ຫຼາຍພາກສ່ວນໃຫ້ການສະໜັບສະໜູນມອບເຄື່ອງຊ່ວຍເຫຼືອ ສະກັດກັ້ນຕ້ານໂຄວິດ-19 ແກ່ລັດຖະບານລາວ

150

ຫຼາຍພາກສ່ວນ ໂດຍສະເພາະພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳເອົາເຂົ້າສານ, ອຸປະກອນການແພດ, ຊຸດເຄື່ອງນຸ່ງປ້ອງກັນພະຍາດ, ໜ້າກາກ-ຜັດອັດປາກ, ເຈວລ້າງມື ແລະ ເງິນສົດ ມາມອບໃຫ້ລັດຖະບານແຫ່ງ ສປປ ລາວ ເພື່ອພ້ອມກັນສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃນລາວ.

ໃນວັນທີ 20 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ພາກທຸລະກິດນຳໂດຍກຸ່ມບໍລິສັດ ຮ່ວາງແອງ ຢາລາຍ ຫວຽດນາມ (HAGL) ໄດ້ຕົກລົງປະກອບສ່ວນ ຮ່ວມມືໃນການສະກັດກັ້ນ ປ້ອງກັນການລະບາດພະຍາດ, ໃຫ້ການສະໜັບສະໜູນຊ່ວຍເຫຼືອລັດຖະບານ ແຫ່ງ ສປປ ລາວ ເຄື່ອງວັດຖຸອຸປະກອນທາງການແພດຈໍານວນໜຶ່ງມີມູນຄ່າທັງໝົດ 100.000 USD.

ບັນດາວັດຖຸອຸປະກອນເພື່ອປ້ອງກັນການລະບາດ ຂອງພະຍາດ ທີ່ກຸ່ມບໍລິສັດ HAGL ໃຫ້ການສະໜັບສະໜູນໃຫ້ກັບລັດຖະບານ ແລະ ປະຊາຊົນລາວ ຄັ້ງນີ້ ປະກອບມີ: ຊຸດເຄື່ອງນຸ່ງປ້ອງກັນພະຍາດ: ມີ 3.000 ຊຸດ, ໜ້າກາກ-ຜ້າອັດປາກທຸກປະເພດມີ: 205.000 ອັນ, ເຈວຂ້າເຊື້ອ ມີ 5.000 ກວດ ແລະ ສົບມືການແພດ ມີ: 50.000 ຊຸດ;
ບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ຈຳກັດ ອຸປະຖຳເຂົ້າສານຈຳນວນ 50 ໂຕນ ເພື່ອຊ່ວຍເຫຼືອໃນການສະກັດກັ້ນຕ້ານໂຄວິດ-19 ລວມມູນຄ່າ 500 ລ້ານກີບ; ແລະ ກຸ່ມບໍລິສັດ ເທຣດເຊີ ລາວ ມອບຜ້າອັດປາກ-ດັງ ແລະ ເງິນສົດ ລວມມູນຄ່າ 160 ລ້ານກີບ.

ຕາງໜ້າໃຫ້ແກ່ລັດຖະບານລາວ ກ່າວຮັບເອົາບັນດາເຄື່ອງຊ່ວຍເຫຼືອດັ່ງກ່າວ ໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຊີ້ນໍາການສະກັດກັ້ນ ປ້ອງກັນການແຜ່ລະບາດພະຍາດແຫ່ງ ສປປ ລາວ.