ໄຟຟ້າຫົງສາມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ ໃຫ້ໂຮງໝໍເມືອງຫົງສາ ຕ້ານໂຄວິດ – 19

150

ເມື່ອວັນທີ 14 ເມສາ 2020 ຜ່ານມາ ທ່ານ ຈິລະສັກ ທິບບໍາລຸງ ຮອງຜູ້ອໍານວຍການໃຫຍ່  ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຝ່າຍບໍ່ແຮ່ ໄດ້ເປັນຕົວແທນຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ມອບເຄື່ອງຊ່ວຍຫາຍໃຈ ( Ventilators ) ຈໍານວນ 1 ເຄື່ອງ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ ( Personal Protective Equipment – PPE ) ໃຫ້ກັບໂຮງໝໍເມືອງຫົງສາ ແລະ ຮັບໃຊ້ຄົນເຈັບ 4 ເມືອງເໜືອ ເຊັ່ນ: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ ເປັນເງິນມູນຄ່າ 1 ລ້ານບາດ.

ພິທີມອບ – ຮັບມີຂຶ້ນທີ່ໂຮງໝໍເມືອງຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ເປັນປະທານໃນພິທີ, ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ.

ການມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ ( PPE ) ເພື່ອໃຫ້ບຸກຄະລາກອນທາງການແພດ ໄດ້ໃຊ້ສໍາລັບການເບິ່ງແຍງປິ່ນປົວຄົນເຈັບ ແລະ ເພື່ອເປັນການກຽມຄວາມພ້ອມດ້ານອຸປະກອນທາງການແພດ ທີ່ຈໍາເປັນຕໍ່ການຮັກສາຄົນເຈັບໃນໄລຍະຂອງສະຖານະການການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ – 19 ທີ່ອາດຈະເກີດຂຶ້ນໄດ້.