ວິທີເຮັດໃຫ້ຜິວຂາວງາມດ້ວຍສູດທຳມະຊາດ

88
Close-up of beautiful face with flowers

ປີໃໝ່ລາວຫາກໍຜ່ານພົ້ນໄປ, ແຕ່ໄລຍະການເກັບຕົວຢູ່ເຮືອນຍັງຄົງດຳເນີນຕໍ່ໄປຈົນຮອດວັນທີ 03 ພຶດສະພາ. ສຳລັບເອື້ອຍນ້ອງຍິງຫຼາຍຄົນທີ່ຢູ່ເຮືອນຫຼາຍທ່ານກໍຈະມີກິດຈະກຳທີ່ແຕກຕ່າງກັນໄປໃນແຕ່ລະວັນ ເພື່ອບໍ່ໃຫ້ເກີດຄວາມເບື່ອໜ່າຍກັບການໃຊ້ຊີວິດຢູ່ບ່ອນເກົ່າ. ເຖິງຢ່າງໃດກໍຕາມ, ຫວັງວ່າຜູ້ອ່ານທຸກຄົນຈະປອດໄພກັບເຊື້ອພະຍາດໂຄວິດ – 19 ພ້ອມທັງຮັກສາສຸຂະພາບໃຫ້ສະໝ່ຳສະເໝີ.  ດັ່ງນັ້ນ, ມື້ນີ້ຜູ້ຂຽນໄດ້ເລືອກເຟັ້ນເອົາວິທີການເຮັດໃຫ້ຜິວຂາວດ້ວຍສູດທຳມະຊາດມາຝາກ ດັ່ງນີ້:

1 ສູດໂຢເກິດປະສົມໝາກນາວ: ເອົານໍ້າໝາກນາວປະສົມກັບໂຢເກິດ ແລ້ວນຳມາທາຜິວປະມານ 20 ນາທີ ແລ້ວລ້າງອອກດ້ວຍນ້ຳສະອາດ ເພາະນໍ້າໝາກນາວຈະຊ່ວຍກຳຈັດເຊລຜິວເກົ່າພ້ອມເຜີຍຜິວໃໝ່ທີ່ສົດໃສກວ່າເກົ່າ ແລະ ໂຢເກິດແມ່ນຊ່ວຍບໍ່ໃຫ້ຄັນຄາຍຜິວ.

2 ສູດໝາກກ້ວຍຫອມປະສົມນົມສົດ: ເອົາກ້ວຍຫອມ ແລະ ນົມສົດມາບົດໃຫ້ເຂົ້າກັນແລ້ວນຳໄປພອກຕາມຜິວໜັງ ຫຼື ບໍລິເວນທີ່ຕ້ອງການ ເພາະກ້ວຍຫອມ ແລະ ນົມສົດຈະຊ່ວຍໃຫ້ຜິວຂາວນວນງາມ.

3 ສູດໝາກຫຸ່ງປະສົມນົມສົດ: ໃຫ້ນຳເອົາໝາກຫຸ່ງສຸກ ແລະ ນົມສົດມາບົດໃຫ້ເຂົ້າກັນແລ້ວນຳໄປທາ ຫຼື ພອກຕາມໃບໜ້າປະມານ 20 ນາທີ ແລ້ວລ້າງອອກ, ສູດນີ້ແມ່ນຄ້າຍຄືກັບສູດກ້ວຍຫອມປະສົມນົມສົດ.

4 ສູດນໍ້າເຜິ້ງປະສົມໂຢເກິດ: ນຳນໍ້າເຜິ້ງ ແລະ ໂຢເກິດມາປະສົມໃຫ້ເຂົ້າກັນດີ. ຈາກນັ້ນ, ນຳໄປທາຕາມໃບໜ້າ ແລະ ຜິວກາຍປະມານ 30 ນາທີແລ້ວລ້າງອອກ ເຊິ່ງນໍ້າເຜິ້ງ ແລະ ໂຢເກິດຈະຊ່ວຍໃຫ້ຜິວຂາວ ແລະ ນຸ້ມຂຶ້ນ.


5 ສູດນໍ້າກະທິ: ສູດນີ້ບໍ່ຍາກໂດຍເອົານ້ຳກະທິທາຕາມຜິວກາຍໄດ້ເລີຍເປັນສູດບູຮານທີ່ໃຊ້ໄດ້ຜົນ ເພາະນໍ້າກະທິຈະຊ່ວຍໃຫ້ຜິວຂາວ, ນຸ້ມນວນ ແລະ ຊຸ່ມຊື່ນຂຶ້ນ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: vtetoday