ຂ່າວດີ 8 ມື້ຕິດຕໍ່ກັນ! 20 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຢ່າຖືເບົາ ໃຫ້ສືບຕໍ່ປະຕິບັດຕາມຄໍາສັ່ງ 06/ນຍ ຢ່າງເຄັ່ງຄັດ

86

ເປັນຂ່າວດີທີ່ທຸກຄົນລໍຖ້າຟັງເກີດຂຶ້ນເປັນມື້ທີ 8ແລ້ວ ຫຼັງສາທາອອກມາຢືນຢັນ ວັນທີ 20 ເມສາ 2020 ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຂໍໃຫ້ພໍ່ແມ່ປະຊາຊົນຢ່າສະຫຼ້າໃຈ ຕ້ອງພ້ອມກັນສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດ ແລະ ຄຳສັ່ງເລກທີ 06/ນຍ ວາງອອກຢ່າງເຄັ່ງຄັດ ເພື່ອເຮັດແນວໃດໃຫ້ການແຜ່ເຊື້ອຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ໝົດໄປ.

ໃນວັນທີ 20 ເມສາ 2020 ທີ່ກະຊວງ ສາທາລະນະສຸກໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງສເຊື້ອໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 19 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 16 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 7 ຄົນ, ກໍລະນີມີອາການສົງໄສ 9 ຄົນ (ບໍ່ມີແຮງງານລາວທີ່ກັບມາແຕ່ໄທ). ໃນຈໍານວນ 16 ຄົນ ທີ່ມາກວດນັ້ນ ທັງໝົດແມ່ນ ຢູ່ນະຄອນຫຼວງວຽງຈັນ, ທັງນີ້ຜົນກວດທັງໝົດ 16 ກໍລະນີ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 19 ເມສາ 2020 ບໍ່ມີກໍລະນີໃໝ່. ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.349 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (8 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

ສະເພາະການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ, ຈຳນວນ 3 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ. ຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.

ທ່ານກ່າວຕື່ມວ່າ:  ສະນັ້ນ, ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງໄປເລື້ອຍໆ ເຮັດໃຫ້ພວກເຮົາສາມາດກັບມາດຳລົງຊີວິດຕາມປົກກະຕິໄດ້. ໃນຕໍ່ໜ້ານີ້ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ. ສະເພາະມື້ນີ້ ສັງເກດເຫັນວ່າ ໃນນະຄອນຫຼວງວຽງຈັນ ມີການສັນຈອນ ຂອງລົດລາງພາຫະນະເປັນຈຳນວນຫຼາຍ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ຈຳກັດຕົນເອງຢູ່ເຮືອນ ແລະ ກໍ່ຂໍໃຫ້ ຄະນະເຈົ້າໜ້າທີ່ກວດກາຄວາມເປັນລະບຽບຮຽບຮ້ອຍ ຄືໄລຍະຜ່ານມາ ຍ້ອນວ່າ ຄຳສັ່ງ 06/ນຍ ຍັງສືບຕໍ່ປະຕິບັດຈົນຮອດວັນທີ 3 ພຶດສະພາ.