ລາວ ຈະສູນເສຍລາຍຮັບຈາກການທ່ອງທ່ຽວບໍ່ຫຼຸດ 350ລ້ານໂດລາ ຍ້ອນຜົນກະທົບຈາກໂຄວິດ-19

287

ພາຍຫຼັງທີ່ ສປປ ລາວ ມີການລະບາດຂອງພະຍາດໂຄວິດ-19 ມັນໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດເຮົາ ໂດຍສະເພາະແມ່ນເສດຖະກິດ-ສັງຄົມ, ຂະແໜງການທ່ອງທ່ຽວ ຍິ່ງໄດ້ຮັບຜົນກະທົບໂດຍກົງ, ຈະສັງເກດເຫັນໄດ້ຢ່າງຊັດເຈນຈາກຈໍານວນນັກທ່ອງທ່ຽວທີ່ຫຼຸດລົງຫຼາຍ, ຫຼາຍກິດຈະການທີ່ກ່ຽວຂ້ອງຕ້ອງປິດຕົວຊົ່ວຄາວ, ເຊິ່ງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າລາວເຮົາຈະສູນເສຍລາຍຮັບຈາກຂະແໜງການດັ່ງກ່າວບໍ່ຫຼຸດ 350ລ້ານໂດລາ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມບົດລາຍງານ ຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະມາດຕະການສໍາລັບໄລຍະສັ້ນ ກາງ ແລະ ຍາວ ປະຈໍາເດືອນເມສາ 2020 ໃຫ້ຮູ້ວ່າ: ຜົນກະທົບຂອງການແຜ່ລະບາດຕໍ່ເສດຖະກິດ-ສັງຄົມຂອງ ສປປ ລາວ ຕົ້ນຕໍມາຈາກ 2 ສາເຫດຄື: ປະເທດຄູ່ການຄ້າ, ຄູ່ການລົງທຶນຂອງ ສປປ ລາວ ປະຕິບັດມາດຕະການຈໍາກັດການພົວພັນທາງເສດຖະກິດກັບ ສປປ ລາວ ເພື່ອຫລີກເວັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດຂອງເຂົາເຈົ້າ. ການກໍານົດນະໂຍບາຍ ແລະ ມາດຕະການຮັບມືກັບການແຜ່ລະບາດພະຍາດ ໂຄວິດ-19 ຢູ່ປະເທດເຮົາ ໂດຍການຈໍາກັດການພົວພັນຂອງຄົນພາຍໃນປະເທດ, ຈໍາກັດການເຄື່ອນໄຫວທາງການ, ການດໍາເນີນທຸລະກິດ, ການຊຸມນຸມ, ການ ໄປມາຫາສູ່ກັນ.

ພາບປະກອບຂ່າວເທົ່ານັ້ນ

ແນວໃດກໍ່ຕາມ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງລາວທັງໄລຍະສັ້ນ ແລະ ໄລຍະຍາວ ລ້ວນສົ່ງຜົນກະທົບຕໍ່ຫຼາຍພາກສ່ວນ ແຕ່ໃນບົດນີ້ແອັດມິນຈະຂໍຍົກເອົາພຽງຜົນກະທົບໄລຍະສັ້ນຕໍ່ພາກທຸລະກິດ ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ ມາໃຫ້ທຸກທ່ານໄດ້ສຶກສານໍາກັນເທົ່ານັ້ນ.

ພາບປະກອບຂ່າວເທົ່ານັ້ນ

ຜົນກະທົບດ້ານເສດຖະກິດໄລຍະສັ້ນ ຕົ້ນຕໍສັງເກດໄດ້ດັ່ງນີ້ ຜົນກະທົບຕໍ່ພາກທຸລະກິດ ທຸລະກິດທ່ອງທ່ຽວ ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ແລະ ຫນັກຫນ່ວງກວ່າຂະແຫນງການ ອື່ນ, ໄດ້ສູນເສຍລາຍຮັບໄປແລ້ວສໍາລັບ 2 ເດືອນທໍາອິດຂອງປີ 2020 ປະມານ 452.000 ໂດລາ ເພາະມີຈໍານວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ -16% ແລະ -5% ຫຼື 14.417- ແລະ 21.791 ເທື່ອຄົນ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ ສ່ວນຈໍານວນນັກທ່ອງທ່ຽວຈາກເກົາຫຼີ ແລະ ເອີລົບ ຍັງຂະຫຍາຍຕົວໃນ 2 ເດືອນທໍາອິດຂອງປີນີ້ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວທັງຫມົດທີ່ເຂົ້າມາລາວໃນ 2ເດືອນ ມີ 697.004 ເທື່ອຄົນ ເພີ່ມຂຶ້ນ 4% ຖ້າທຽບໃສ່ໄລຍະດຽວກັນໃນປີ 2019 ຫຼື 14,5% ຂອງນັກທ່ອງທ່ຽວ ທັງຫມົດໃນປີ 2019.

ພາບປະກອບຂ່າວເທົ່ານັ້ນ

ຖ້າເບິ່ງສະພາບຮອດເດືອນກຸມພາເຫັນວ່າ ຜົນກະທົບຕໍ່ຂະແຫນງການທ່ອງທ່ຽວ ຍັງບໍ່ຫຼາຍເທົ່າທີ່ຄວນ ເຖິງຢ່າງໃດກໍ່ຕາມ ຮອດປະຈຸບັນ ເດືອນເມສາ ທຸກການເຄື່ອນໄຫວເຂົ້າມາທ່ອງທ່ຽວບໍ່ວ່າ ຈະມາຈາກປະເທດໃດ ແມ່ນຖືກຈໍາກັດໃນລະດັບສູງສຸດ ຈໍານວນນັກທ່ອງທ່ຽວທີ່ຈະເຂົ້າມາເພີ່ມຈຶ່ງຖືວ່າເກືອບ ຈະບໍ່ມີ ເຖິງແມ່ນວ່າຈະຍັງບໍ່ທັນມີຕົວເລກສະຖິຕິລາຍງານຢ່າງເປັນທາງການ ເຊິ່ງສະພາບດັ່ງກ່າວ ຄາດວ່າອາດ ແກ່ຍາວຮອດ 12ເດືອນ ເພາະຫຼາຍປະເທດຍັງບໍ່ສາມາດຄວບຄຸມສະຖານະການໄດ້ ແລະ ເຖິງຈະເຮັດໄດ້ກໍ່ຍັງມີຄວາມກັງວົນດ້ານການເດີນທາງ ແລະ ໂອກາດທີ່ເຊື້ອພະຍາດຈະກັບມາລະບາດອີກ.

ພາບປະກອບຂ່າວເທົ່ານັ້ນ

ດ້ານວິສາຫະກິດທີ່ຕິດພັນກັບວຽກງານທ່ອງທ່ຽວ ແລະ ບໍລິການເປັນຕົ້ນ ວິສາຫະກິດທ່ອງທ່ຽວ, ທີ່ພັກອາໄສ, ຮ້ານອາຫານ ແລະ ເຄື່ອງດື່ມ, ການບັນເທີງ, ການຂົນສົ່ງໂດຍສານ, ການສຶກສາ ແລະ ການບໍລິການອື່ນໆເຊິ່ງຖືກ ກະທົບໂດຍກົງຈາກມາດຕະການປະເທດຄູ່ການຄ້າ ແລະ ມາດຕະການພາຍໃນປະເທດ, ໃນນັ້ນ, ແຂວງທີ່ໄດ້ ຮັບຜົນກະທົບຫຼາຍກວ່າຫມູ່ແມ່ນນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ ທີ່ມີຈໍານວນວິສາຫະກິດຢູ່ໃນ ຫຼາຍກວ່າ 5.000 ວິສາຫະກິດ, 2 ແຂວງດັ່ງກ່າວເປັນຈຸດສູນກາງການທ່ອງທ່ຽວ, ມີຖ້ຽວບິນຈາກ ຕ່າງປະເທດ ຈໍານວນຫຼາຍ ແລະ ເປັນ 2 ແຂວງທໍາອິດໃນລາວທີ່ພົບຜູ້ຕິດເຊື້ອ.

ສໍາລັບ 11 ແຂວງທີ່ຖືກຜົນກະທົບໃນລະດັບທີ 2 ຈໍານວນ 1.000-5.000 ວິສາຫະກິດ ເກືອບທັງຫມົດ ແມ່ນແຂວງ ທີ່ຕິດລຽບຊາຍແດນແມ່ນ້ໍາຂອງທີ່ມີການເດີນທາງເຂົ້າອອກຂອງນັກທ່ອງທ່ຽວ ແລະ ການຂົນສົ່ງ ສິນຄ້າ.

ພາບປະກອບຂ່າວເທົ່ານັ້ນ

ອີກ 5 ແຂວງແມ່ນຖືກຜົນກະທົບໃນລະດັບທີ 3 ຕໍ່າກວ່າ 1.000 ວິສາຫະກິດ. ຕົວຢ່າງ, ອີງຕາມການປະເມີນເບື້ອງຕົ້ນ ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າອັດຕາການຍົກເລີກການຈອງໂຮງແຮມໃນເດືອນ ມີນາ 2020 ສູງກວ່າ 70% (ສໍາຫຼວດຈາກໂຮງແຮມ ໃຫຍ່ຈໍານວນຫນຶ່ງໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ), ສ່ວນບໍລິສັດການບິນລາວ ທີ່ໄດ້ປະກາດຢຸດບໍລິການ ຖ້ຽວບິນໃນເດືອນ ກຸມພາ 2020 ເຮັດໃຫ້ສູນເສຍລາຍຮັບຫຼາຍກວ່າ 2 ລ້ານໂດລາສະຫະລັດ.

ຈາກຜົນກະທົບໃນຂະແຫນງການດັ່ງກ່າວ ຄາດວ່າ ສປປ ລາວ ຈະສູນເສຍລາຍຮັບຈາກການທ່ອງທ່ຽວບໍ່ ຫລຸດ 350ລ້ານໂດລາ ຫຼື ປະມານ 3.111,5 ຕື້ກີບ ແລະ ຂະແຫນງການທ່ອງທ່ຽວຂະແຫນງດຽວ ອາດເຮັດໃຫ້ GDP ຂະຫຍາຍຕົວຊ້າລົງໄດ້ເກືອບ -2%.