ໂຄວິດກະທົບໜັກ ຄາດເສດຖະກິດແຫ່ງຊາດປີນີ້ຈະເຕີບໂຕພຽງ 3,3%

306

ຍ້ອນການລະບາດຂອງພະຍາດໂຄວິດ-19 ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ) ຄາດຄະເນວ່າ ເສດຖະກິດແຫ່ງຊາດຂອງ ສປປ ລາວ (GDP) ຈະຫຼຸດລົງຈາກ 6,1% ໃນປີ 2019 ມາຢູ່ໃນລະດັບ 3,3% ໃນປີ 2020 ເຊິ່ງຕໍ່າກວ່າທີ່ຄາດໄວ້ເບື້ອງຕົ້ນ (4,5%) ໃນເດືອນມີນາ 2020.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມບົດລາຍງານ ຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວ ປະຈໍາເດືອນເມສາ 2020 ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ໃຫ້ຮູ້ເຖິງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດແຫ່ງຊາດວ່າ: ຈາກຜົນກະທົບໂດຍກົງຕໍ່ຂະແຫນງການທ່ອງທຽວ, ການຄ້າ, ການລົງທຶນ ແລະ ຂະແຫນງອື່ນໆເຂົ້າກັນ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດຄະເນວ່າເສດຖະກິດແຫ່ງຊາດຂອງ ສປປ ລາວ (GDP) ເຕີບໂຕຕໍ່າລົງຈາກ 6,1% ໃນປີ 2019 ລົງມາຢູ່ໃນລະດັບ 3,3% ໃນປີ 2020 ເຊິ່ງຕໍ່າກວ່າທີ່ຄາດໄວ້ເບື້ອງຕົ້ນ (4,5%) ໃນເດືອນມີນາ 2020.

ພາບປະກອບຂ່າວເທົ່ານັ້ນ

ທັງນີ້ ທະນາຄານພັດທະນາອາຊີ(ADB) ໄດ້ຄາດຄະເນ ການເຕີບໂຕ GDP ຂອງ ສປປ ລາວ ສໍາລັບ 2020 ແມ່ນ 3,5%, ທະນາຄານໂລກ (World Bank) ຄາດຄະເນ 3,6% (ແຕ່ຈະມີການປັບລົງຍັງເຫລືອ -2,2% ຕາມການສົນທະນາບໍ່ເປັນທາງການຂອງຊ່ຽວຊານ WB), ກອງທຶນສາກົນ (IMF) ຄາດຄະເນ 0,7% ສໍາລັບປີ 2020, ຖ້າການແຜ່ລະບາດ ຂອງພະຍາດໂຄວິດ-19 ຫາກສືບຕໍ່ແກ່ຍາວ ແລະ ມີຜົນກະທົບຫຼາຍຂຶ້ນໂດຍສະເພາະການສົ່ງອອກຂອງລາວທີ່ຈະຫຼຸດລົງຫຼາຍກວ່າທີ່ເຄີຍໄດ້ຄາດໄວ້ເບື້ອງຕົ້ນໂດຍໃນໄລຍະ 3 ເດືອນທໍາອິດຂອງປີ 2020 ການສົ່ງອອກໄດ້ເລີ່ມມີທ່າອ່ຽງຫຼຸດລົງຈາກ 410 ລ້ານໂດລາ ໃນເດືອນມັງກອນ ເປັນ 391 ລ້ານໂດລາ ໃນເດືອນກຸມພາ ແລະ 343 ລ້ານໂດລາ ໃນເດືອນມີນາ ໂດຍສະເພາະ ສົ່ງສິນຄ້າອອກໄປໄທ ແລະ ຫວຽດນາມ.

ພາບປະກອບຂ່າວເທົ່ານັ້ນ

ສາເຫດຕົ້ນຕໍແມ່ນຍ້ອນອັດຕາການເຕີບໂຕຂອງປະເທດຄູ່ຄ້າຂອງ ສປປ ລາວ ໄດ້ຖືກປັບຫຼຸດລົງຫຼາຍ, ຄວາມຕ້ອງການນໍາເຂົ້າສິນຄ້າຂອງປະເທດຄູ່ການຄ້າຈາກ ສປປ ລາວ ຈະຫລຸດລົງ, ຕາມການຄາດຄະເນຂອງອົງການ IMF, ການເຕີບໂຕຂອງໄທ ໄດ້ປັບຫຼຸດຈາກ 3% ເປັນ -6,7%, ຫວຽດນາມ ປັບຫຼຸດຈາກ 6,5% ເປັນ 2,7% ແລະ ຈີນ ປັບຫຼຸດຈາກ 5,8% ເປັນ 1,2%.