ເຂົ້າໜົມຈີບກຸ້ງ

140

ເຂົ້າໜົມຈີບກຸ້ງ ເປັນລາຍການອາຫານທີ່ຫຼາຍຄົນນິຍົມກິນຕັ້ງແຕ່ເດັກນ້ອຍໄປເຖິງຜູ້ໃຫຍ່ ຕ່າງກໍຕິດໃຈໃນລົດຊາດ ແລະ ຄວາມແຊບຂອງຊີ້ນກຸ້ງປະສົມກັບແຜ່ນກ້ຽວຢ່າງລົງຕົວ. ມື້ນີ້ພວກເຮົາໄດ້ນຳເອົາວິທີເຮັດເຂົ້າໜົມຈີບກຸ້ງ ມາຝາກທຸກຄົນສາມາດເຮັດກິນເອງຢູ່ເຮືອນກັບຄອບຄົວໄດ້ງ່າຍໆ ດ້ວຍສ່ວນປະສົມ ແລະ ວິທີປຸງແຕ່ງ ດັ່ງນີ້:

ສ່ວນປະສົມ: ກຸ້ງສັບ 500 ກຣາມ, ໝູບົດ 500 ກຣາມ, ນ້ຳມັນງາ 2 ບ່ວງແກງ, ນ້ຳຕານ 2 ບ່ວງກາເຟ, ນ້ຳສະອິວ 1 – 2 ບ່ວງແກງ, ນ້ຳມັນຫອຍ 1 ບ່ວງແກງ, ເກືອເລັກໜ້ອຍ, ຫົວຜັກບົ່ວໃບຊອຍນ້ອຍໆ 1 ບ່ວງແກງ, ຫົວກະຣົດຊອຍນ້ອຍໆ 2 ບ່ວງແກງ, ແຜ່ນກ້ຽວຕາມໃຈມັກ, ກະທຽມຈຽວ 1 ບ່ວງແກງ ( ສຳລັບໂຮຍໜ້າ ).

ໝາຍເຫດ:

ນ້ຳແຈ່ວສຳລັບຈ້ຳຈະໃຊ້ເປັນນ້ຳສະອິ້ວປະສົມໝາກເຜັດຊອຍ ແລະ ກະທຽມສັບ ຫຼື ນ້ຳແຈ່ວຈ້ຳສຳເລັດຮູບກໍໄດ້ແລ້ວແຕ່ຄວາມມັກຂອງແຕ່ລະທ່ານ.

ວິທີປຸງແຕ່ງ:

1 ເອົາກຸ້ງສັບ, ໝູບົດ, ນ້ຳມັນງາ, ນ້ຳຕານ, ນ້ຳສະອິ້ວ, ເກືອ ແລະ ນ້ຳມັນຫອຍໃສ່ຊາມແລ້ວຄົນໃຫ້ທຸກຢ່າງເຂົ້າກັນດີ. ຈາກນັ້ນ, ຈຶ່ງເອົາຫົວຜັກບົ່ວໃບ ແລະ ຫົວກະຣົດລົງປະສົມໃຫ້ເຂົ້າກັນແລ້ວປະໄວ້ໃນຕູ້ເຢັນປະມານ 15 – 20 ນາທີ.

2 ເມື່ອຮຽບຮ້ອຍກໍກຽມຫໍ່ແຜ່ນກ້ຽວ ແລະ ຕັກສ່ວນປະສົມທີ່ເຮົາປຸງໄວ້ປະມານ 1 ບ່ວງແກງ ໂດຍຈັບເປັນກີບອ້ອມໆພ້ອມໃສ່ນ້ຳແປະໆໃຫ້ແຜ່ນກ້ຽວຕິດກັນເປັນກີບ ແລະ ໃຫ້ຊີ້ນພູນຂຶ້ນທາງເທິງ ຫຼື ຈະໃສ່ກຸ້ງທາງເທິງຕື່ມກໍໄດ້.

3 ຫຼັງຈາກນັ້ນ, ກໍເອົາໄປໜຶ້ງ ( ກ່ອນຈະວາງໃສ່ພາຊະນະທີ່ໃຊ້ຮ່ອງກ້ຽວຄວນທານ້ຳມັນກ່ອນເພື່ອບໍ່ໃຫ້ກ້ຽວຕິດ ) ໃຊ້ເວລາໃນການໜຶ້ງປະມານ 15 ນາທີ ຫຼື ຈົນຊີ້ນສຸກດີ, ສຸດທ້າຍກໍເອົາມາຈັດໃສ່ຈານໂຮຍໜ້າດ້ວຍກະທຽມຈຽວ ແລະ ເສີບພ້ອມກັບນ້ຳແຈ່ວເທົ່ານີ້ກໍເປັນອັນວ່າສຳເລັດ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: naibann