໍ່ໜ້າ ໃຫ້ປະທານກອງປະຊຸມ ແລະ ຄະນະກໍາມະການທີ່ກ່ຽວຂ້ອງຮັບຮູ້ ພ້ອມຮ່ວມປືກສາຫາລືຫາທາງແກ້ໄຂໃນຕໍ່ໜ້າ.​